ສາທາຢືນຢັນ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ຫຼັງປອດເຊື້ອມາ 100ກວ່າວັນ

106

ໄດ້ຟັງຂ່າວດີມາພຽງ 102 ມື້ເທົ່ານັ້ນ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເຮັດໃຫ້ລັດຖະບານໄດ້ຜ່ອນຜັນບາງມາດຕະການເປັນໄລຍະທີ 4 ເຊິ່ງພໍ່ແມ່ປະຊາຊົນກໍ່ໄດ້ກັບມາດຳລົງຊີວິດໄດ້ປົກກະຕິໄລຍະໜຶ່ງເທົ່ານັ້ນ ແຕ່ຫຼ້າສຸດໃນວັນທີ 24 ກໍລະກົດ 2020 ຄະນະສະເພາະກິດໄດ້ອອກມາຖະແຫຼງວ່າ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມອີກ 1ຄົນ.

ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໄດ້ຖະແຫຼງວ່າ: ໃນວັນທີ 23 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 425 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 143 ຄົນ, ແຮງງານຈີນ 225 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 57 ຄົນ; ຜົນກວດວິເຄາະທັງໝົດແມ່ນ ມີ 1 ກໍລະນີ ພົບເຊື້ອ ໂຄວິດ-19 ເຊິ່ງຕອນນີ້ໄດ້ນໍາໄປປິ່ນປົວຢູ່ໂຮງໝໍມິດຕະພາບແລ້ວ ສ່ວນລາຍລະອຽດກ່ຽວກັບຜູ້ຕິດເຊື້ອມີດັ່ງລຸ່ມນີ້:

ຜູ້ຕິດເຊື້ອເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ, ຜູ້ກ່ຽວຍັງບໍ່ທັນໄດ້ລົງໄປເຄື່ອນໄຫວວຽກງານຢູ່ເຂື່ອນ, ຍັງຢູ່ໃນໄລຍະການຈໍາກັດບໍລິເວນ ທີ່ໂຮງແຮມຂອງຄະນະສະເພາະກິດໄດ້ກຳນົດໄວ້ໃນນະຄອນຫຼວງວຽງຈັນ ຈົນຄົບ 14 ວັນ.

ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດຊອກຫາເຊື້ອ ໂຄວິດ-19 ດ້ວຍ RT-PCR ໃຫ້ຜົນລົບ; ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ ໂຄວິດ-19.

ດ້ານປະຫວັດການເດີນທາງຂອງຜູ້ຕິດເຊື້ອ ໃນວັນທີ 18 ກໍລະກົດ 2020 ເດີນທາງຈາກປະເທດຍີ່ປຸ່ນ (ໂອຊາກາ ຫາ ໂຕກຽວ) ມາຜ່ານ ສ. ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານດ່ານສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A, ນ້ຳເບີຕັ່ງ 015E; ຜູ້ກ່ຽວເດີນທາງມາກັບກຸ່ມໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ; ເດີນທາງຈາກສະໜາມບິນມາໂຮງແຮມ ດ້ວຍລົດຕູ້ເຊົ່າ ເຊິ່ງໂຮງແຮມເຊົ່າມາ, ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ.

ນັບແຕ່ວັນທີ 18 ຫາ 23 ກໍລະກົດ 2020, ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ, ກິນອາຫານຢູ່ໃນຫ້ອງ ໂດຍມີພະນັກງານນຳອາຫານ, ນ້ຳດື່ມມາປະໄວ້ໜ້າຫ້ອງໃຫ້ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ. ພະນັກງານໂຮງແຮມໄດ້ແທກອຸນຫະພູມໃຫ້ຜູ້ກ່ຽວທຸກໆມື້ ເຊົ້າ-ແລງ ທີ່ໜ້າຫ້ອງ ໂດຍຮັກສາໄລຍະຫ່າງ 1 ແມັດ (ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ); ຕາມກົດລະບຽບຂອງໂຮງແຮມ ບໍ່ອະນຸຍາດໃຫ້ພະນັກງານອະນາໄມ ເຂົ້າໄປທຳຄວາມສະອາດ ໃນຫ້ອງນອນ, ຜູ້ກ່ຽວຕ້ອງຮັບຜິດຊອບເອງ ແລະ ໂຮງແຮມໄດ້ຈັດກຽມອຸປະກອນທີ່ຈຳເປັນໄວ້ໃນຫ້ອງພັກຈົນຄົບກຳນົດ 14 ວັນ.

ວັນທີ 22 ກໍລະກົດ 2020 ທີມງານສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບ ພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ໄປເກັບຕົວຢ່າງຢູ່ໂຮງແຮມດັ່ງກ່າວ; ຕໍ່ມາວັນທີ 23 ກໍລະກົດ 2020 ເວລາປະມານ 21:00 ໂມງ ຜົນກວດວິເຄາະ ແມ່ນພົບເຊື້ອ ໂຄວິດ-19. ຫຼັງຈາກນັ້ນ ຄົນເຈັບດັງກ່າວຖືກນຳສົ່ງໄປປິ່ນປົວທີ່ໂຮງໝໍມິດຕະພາບ; ສໍາລັບຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ໃນເບື້ອງຕົ້ນມີ 17 ຄົນ,

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 23 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 24.479 ຕົວຢ່າງ, ກວດພົບເຊື້ອສະສົມ 20 ຄົນ.