ຫາລືຄ່າຊົດເຊີຍຜົນກະທົບໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ

123

ຄະນະຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ ຂອງສອງຝ່າຍລາວ – ຈີນ ໄດ້ຈັດກອງປະຊຸມປຶກສາຫາລືແຜນການຈັດຕັ້ງປະຕິບັດອັນຮີບດ່ວນໃນການຈັດສັນທີ່ຢູ່ໃໝ່ໃຫ້ປະຊາຊົນ ແລະ ເບີກຈ່າຍເງິນຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃຫ້ສໍາເລັດຕາມລະດັບຄາດໝາຍ ຂຶ້ນເມື່ອອາທິດຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງນໍ້າທາ.


ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຊີ້ນໍາລວມໂຄງການກໍ່ສ້າງທາງລົດໄຟລາວ – ຈີນ , ເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີ ທ່ານ ຊຽວຊານ ຫວິນ ອໍານວຍການໃຫຍ່ບໍລິສັດ ທາງລົດໄຟລາວຈີນຈໍາກັດ,ມີຄະນະຊີ້ນໍາລວມຂັ້ນແຂວງ, ຄະນະກໍາມະການໄກ່ເກ່ຍແກ້ໄຂຜົນກະທົບ, ຄະນະຮັບຜິດຊອບເບີກຈ່າຍຄ່າຊົດເຊີຍຜົນກະທົບໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ທອງແດງ ສິດທິສົນ ຫົວໜ້າຄະນະໄກ່ເກ່ຍຜົນກະທົບທາງລົດໄຟລາວ – ຈີນຊວ່ງຜ່ານແຂວງຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ໄລຍະຜ່ານແຂວງຫຼວງນໍ້າທາໂດຍຫຍໍ້ ໃຫ້ທ່ານລັດຖະມົນຕີ ພ້ອມດ້ວຍຄະນະຮັບຜິດຊອບໄດ້ຮັບຊາບ. ຈາກນັ້ນ, ຄະນະຮັບຜິດຊອບທັງສອງຝ່າຍລາວ – ຈີນ ກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນໃນບັນດາໜ້າວຽກອັນຮີບດ່ວນ ເປັນຕົ້ນແມ່ນວິທີການແກ້ໄຂ ເຊັ່ນ: ປຶກສາຫາລືການກໍານົດປັກຫຼັກຂອບເຂດ 80 ເຮັກຕາ ທີ່ລັດຖະບານໄດ້ຮັບຮອງ ເພື່ອຈັດສັນໃຫ້ປະຊາຊົນອອກຈາກຂອບເຂດດັ່ງກ່າວ, ປຶກສາຫາລືແກ້ໄຂຈຸດທີ່ຖືກແລວທາງກໍ່ສ້າງທາງລົດໄຟລາວ – ຈີນ ໃນຈໍານວນ 37 ຄອບຄົວ, ແກ້ໄຂແລ້ວ 3 ຄອບຄົວ, ຍັງເຫຼືອ 34 ຄອບຄົວ ທີ່ຈະໄດ້ແກ້ໄຂໃຫ້ສໍາເລັດໃນທ້າຍເດືອນກໍລະກົດນີ້ ແລະ ປຶກສາຫາລືທາງເວັ້ນທີ່ຕັດໃໝ່ຈາກເຂດສະຖານີໄປຫາທາງຊິງຊັ່ງທີ່ຈະໄດ້ດໍາເນີນການກໍ່ສ້າງໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້.


ຜ່ານການປຶກສາຫາລືທັງສອງຝ່າຍລາວ – ຈີນ ຕົກລົງເຫັນດີເປັນເອກະພາບຮ່ວມກັນແກ້ໄຂໃນ 3 ບັນຫາທີ່ໄດ້ນໍາມາປຶກສາຫາລືໃນຄັ້ງນີ້, ພ້ອມກັນຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງ ແລະ ເອົາໃຈໃສ່ເຮັດໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ກໍໄດ້ເຊັນບົດບັນທຶກຮ່ວມກັນຕື່ມອີກ.