ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ສະໄໝທີ IX

430

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ອຸດົມໄຊ ຄັ້ງທີ IX ໄດ້ໄຂຂື້ນ ໃນວັນທີ 24 – 25 ກໍລະກົດ 2020 ນີ້, ທີ່ສະໂມສອນ ແຂວງ ອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໆ ອຸດົມໄຊ. ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມີບັນດາສະຫາຍຜູ້ແທນ ຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ກອງພົນທະຫານຮາບທີ 3, ບັນດາສະຫາຍອະດີດການນໍາແຂວງ, ພະສົົງ, ນັກປະຕິວັດ, ຜູ້ຊົງຄຸນວຸດທິ, ແລະ ຜູ້ແທນສົມບູນເຂົ້າຮ່ວມ 252 ສະຫາຍ ຍິງ 38 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 16. 538 ສະຫາຍ ໃນທົ່ວແຂວງເຂົ້າຮ່ວມ.


ໃນວາລະການດຳເນີນກອງປະຊຸມໄດ້ມີການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃຫມ່ ໂດຍຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດທີ IX, ບົນພື້ນຖານມາດຖານເງື່ອນໄຂທີ່ກຳນົດໄວ້; ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 8 ສະຫາຍ, ເລືອກຕັ້ງໄດ້ 33 ສະຫາຍ, ຍິງ 6 ສະຫາຍຄື:


1. ສະຫາຍ ປອ ຄຳພັນ ເຜີຍຍະວົງ
2. ສະຫາຍ ຄຳພຽງ ຢາຈົງວາ
3. ສະຫາຍ ບຸນຄົງ ຫລ້າຈຽມພອນ
4. ສະຫາຍ ສົມຈິດ ປັນຍາສັກ
5. ສະຫາຍ ນ. ຈັນສະໝອນ ທິບພະຫົງ
6. ສະຫາຍ ວັນນາ ແກ້ວສັນຕິ
7. ສະຫາຍ ຄຳດີ ວົງລ້ອມ
8. ສະຫາຍ ພັອ ສີວອນ ໄຊຍະວົງ
9. ສະຫາຍ ອ່ອນແກ້ວ ອຸ່ນອາລົມ
10. ສະຫາຍ ຄຳເຜີຍ ງອນວັນຄຳ
11. ສະຫາຍ ມໍ ຊົງ


12. ສະຫາຍ ສຸວັດ ມະຫາວົງສະໜັ່ນ
13. ສະຫາຍ ພົມມາ ວັນນະກຳ
14. ສະຫາຍ ນ. ມະນີຈັນ ວິໄລຈິດ
15. ສະຫາຍ ບຸນທັນ ສຸລິຍະວົງ
16. ສະຫາຍ ສົມຄິດ ກັນສະນິດ
17. ສະຫາຍ ອິນທາ ລືນາມມະຈັກ
18. ສະຫາຍ ພັອ ຄໍາຢິນ ແສງສຸລີ
19. ສະຫາຍ ປອ ວົງສະຫວັນ ໄຊຍະວົງ
20. ສະຫາຍ ນ ຈັນທະລາ ໄຊບຸນເຮືອງ
21. ສະຫາຍ ຄໍາສະພອນ ໄຊຍະວົງ
22. ສະຫາຍ ຄໍາແສງ ອາລີ
23. ສະຫາຍ ວາລີ ຈືນໍເຢັງ


24. ສະຫາຍ ນ. ວັນທອງ ນິດສະດີ
25. ສະຫາຍ ຫຸມພັນ ບຸບຜາຄໍາ
26. ສະຫາຍ ຄໍາພອນ ມູນລະໄມ
27. ສະຫາຍ ນ. ຄໍາຫມັ້ນ ແກ້ວບຸນຫວນ
28. ສະຫາຍ ປອ ສຸລິຍາ ສຸພິທັກ
29. ສະຫາຍ ດຣ ຫຸມພັນ ອິນທະມຸງຄຸນ
30. ສະຫາຍ ສົມດີ ເຕັງເບຼຍຈື
31. ສະຫາຍ ສົມສັກ ສຸພິໄລ
32. ສະຫາຍ ນ.ໄຊສະຫວັນ ນັນທະໄຊ
33. ສະຫາຍ ສອນສຸວັນ ປັນຍາວົງ


ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກຕັ້ງ ເອົາຄະນະປະຈໍາພັກແຂວງ ແລະ ໄດ້ເປັນເອກະສັນກັນຢ່າງ ສົມບູນຮັບຮອງເອົາ ເລຂາ, ຮອງເລຂາພັກແຂວງ; ເລືອກຕັ້ງເອົາປະທານ, ຮອງປະທານຄະນະກວດກາພັກແຂວງ. ເລືອກຕັ້ງເອົາຄະນະປະຈຳພັກແຂວງ 11 ສະຫາຍ, ຍິງ 1 ສະຫາຍຄື:
1. ສະຫາຍ ປອ ຄຳພັນ ເຜີຍຍະວົງ
2. ສະຫາຍ ຄຳພຽງ ຢາຈົງວາ
3. ສະຫາຍ ບຸນຄົງ ຫລ້າຈຽມພອນ
4. ສະຫາຍ ສົມຈິດ ປັນຍາສັກ
5. ສະຫາຍ ນ. ຈັນສະໝອນ ທິບພະຫົງ
6. ສະຫາຍ ວັນນາ ແກ້ວສັນຕິ
7. ສະຫາຍ ຄຳດີ ວົງລ້ອມ
8. ສະຫາຍ ພັອ ສີວອນ ໄຊຍະວົງ
9. ສະຫາຍ ອ່ອນແກ້ວ ອຸ່ນອາລົມ
10. ສະຫາຍ ຄຳເຜີຍ ງອນວັນຄຳ
11. ສະຫາຍ ມໍ ຊົງ


ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະບໍລິຫານງານພັກແຂວງ ອຸດົມໄຊ ໄດ້ເລືອກຕັ້ງເອົາເລຂາ ແລະ ຮອງເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ສະໄໝທີ IX ໂດຍເລືອກເອົາ ສະຫາຍ ຄຳພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳພຽງ ຢາຈົງວາ ແລະ ສະຫາຍ ບຸນຄົງ ຫລ້າຈຽມພອນ ເປັນຮອງເລຂາ, ກອງປະຊຸມເລືອກເອົາສະຫາຍ ນ. ຈັນສະໝອນ ທິບພະຫົງ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ຈຳປາ ສີດາຄຳ, ສະຫາຍ ນ. ສົມຫວັງ ໄຊຍະຕິ ແລະ ສະຫາຍ ທະນູໄຊ ເລືອງສະຫວັດ ເປັນຮອງປະທານຄະນະກວດກາພັກແຂວງ. ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍຄັ້ງທີ່ XI ຂອງສູນກາງພັກ ສົມບູນຈຳນວນ 25 ສະຫາຍ, ຍິງ 4 ສະຫາຍ ຜູ້ແທນສຳຮອງ 3 ສະຫາຍ, ຍິງ 1 ສະຫາຍ.

Cr: ຂ່າວປະຈຳວັນ Daily News Oudomxay