ພາກລັດ – ເອກະຊົນ ຫາລືຜົນກະທົບຂອງໂຄວິດ – 19 ຕໍ່ເສດຖະກິດຂອງລາວ

131

ພາກລັດ ແລະ ພາກເອກະຊົນ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ຫາລືກ່ຽວກັບຜົນກະທົບຂອງການລະບາດພະຍາດໂຄວິດ – 19 ຕໍ່ກັບເສດຖະກິດຂອງ ສປປ ລາວ ໂດຍເນັ້ນໜັກຄວາມສໍາຄັນຂອງການຮ່ວມມືລະຫວ່າງລັດຖະບານ, ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເພື່ອພ້ອມກັນຮັບມືກັບຜົນກະທົບ ແລະ ຟື້ນຟູເສດຖະກິດໃນໄລຍະຍາວ.
ກອງປະຊຸມກາງປີຂອງໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 16 ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2020 ທີ່ໂຮງແຮມແລນມາກ, ເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Leo Faber ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ Paul Stephens ອຸປະທູດ ປະເທດອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 80 ທ່ານ.

ທ່ານ ສົມຈິດ ອິນທະມິດ ໄດ້ກ່າວວ່າ: ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບທາງດ້ານສຸຂະພາບ, ຄວາມປອດໄພ ແລະ ຊີວິດການເປັນຢູ່ໂດຍລວມຂອງປະຊາຊົນທົ່ວໂລກ ກໍຄືເສດຖະກິດໂລກ ລວມທັງເສດຖະກິດຂອງ ສປປ ລາວ ທີ່ກໍາລັງປະເຊີນກັບບັນຫາທີ່ເປັນສິ່ງກີດຂວາງຕໍ່ການພັດທະນາ ແລະ ຄວາມຈຳກັດດ້ານງົບປະມານຂອງລັດຖະບານ ເນື່ອງຈາກຄວາມຕ້ອງການຊົມໃຊ້ຈາກທົ່ວໂລກຫຼຸດລົງຢ່າງກະທັນຫັນ, ການຢຸດສະຫງັກຂອງຕ່ອງໂສ້ການຜະລິດ, ລາຍຮັບຈາກຂະແໜງການທ່ອງທ່ຽວທີ່ຫຼຸດລົງຢ່າງຫຼວງຫຼາຍ ແລະ ສະຖານະການດັ່ງກ່າວນີ້ ກໍຄ້າຍຄືກັນກັບຫຼາຍໆປະເທດທົ່ວໂລກ ເມື່ອການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຫົວໜ່ວຍທຸລະກິດທີ່ສໍາຄັນຕ້ອງໄດ້ປິດລົງ, ທາງລັດຖະບານຂອງພວກເຮົາ ກໍໄດ້ມີມາດຕະການສຸກເສີນເພື່ອປ້ອງກັນແຮງງານ ແລະ ຫົວໜ່ວຍທຸລະກິດທີ່ມີຄວາມສ່ຽງຈາກຜົນກະທົບທີ່ຮ້າຍແຮງທີ່ສຸດຕໍ່ກັບວຽກງານທາງເສດຖະກິດທີ່ຫຼຸດລົງຢ່າງໄວວາ.

ທ່ານ Paul Stephens ມີຄຳເຫັນຕໍ່ກອງປະຊຸມ ວ່າ: ຜົນກະທົບຂອງພະຍາດດັ່ງກ່າວຕໍ່ກັບເສດຖະກິດຂອງ ສປປ ລາວ ຈະບໍ່ປາກົດເຫັນໄດ້ຢ່າງຊັດເຈນ, ແຕ່ພວກເຮົາຮູ້ວ່າການລະບາດຂອງພະຍາດດັ່ງກ່າວຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ກັບທຸລະກິດ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ. ດັ່ງນັ້ນ, ບັນດາຄູ່ຮ່ວມພັດທະນາຕ້ອງຮ່ວມມືກັນຢ່າງໃກ້ຊິດກັບລັດຖະບານລາວ ເພື່ອຮັບປະກັນວ່າຊັບພະຍາກອນຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາໄດ້ຖືເປັນບຸລິມະສິດ ເພື່ອສາມາດບັນລຸເປົ້າໝາຍໃນການຮັບມືກັບຜົນກະທົບໃຫ້ຫຼາຍທີ່ສຸດ, ຮັກສາສະຖຽນລະພາບ ແລະ ເພີ່ມທະວີວຽກງານປັບປຸງໃນຂົງເຂດຕ່າງໆ ແລະ ຮັບປະກັນການຮ່ວມມືຢ່າງໃກ້ຊິດລະຫວ່າງບັນດາຄູ່ຮ່ວມພັດທະນາ ແລະ ພາກລັດທີ່ກ່ຽວຂ້ອງ.

ທ່ານ Leo Faber ໄດ້ເນັ້ນໜັກເຖິງການສ້າງເງື່ອນໄຂທຳອິດໃນການປັບປຸງຕະຫຼາດພາຍໃນປະເທດລາວໃນທຸກພາກສ່ວນ ລວມທັງຂັ້ນຕອນການແກ້ໄຂບັນຫາຢ່າງມີປະສິດທິພາບ ເນື່ອງຈາກວ່າປະເທດລາວຍັງສາມາດຫຼີກລຽງຜົນກະທົບທາງດ້ານສຸຂະພາບຈາກວິກິດຂອງພະຍາດໂຄ ວິດ – 19, ອຸປະສັກທີ່ເກີດຈາກພະຍາດດັ່ງກ່າວຕໍ່ກັບຕ່ອງໂສ້ຜູ້ຜະລິດໄດ້ສົ່ງຜົນຢ່າງຮຸນແຮງໃຫ້ກັບເສົາຄໍ້າທີ່ສໍາຄັນທາງດ້ານເສດຖະກິດ ເຊັ່ນ: ຂະແໜງການທ່ອງທ່ຽວ, ການບໍລິການ ແລະ ການສົ່ງເງິນກັບຄືນປະເທດ.

ພ້ອມດຽວກັນນັ້ນ, ໃນຕອນທ້າຍກອງປະຊຸມ ທ່ານ ສົມຈິດ ອິດທະມິດ ໄດ້ເນັ້ນໜັກຕໍ່ກັບໜ້າທີ່ຮັບຜິດຊອບຂອງລັດຖະບານຕໍ່ກັບການຮ່ວມມືຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາ ແລະ ພາກເອກະຊົນໃນການສະໜັບສະໜູນຈັດຕັ້ງປະຕິບັດມາດຕະການທີ່ສຸມໃສ່ການຮັກສາອາຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ບຸລິມະສິດດ້ານສາທາລະນະສຸກ ແລະ ການຮັກສາຄວາມປອດໄພຂອງຜູ້ອອກແຮງງານ, ຜູ້ເຮັດວຽກຊຸມຊົນ ແລະ ພະນັກງານສາທາລະນະສຸກ, ປົກປ້ອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຮັບປະກັນໃຫ້ທຸລະກິດ ແລະ ຕ່ອງໂສ້ຜູ້ຜະລິດໃຫ້ສາມາດດໍາເນີນທຸລະກິດ ໄດ້, ລະດົມຄວາມອາດສາມາດ ແລະ ທຶນຮອນຂອງພາກເອກະຊົນ ແລະ ປົກປ້ອງຄວາມໝັ້ນຄົງຂອງສັງຄົມ.