ທຣໍາ ຂູ່ຈະປິດສະຖານກົງສຸນຈີນ ໃນອາເມຣິກາເພີ່ມອີກ

108

ສຳນັກຂ່າວຣອຍເຕີ ລາຍງານວ່າ: ປະທານາທິບໍດີ ໂດນັລ ທຣໍາ ຂອງສະຫະລັດອາເມຣິກາ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 23 ກໍລະກົດຜ່ານມາວ່າ ມີຄວາມເປັນໄປໄດ້ທີ່ຈະປິດສະຖານກົງສຸນຈີນ ປະຈຳອາເມຣິກາອີກຫຼາຍແຫ່ງ ພາຍຫຼັງທີ່ສັ່ງປິດກົງສຸນຈີນ ປະຈຳເມືອງຮິວຕັນ ເມື່ອບໍ່ດົນມານີ້ ເນື່ອງຈາກອາເມຣິກາກ່າວຫາວ່າ ຈີນ ໂຈນລະກຳຂໍ້ມູນລັບຂອງອາເມຣິກາ.


ແນວໃດກໍຕາມ, ທ່ານ ໂດນັລ ທຣຳ ບໍ່ໄດ້ໃຫ້ເຫດຜົນທີ່ຈະແຈ້ງວ່າເຫດໃດຈຶ່ງຈະສັ່ງປິດກົງສຸນຈີນໃນອາເມຣິກາເພີ່ມອີກ, ແຕ່ກໍກ່າວໃນທໍານອງທີ່ວ່າເກີດຈາກການກະທໍາທີ່ໜ້າສົງໄສຂອງຈີນ ຫຼັງຈາກມີລາຍງານວ່າມີການຈູດເອກະສານຢູ່ກົງສຸນຈີນ ປະຈຳເມືອງຮິວຕັນ ເມື່ອວັນອັງຄານຜ່ານມາ ໄດ້ກາຍເປັນຂໍ້ສົງໄສຂອງຜູ້ນຳອາເມຣິກາວ່່າເອກະສານເຫຼົ່ານັ້ນແມ່ນເອກະສານຫຍັງກັນແທ້.


ນອກຈາກນີ້, ໃນວັນອັງຄານຜ່ານມາ ອາເມຣິກາ ໄດ້ຈັບແຮັກເກີ ເຊິ່ງເປັນຊາວຈີນ 2 ຄົນ ໃນຂໍ້ຫາທີ່ແຮັກຂໍ້ມູນຂອງຜູ້ຮັບເໝົາກໍ່ສ້າງກະຊວງປ້ອງກັນປະເທດສະຫະລັດ ລວມທັງຂໍ້ມູນວິໄຈໂຄວິດ – 19 ແລະ ຂໍ້ມູນຂອງບໍລິສັດອີກຫຼາຍແຫ່ງທົ່ວໂລກ.