ອາເມຣິກາ ວິກິດໜັກ ມີຜູ້ຕິດເຊື້ອຫຼາຍກວ່າ 4 ລ້ານຄົນ

66

ຂໍ້ມູນຈາກມະຫາວິທະຍາໄລຈອນ ຮັອບກິນສ໌ ຢືນຢັນຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໃນສະຫະລັດ ອາເມຣິກາ ສະສົມຫຼາຍກວ່າ 4 ລ້ານຄົນ ແລະ ເສຍຊີວິດຫຼາຍກວ່າ 1,4 ແສນຄົນ ໂດຍສະຖານະການໃນ 3 ລັດໃຫຍ່ ເຊັ່ນ: ແຄລິຟໍເນຍ, ເທັກຊັສ ແລະ ຟຼໍຣິດາ ຍັງວິດກິດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 23 ກໍລະກົດ ວ່າ ສູນຂໍ້ມູນຂ່າວສານເຊື້ອໄວຣັສໂຄໂຣນາຂອງມະຫາວິທະຍາໄລຈອນ ຮັອບກິນສ໌ ທີ່ເມືອງບັລຕິມໍ ລັດແມຣີແລນ ລາຍງານສະຖານະການໂຄວິດ-19 ໃນຮອບ 24 ຊົ່ວໂມງຫຼ້າສຸດ ຈົນຮອດ 20:30 ໂມງ ຕາມເວລາທ້ອງຖິ່ນຂອງວັນພະຫັດ (ກົງກັບ 07:30 ວັນສຸກ ປະເທດລາວ) ມີຜູ້ຕິດເຊື້ອໂຄວິດ-19 ໃນປະເທດ 76.570 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມ ຢ່າງໜ້ອຍ 4.032.430 ຄົນ ນັບຕັ້ງແຕ່ຢືນຢັນຜູ້ຕິດເຊື້ອຄົນທຳອິດ ເມື່ອທ້າຍເດືອນມັງກອນ ຜ່ານມາ ແລະ ປິ່ນປົວເຊົາແລ້ວ 1.233.269 ຄົນ.

ທັງນີ້ ຈຳນວນຜູ້ປ່ວຍສະສົມຂອງອາເມຣິກາ ຫາກໍ່ຂຶ້ນຫຼັກ 3 ລ້ານຄົນ ເມື່ອວັນທີ 8 ກໍລະກົດ ຜ່ານມານີ້ເທົ່ານັ້ນ ຂະນະທີ່ ໃນວັນດຽວກັນ ໄດ້ຢືນຢັນຜູ້ເສຍຊີວິດເພິ່ມອີກ 1.225 ຄົນ ເພິ່ມສະຖິຕິເສຍຊີວິດສະສົມຈາກໂຄວິດ-19 ໃນອາເມຣິກາ ຢ່າງໜ້ອຍ 144.167 ຄົນ.

ສຳລັບພື້ນທີ່ວິກິດທີ່ສຸດ ຍັງເປັນ 3 ລັດໃຫຍ່ຂອງປະເທດ ໂດຍລັດແຄລີຟໍເນຍມີປະຊາກອນຫຼາຍທີ່ສຸດໃນອາເມຣິກາ ຢືນຢືນຜູ້ຕິດເຊື້ອໃໝ່ 12.040 ຄົນ ເພິ່ມສະຖິຕິຜູ້ຕິດເຊືອສະສົມ ຢ່າງໜ້ອຍ 425.616 ຄົນ ຫຼາຍທີ່ສຸດໃນອາເມຣິກາ ໂດຍຜູ້ປ່ວຍສ່ວນໃຫຍ່ ອາຍຸລະຫວ່າງ 18 – 49 ປີ ແລະ ພົບຫຼາຍທີ່ສຸດໃນເມືອງລອສແອນເຈລິສ ສ່ວນຜູ້ເສຍຊີວິດສະສົມ 8.027 ຄົນ ເພິ່ມຂຶ້ນ 157 ຄົນ ເປັນສະຖິຕິຜູ້ເສຍຊີວິດປະຈຳວັນສູງສຸດຄັ້ງໃໝ່.

ຂະນະທີ່ ສະຖານະການໃນລັດເທັກຊັສເຊິ່ງມີປະຊາກອນອາໄສຫຼາຍເປັນອັນດັບສອງ ໄດ້ຢືນຢັນຜູ້ຕິດເຊື້ອໃໝ່ 9.507 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມ ຢ່າງໜ້ອຍ 361.125 ຄົນ ຫຼາຍກວ່າເຄິ່ງໜຶ່ງຍັງປິ່ນປົວຢູ່ ແລະ ໃນວັນດຽວກັນໄດ້ຢືນຢັນຜູ້ເສຍຊີວິດອີກ 173 ຄົນ ເພິ່ມສະຖິຕິຜູ້ເສຍຊີວິດ ຢ່າງໜ້ອຍ 4.521 ຄົນ.

ລັດຟຼໍຣິດາມີປະຊາກອນອາໄສຫຼາຍ ອັນດັບ 3 ຂອງປະເທດຢືນຢັນພົບຜູ້ປ່ວຍໃໝ່ 10.249 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມ ຢ່າງໜ້ອຍ 389.868 ຄົນ ແລະ ໃນວັນດຽວກັນ ມີຜູ້ເສຍຊີວິດເພິ່ມ 173 ຄົນ ເປັນການຢືນຢັນເສຍຊີວິດພາຍໃນມື້ດຽວຫຼາຍທີ່ສຸດ ແລະ ເພິ່ມສະຖິຕິຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 5.518 ຄົນ.

ຂະນະທີ່ ລັດທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດຄື ລັດນິວຢອກ ມີຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 32.594 ຄົນ, ລັດນິວເຈີຊີ ເສຍຊີວິດສະສົມ ຢ່າງໜ້ອຍ 15.730 ຄົນ ແລະ ລັດແມສຊາຊູເຊດ ຢືນຢັນມີຜູ້ເສຍຊີວິດ 8.484 ຄົນ.