ອິນເດຍ ມີຜູ້ເສຍຊີວິດຈາກໂຄວິດ-19 ຫຼາຍກວ່າ 30 ພັນຄົນ

86

ລັດຖະບານອິນເດຍລາຍງານມີຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ຫຼາຍກວ່າ 30 ພັນຄົນ ແລະ ໃນຮອບ 1 ວັນ ພົບຜູ້ຕິດເຊື້ອໃໝ່ ເກືອບ 50 ພັນຄົນ ເປັນສະຖິຕິໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນສຸກ ທີ 24 ກໍລະກົດ ວ່າ ກະຊວງສາທາລະນະສຸກອິນເດຍລາຍງານ ເມື່ອວັນສຸກ ກ່ຽວກັບສະຖານະການຂອງການຕິດເຊື້ອຈາກໄວຣັສໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ ຢືນຢັນຜູ້ປ່ວຍໃໝ່ 49.310 ຄົນ ເປັນສະຖິຕິປະຈຳວັນສູງທີ່ສຸດຄັ້ງໃໝ່ ແລະ ເພິ່ມສະຖິຕິຜູ້ປ່ວຍສະສົມຈາກໂຄວິດ-19 ໃນປະເທດອິນເດຍ ຢ່າງໜ້ອຍ 1.287.945 ຄົນ ເປັນອັນດັບ 3 ຂອງໂລກ ຮອງຈາກສະຫະລັດ ແລະ ເບຣຊິນ.

ຂະນະທີ່ ໃນຮອບວັນດຽວກັນໄດ້ຢືນຢັຜູ້ເສຍຊີວິດໃໝ່ອີກ 740 ຄົນ ເພິ່ມສະຖິຕິເສຍຊີວິດ ຢ່າງໜ້ອຍ 30.601 ຄົນ ເປັນສະຖິຕິສູງທີ່ສຸດ ທັງການຕິດເຊື້ອ ແລະ ເສຍຊີວິດສະສົມ ໃນທະວີບອາຊີ. ຢ່າງໃດກໍ່ຕາມ, ໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນຜູ້ປິ່ນປົວເຊົາແລ້ວອີກ 29.557 ຄົນ ເພິ່ມສະຖິຕິສະສົມ ຢ່າງໜ້ອຍ 817.209 ຄົນ.

ດ້ານທາງການລັດມະນີປູຣະ ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງອິນເດຍ ເປັນລັດຫຼ້າສຸດທີ່ກັບມາໃຊ້ມາດຕະການປິດເມືອງ ເປັນໄລຍະ 2 ອາທິດ ຕັ້ງແຕ່ 14:00 ໂມງ ຕາມເວລາທ້ອງຖິ່ນຂອງວັນພະຫັດ ຜ່ານມາ.