WHO ຄາດ ວັກແຊັງຕ້ານໂຄວິດຊຸດທຳອິດ ພ້ອມແຈກຢາຍໃນຕົ້ນປີໜ້າ

147

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ດຣ. ໄມຄ໌ ໄຣອັນ ຜູ້ອຳນວຍການໂຄງການສຸກເສີນດ້ານສາທາລະນະສຸກຂອງອົງການອະນາໄມໂລກ ( WHO ) ເປີດເຜີຍເມື່ອວັນທີ 22 ກໍລະກົດຜ່ານມາວ່າ: ໃນຂະນະນີ້ WHO ກຳລັງເຮັດວຽກຢ່າງໜັກ ເພື່ອຮັບປະກັນວ່າການແຈກຢາຍວັກແຊັງຕ້ານໂຄວິດ – 19 ຈະເປັນໄປຢ່າງຍຸຕິທຳ ແຕ່ໃນລະຫວ່າງການລໍຖ້າວັກແຊັງດັ່ງກ່າວນີ້, ການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ເປັນສິ່ງສຳຄັນ, ໃນຂະນະທີ່ຕົວເລກຜູ້ຕິດເຊື້ອທົ່ວໂລກທະລຸ 15,3 ລ້ານກວ່າຄົນແລ້ວ.


ທ່ານ ດຣ. ໄມຄ໌ ໄຣອັນ ກ່າວອີກວ່າ: ພວກເຮົາກຳລັງມີຄວາມຄືບໜ້າເປັນຢ່າງດີ ເພາະວ່າວັກແຊັງຫຼາຍຊະນິດກຳລັງຢູ່ໃນການທົດລອງໄລຍະສຸດທ້າຍ ແລະ ທຸກຊະນິດຍັງຄົງໃຫ້ຜົນດີ ທັງຄວາມປອດໄພ ທັງປະສິດທິພາບໃນການສ້າງພູມຄຸ້ມກັນແກ່ມະນຸດ, ແຕ່ການແຈກຢາຍໃຫ້ຄົນທົ່ວໂລກໄດ້ນຳໃຊ້ອາດຈະແມ່ນຕົ້ນປີໜ້າ.


ປັດຈຸບັນ WHO ກຳລັງຫາຫົນທາງໃນການຂະຫຍາຍຂອບເຂດການເຂົ້າເຖິງ ລວມທັງຊ່ວຍກຳລັງການຜະລິດ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງ, ວັກແຊັງຕ້ານໂຄວິດບໍ່ແມ່ນຜະລິດອອກມາເພື່ອຮັບໃຊ້ຄົນຮັ່ງມີ ແລະ ກໍບໍ່ແມ່ນຮັບໃຊ້ຄົນທຸກຍາກ ແຕ່ທຸກຄົນຄວນເຂົ້າເຖິງໄດ້, ດຣ. ໄຣອັນ ກ່າວ.


ຢ່າງໃດກໍຕາມ, ເຖິງວ່າ WHO ຈະໃຊ້ຄວາມພະຍາຍາມເຮັດໃຫ້ທຸກຄົນໃນໂລກໄດ້ເຂົ້າເຖິງວັກແຊັງຕ້ານໂຄວິດ – 19 ແຕ່ໃນຄວາມເປັນຈິງ ເມື່ອວັນທີ 21 ກໍລະກົດຜ່ານມາ ລັດຖະບານສະຫະລັດໄດ້ບັນລຸຂໍ້ຕົກລົງຈ່າຍເງິນ ຈຳນວນ 1.950 ລ້ານໂດລາ ເພື່ອຊື້ວັກແຊັງຕ້ານໂຄວິດ – 19 ຈາກ ບໍລິສັດ ໄຟເຊີ ອິ້ງ ຂອງສະຫະລັດ ແລະ ບໍລິສັດໄບອອນເທັກ ຂອງເຢຍລະມັນ ເຊິ່ງທັງ 2 ບໍລິສັດດັ່ງກ່າວ ໄດ້ຮ່ວມມືກັນພັດທະນາວັກແຊັງຕ້ານໂຄວິດ – 19 ແລະ ຖ້າຫາກວ່າການທົດລອງໄລຍະສຸດທ້າຍໄດ້ຮັບຜົນ ທັງ 2 ບໍລິສັດຈະເປັນຜູ້ຜະລິດ ແລະ ສະໜອງວັກແຊັງໃຫ້ສະຫະລັດຢ່າງໜ້ອຍ 100 ລ້ານໂດສ ( ຫຼອດ ).