ໄຊສະຖານເກີດແຜ່ນດິນໄຫວອີກແລ້ວ ໄຫວດຸຫຼາຍ

128

ມີລາຍງານສະພາບການເກີດແຜ່ນດິນໄຫວອີກແລ້ວທີ່ເມືອງໄຊສະຖານ ແຂວງໄຊຍະບູລີ ໃນຄັ້ງວັນທີ 23 ກໍລະກົດ 2020 ເວລາ 11:57 ໂມງ ຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈຳນວນ 1 ຄັ້ງ, ໃນບໍລິເວນ ບ້ານສັນແຕ ເມືອງໄຊສະຖານ ແຂວງໄຊຍະບູລີ ສະພາບຂອງການເກີດແຜ່ນດິນໄຫວໃນຄັ້ງນີ້ມີຂະໜາດນ້ອຍລາຍລະແຽດດັ່ງລຸ່ມນີ້:


ໃນເວລາ 11:57:40 ຂອງເວລາທ້ອງຖິ່ນ ຈຸດສູນກາງເສັ້ນຂະໜານທີ່ 19.276oN ອລະ ເສັ້ນແວງທີ່ 101.399oE ຄວາມແຮງສັ່ນສະເທືອນວັດແທກໄດ້ 2.2 ຣິກເຕີ, ເຊິ່ງມີຄວາມເລິກຈາກໜ້າດິນປະມານ 6 Km ຈຸດສູນກາງເກີດແຜ່ນດິນໄຫວແມ່ນໄກຈາກຕົວເທດສະບານເມືອງໄຊສະຖານປະມານ 15 Km ຢ່າງໃດກໍ່ຕາມເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.