ຫວຽດນາມພົບຜູ້ຕິດເຊື້ອໂຄວິດ-19 ອີກຄັ້ງ ໃນຮອບ 100 ວັນ

164

ລັດຖະບານຫວຽດນາມ ເພິ່ມທະວີເຝົ້າລະວັງການຕິດເຊື້ອຂອງໂຄວິດ-19 ຫຼັງຈາກກັບມາກວດພົບຜູ້ຕິດເຊື້ອໃນປະເທດ ເປັນຄັ້ງທຳອິດ ໃນຮອບ 100 ວັນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນເສົາ ທີ 25 ກໍລະກົດ ວ່າ ກະຊວງສາທາລະນະສຸກຫວຽດນາມ ລາຍງານເມື່ອວັນເສົາ ວ່າ ສະຖິຕິຜູ້ຕິດເຊື້ອໂຄວິດ-19 ສະສົມ ໃນປະເທດເພິ່ມຂຶ້ນຢ່າງໜ້ອຍ 416 ຄົນ ຫຼັງຈາກກວດພົບຜູ້ຕິດເຊື້ອໃໝ່ 1 ຄົນ ເປັນຄົນຫວຽດນາມ ອາຍຸ 57 ປີ ອາໄສຢູ່ດານັງ ເຊິ່ງເປັນເມືອງເສດຖະກິດຕັ້ງຢູ່ແຄມຝັ່ງທະເລພາກກາງ.

ສຳຫຼັບການເຄື່ອນໄຫວຂອງຜູ້ຕິດເຊື້ອຄົນຫຼ້າສຸດທີ່ອາໄສຢູ່ກັບເມຍ, ລູກສາວ, ລູກເຂີຍ ແລະ ຫຼານຊາຍ ແມ່ນບໍ່ໄດ້ເດີນທາງອອກຈາກດານັງ “ເປັນໄລຍະຫຼາຍເດືອນແລ້ວ” ແຕ່ລະຫວ່າງວັນທີ 7 ຫາ 20 ກໍລະກົດ ຜ່ານມາ ໄດ້ຢືນຢັນການເດີນທາງໄປໃຊ້ບໍລິການຢູ່ໂຮງໝໍ 3 ແຫ່ງ ແລະ ເຂົ້າຮ່ວມງານດອງແຫ່ງໜຶ່ງ. ທັງນີ້, ຜູ້ຕິດເຊື້ອໄດ້ຕັດສິນໃຈໄປພົບແພດຢູ່ໂຮງໝໍ ເມື່ອວັນທີ 20 ກໍລະກົດ ເນື່ອງຈາກມີອາການໄອມີຂີ້ກະເທີ່ ແລະ ໄຂ້. ດ້ານບຸກຄະລາກອນແພດວິເຄາະໃຫ້ຊາຍຄົນດັ່ງກ່າວເຂົ້າຮັບການກວດຄັດກອງເຊື້ອໂຄວິດ-19 ແລະ ຜົນອອກມາເປັນບວກ.

ປັດຈຸບັນ ຜູ້ປ່ວຍກຳລັງປິ່ນປົວຢູ່ໂຮງໝໍກາງ ໃນເມືອງດານັງ ໂດຍອາການ “ຍັງຢູ່ຂັ້ນວິກິດ” ແລະ ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ. ນອກຈາກນີ້, ຄະນະແພດເມືອງດານັງໄດ້ປະສານຂໍຄວາມຊ່ວຍເຫຼືອຈາກຄະນະແພດຈໍ ໄຊ ຈາກໂຮຈີມິນ ເຊິ່ງເປັນໂຮງໝໍໃຫຍ່ທີ່ສຸດໃນປະເທດ ແລະ ເປັນສະຖານທີ່ປິ່ນປົວ “ຜູ້ປ່ວຍໂຄວິດຜູ້ທີ 91” ເປັນນັກບິນຊາວອັງກິດ ຈົນຫາຍດີ ແຕ່ສູນເສຍເນື້ອເຍື່ອປອດເກືອບທັງໝົດ.

ທັງນີ້, ການພົບຜູ້ປ່ວຍລຳດັບທີ 416 ສົ່ງຜົນໃຫ້ລັດຖະບານຫວຽດນາມຍົກສູງມາດຕະການເຝົ້າລະວັງໂຄວິດ-19 ໃນປະເທດອີກຄັ້ງ ເນື່ອງຈາກເປັນຄັ້ງທຳອິດ ໃນຮອບ 100 ວັນ ທີ່ໄດ້ຢືນຢັນພົບຜູ້ປ່ວຍພາຍໃນປະເທດ ຂະນະທີ່ ຍັງເຫຼືອຜູ້ປ່ວຍໃນລະບົບອີກ 51 ຄົນ ແລະ ບໍ່ມີຜູ້ເສຍຊີວິດ.