ນາຍົກທອງລຸນ ສີສຸລິດ ຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດ ເຊິ່ງການກໍ່ສ້າງຈະສຳເລັດສົມບູນໃນກາງປີ2021

135

ໃນຕອນແລງ ຂອງວັນທີ 23 ກໍລະກົດ 2020 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ພົນຕີ ຫງວຽນ ກ໋ວກ ຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃນນາມບໍລິສັດຮັບເໝົາກໍ່ສ້າງໂຄງການດັ່ງກ່າວ ແລະ ຄະນະ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານ ພົນຕີ ຫງວຽນ ກ໋ວກ ຢຸງ ໄດ້ລາຍງານສະພາບລວມ ກໍ່ຄືສະພາບການກໍ່ສ້າງໂຄງການ ໃຫ້ທ່ານນາຍົກລັດຖະມົນຕີ ແລະ ຄະນະໄດ້ຮັບຊາບ, ຊຶ່ງເຫັນວ່າ: ໂຄງການຫໍປະຊຸມສະພາແຫ່ງຊາດລາວຫຼັງໃໝ່ ເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ມີເນື້ອທີ່ອາຄານປຸກສ້າງທີ່ຕິດກັບໜ້າດິນ 7.171 ຕາແມັດ; ເປັນອາຄານທີ່ມີຄວາມສວຍງາມ, ແຂງແຮງ, ໂອໂຖງ, ເຄັ່ງຂຶມ, ສະຫງ່າ ແລະ ນຳໃຊ້ໄດ້ຍາວນານ; ມີລວດລາຍ-ດວງດອກ ທີ່ເປັນເອກະລັກ ທາງດ້ານສິລະປະວັດທະນະທຳຂອງລາວ ປະສົມປະສານກັບຄວາມທັນສະໄໝ ຂອງຍຸກສະໄໝ; ເປັນເອກະລັກສະເພາະ ຂອງສະພາແຫ່ງຊາດ, ມີຄວາມແຕກຕ່າງກັບຕຶກອາຄານ, ເຮືອນຊານ ທີ່ພັກພາອາໄສ, ສຳນັກງານ-ອົງການ, ຫໍວັດທະ ນະທຳ, ວັດວາອາຣາມ, ໂບດສິມ ແລະ ສິ່ງປຸກສ້າງອື່ນໆ; ມີຄວາມກົມກືນກັບສິ່ງປຸກສ້າງອື່ນ ຢູ່ບໍລິເວນອ້ອມຂ້າງເດີ່ນພະທາດຫຼວງ; ມີຫ້ອງປະຊຸມ, ຫ້ອງເຮັດວຽກ, ຫ້ອງບໍລິຫານ, ບໍລິການຮັບໃຊ້ ແລະ ລະບົບຄວາມປອດໄພ ທີ່ໄດ້ມາດຕະຖານ.

ໃນນັ້ນ ທັງໝົດອາຄານ ສາມາດບັນຈຸໄດ້ 800-1.000 ຄົນ, ຫ້ອງປະຊຸມສະພາແຫ່ງຊາດ ສາມາດບັນຈຸໄດ້ 433 ຄົນ, ໂດຍແມ່ນແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດຫວຽດນາມ ເປັນບໍລິສັດຮັບເໝົາກໍ່ສ້າງຫຼັກ. ສ່ວນທຶນໃນການກໍ່ສ້າງ: ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກ ສສ ຫວຽດນາມ ມູນຄ່າ 100 ລ້ານໂດລາ ບົນຈິດໃຈແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເພື່ອມອບເປັນຂອງຂວັນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ, ຊຶ່ງຫໍປະຊຸມສະພາແຫ່ງຊາດຫຼັງນີ້ ຈະກາຍເປັນໜຶ່ງໃນສັນຍາລັກ ແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງຈະເປັນມູນມໍລະດົກອັນລໍ້າຄ່າ ໃຫ້ແກ່ລູກຫຼານຂອງພວກເຮົາ ໄດ້ປົກປັກຮັກສາ ແລະ ສືບຕໍ່ນຳໃຊ້ ໃນອະນາຄົດ. ປະຈຸບັນ ການກໍ່ສ້າງແມ່ນສຳເລັດປະມານ 60% ແລະ ຄາດວ່າຈະສຳເລັດສົມບູນ ໃນກາງປີ 2021.

​ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ຕໍ່ບໍລິສັດທີ່ຮັບເໝົາກໍ່ສ້າງ, ໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນການກໍ່ສ້າງ ກໍ່ຄືຄວາມຮັບຜິດຊອບ, ຄວາມເປັນມືອາຊີບ ແລະ ຄວາມເປັນເຈົ້າການສູງ ຂອງພະນັກງານ-ກຳມະກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຮັດໃຫ້ການກໍ່ສ້າງ ມີຄວາມຄືບໜ້າເປັນກ້າວໆ, ໄດ້ຄຸນນະພາບ ຕາມມາດຖານເຕັກນິກການອອກແບບ ແລະ ສົມກັບຄວາມໄວ້ເນື້ອເຊື່ອໃຈ ຂອງພັກ-ລັດຖະບານ ລາວ ແລະ ຫວຽດນາມ ຢ່າງແທ້ຈິງ.

ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວຢໍ້າວ່າ ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຂອງພັກ, ລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວດນາມ, ອາຄານຫໍສະພານີ້ ຈະກາຍເປັນມູນມໍລະດົກ ແລະ ກາຍເປັນສັນຍາລັກ ແຫ່ງການພົວພັນ ແລະ ຮ່ວມມື ຂອງລາວ ແລະ ຫວຽດນາມ ຈົນຊົ່ວກາລະນານ, ຊຶ່ງເຊື່ອໝັ້ນວ່າ ຄົນລາວ, ປະຊາຊົນລາວ ຈະຮັບຮູ້ ແລະ ຈົດຈໍາບຸນຄຸນ ຈາກການຊ່ວຍເຫຼືອ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕະຫຼອດໄປ.​

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ