ຍົກລະດັບເຂົ້າຫອມສັງທອງ ເພີ່ມຊ່ອງທາງໃຫ້ຜູ້ບໍລິໂພກເຂົ້າເຖິງໄດ້ງ່າຍ

162

ກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບຫ້ອງການ ອຄ ເມືອງສັງທອງ ແລະ ກຸ່ມຜະລິດເຂົ້າຫອມສັງທອງ ພ້ອມກັນຍົກລະດັບຄວາມສາມາດໃນການປຸງແຕ່ງຜະລິດຕະພັນເຂົ້າຫອມສັງທອງໃຫ້ມີຄຸນນະພາບ, ມີຫຼາຍຂະໜາດເພື່ອໃຫ້ຜູ້ບໍລິໂພກສາມາດເຂົ້າເຖິງການບໍລິການສິນຄ້າໄດ້.
ໃນວັນທີ 24 ກໍລະກົດ 2020 ໄດ້ຈັດພິທີມອບອຸປະກອນໃຫ້ແກ່ກຸ່ມໂຮງສີຜະລິດເຂົ້າຫອມສັງທອງ ເພື່ອໂຄສະນາຕົວແບບຂອງກຸ່ມເຂົ້າຕະຫຼາດພາຍໃນ ແລະ ຕ່າງປະເທດຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ, ພ້ອມດ້ວຍຕາງໜ້າກຸ່ມໂຮງສີຜະລິດເຂົ້າຫອມສັງທອງເຂົ້າຮ່ວມ.

ທ່ານ ສີສັງຄົມ ໂຄດໂຍທາ ກ່າວວ່າ: ອີງຕາມແຜນວຽກງານຊຸກຍູ້ສົ່ງເສີມຂອງກົມສົ່ງເສີມການຄ້າ ແລະ ສືບເນື່ອງຈາກການຈັດກອງປະຊຸມປຶກສາຫາລືດ້ານວິຊາການຮ່ວມກັບບັນດາຫ້ອງການ ອຄ 9 ຕົວເມືອງ ຄັ້ງວັນທີ 5 ກຸມພາ 2020 ໃນກອງປະຊຸມໄດ້ເຫັນດີເປັນເອກະພາບໃຫ້ແຕ່ລະເມືອງເລືອກເອົາສິນຄ້າທີ່ເດັ່ນຂອງຕົນ ເພື່ອສຶກສາ ແລະ ສ້າງເປັນໂຄງການຂະໜາດນ້ອຍຮ່ວມກັບກົມສົ່ງເສີມການຄ້າ ພາຍຫຼັງການຄົ້ນຄວ້າຂອງຫ້ອງການການຄ້າເມືອງສັງທອງ ໄດ້ເອກະພາບກຳນົດເອົາເຂົ້າຫອມສັງທອງ ເປັນຜະລິດຕະພັນທີ່ພົ້ນເດັ່ນ ເພື່ອເຂົ້າຮ່ວມໂຄງການ ເຊິ່ງຖືວ່າເປັນໂຄງການທຳອິດທີ່ທາງກົມໄດ້ລິເລີ່ມຈັດຕັ້ງປະຕິບັດ ພາຍໃຕ້ຊື່: ໂຄງການພັດທະນາຕົວແບບເຂົ້າຫອມສັງທອງ.

ຈຸດປະສົງໂຄງການເພື່ອຊ່ວຍສ້າງຊື່ສຽງ ແລະ ໂຄສະນາເຄື່ອງໝາຍຂອງກຸ່ມ ເຂົ້າຫອມສັງທອງໃຫ້ເປັນທີ່ຮູ້ຈັກ ແລະ ຄຸ້ນເຄີຍພາຍໃນສັງຄົມໃຫ້ເປັນວົງກວ້າງ, ສ່ວນແຜນການຊຸກຍູ້ສົ່ງເສີມໃຫ້ກັບກຸ່ມໂຮງສີເຂົ້າມີ 2 ກິດຈະກຳ ຄື: 1. ການຈັດຊື້ເປົາເຂົ້າ ຈຳນວນ 5 ພັນເປົາ ພ້ອມເຄື່ອງສະກຼິນ ໂລໂກ້ ແລະ ຈັດການຝຶກອົບຮົມວິທີການຜະລິດ; 2. ການນຳເອົາເຂົ້າໄປສີໃນໂຮງສີທີ່ໄດ້ມາດຕະຖານ ພ້ອມບັນຈຸໃສ່ຖົງຂະໜາດ 1 ກິໂລ, 3 ກິໂລ ແລະ 5 ກິໂລ ໄປທົດລອງຈຳໜ່າຍຢູ່ມິນິມາກ, ຮ້ານສັບພະສິນຄ້າ, ໂດຍກຸ່ມໂຮງສີແມ່ນຮັບຜິດຊອບເຂົ້າເປືອກ ແລະ ຄ່າຂົນສົ່ງ, ສ່ວນກົມສົ່ງເສີມການຄ້າຮັບຜິດຊອບຄ່າສີ, ຄ່າຫຸ້ມຫໍ່. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຈະເລີ່ມພາຍຫຼັງການເກັບກ່ຽວເຂົ້າໃນລະດູການທີ່ຈະມາເຖິງນີ້.

ມູນຄ່າຂອງໂຄງການຄັ້ງນີ້ 56 ລ້ານກີບ, ພາຍຫຼັງສຳເລັດການຈັດຕັ້ງປະຕິບັດ 2 ກິດຈະກຳແລ້ວ ກົມສົ່ງເສີມການຄ້າຈະໄດ້ປະເມີນຜົນຮ່ວມກັບພະແນກ ອຄ ນວ, ຫ້ອງການ ອຄ ເມືອງສັງທອງ ແລະ ກຸ່ມໂຮງສີເຂົ້າຫອມສັງທອງ ວ່າໂຄງການມີຜົນໄດ້ຮັບຄືແນວໃດ ແລະ ຈະສືບຕໍ່ປະຕິບັດແນວໃດໃນຕໍ່ໜ້າ ເພື່ອເຮັດໃຫ້ກຸ່ມໂຮງສີເຂົ້າຫອມສັງທອງມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆ.

ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ໄດ້ກ່າວບາງຕອນວ່າ: ເພື່ອສ້າງໃຫ້ກຸ່ມມີ ຄວາມເຂັ້ມແຂງ ແລະ ຍືນຍົງ ສະເໜີໃຫ້ກຸ່ມໂຮງສີຜະລິດເຂົ້າຫອມສັງທອງ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຕື່ມໃນການຊຸກຍູ້ສົ່ງເສີມພໍ່ແມ່ປະຊາຊົນປູກເຂົ້າ ເພື່ອອະນຸຮັກແນວພັນເຂົ້າຫອມສັງທອງໃຫ້ຢູ່ຄຽງຄູ່ກັບຊາວເມືອງສັງທອງຕະຫຼອດໄປ ໂດຍເອົາໃຈໃສ່ໃນການຄັດເລືອກແນວພັນ, ເອົາໃຈໃສ່ການປູກ ເພື່ອເປັນວັດຖຸດິບປ້ອນເຂົ້າໂຮງສີ ເພື່ອໃຫ້ໄດ້ເຂົ້າສານທີ່ມີຄຸນນະພາບ, ການແປຮູບກໍໃຫ້ມີຫຼາຍຂະໜາດສະໜອງສິນຄ້າທີ່ມີຄຸນນະພາບ ແລະ ຕາມຄວາມຕ້ອງການຂອງສັງຄົມ.

ທ່ານ ສົມຈິດ ອິນທະມິດ ກ່າວຕອນທ້າຍວ່າ ເພື່ອເຮັດໃຫ້ໂຄງການມີຄວາມກ້າວໜ້າຍິ່ງຂຶ້ນ ກົມສົ່ງເສີມການຄ້າຕ້ອງໄດ້ເອົາໃຈໃສ່ລົງຕິດຕາມໃກ້ຊິດກັບກຸ່ມໂຮງສີ ເພື່ອກ້າວໄປສູ່ການສ້າງມາດຕະຖານ GMP ພ້ອມທັງໃຫ້ນຳໃຊ້ທ່າແຮງທີ່ມີໃຫ້ເກີດປະໂຫຍດສູງສຸດ, ທັງສະມາຊິກກຸ່ມໂຮງສີ ແລະ ກຸ່ມຜະລິດເຂົ້າຕ້ອງມີຄວາມສາມັກຄີກັນຫາລືກັນ ເພື່ອເຮັດແນວໃດຈະຜະລິດສິນຄ້າອອກມາໃຫ້ໄດ້ຄຸນນະພາບ ແລະ ລາຄາເໝາະສົມ, ນອກຈາກເຂົ້າທີ່ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງສັງທອງແລ້ວ ກົມສົ່ງເສີມການຄ້າຕ້ອງປະສານກັບເມືອງ ຊຸກຍູ້ສິນຄ້າອື່ນທີ່ໄດ້ຮັບກາໝາຍໂອດັອບຕື່ມອີກ ໂດຍສະເພາະແມ່ນດ້ານການຫຸ້ມຫໍ່ໃຫ້ໄດ້ຄຸນນະພາບມາດຕະຖານ.