ຊາໂສມກາດອກຮັກ ໄດ້ຮັບກາໝາຍສິນຄ້າໂອດັອບ

150

ມື້ນີ້ມີອີກໜຶ່ງຂ່າວດີ ຜະລິດຕະພັນຊາໂສມກາດອກຮັກ ກາຍເປັນຜະລິດຕະພັນທີ 8 ຂອງເມືອງລະມາມ ທີ່ໄດ້ຮັບກາໝາຍສິນຄ້າໂອດັອບແຫ່ງຊາດ.
ພິທີມອບ – ຮັບໃບອະນຸຍາດນໍາໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ( ໂອດັອບ ) ແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2020 ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ( ອຄ ) ແຂວງ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ. ພ້ອມນີ້, ກໍມີຫົວໜ້າພະແນກ ອຄ ແຂວງ – ເມືອງ, ກຸ່ມຜະລິດ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຄໍາມ້າວ ສິງສະຫວັດ ຫົວໜ້າຫ້ອງການ ອຄ ເມືອງລະມາມ ກ່າວວ່າ: ການຄັດເລືອກສິນຄ້າໂອດັອບແມ່ນປະຕິບັດຕາມບົດແນະນໍາເລກທີ 3559/ສພຄ ລົງວັນທີ 25 ພະຈິກ 2012 ກ່ຽວກັບເງື່ອນໄຂ ແລະ ຂັ້ນຕອນໃນການຄັດເລືອກສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ໂດຍຜ່ານການລົງເຄື່ອນໄຫວຕົວຈິງຢູ່ເມືອງລະມາມ ເຫັນວ່າຜະລິດຕະພັນສິນຄ້າທີ່ພົ້ນເດັ່ນ ແລະ ມີເງື່ອນໄຂທີ່ຈະກາຍເປັນສິນຄ້າໂອດັອບໄດ້ນັ້ນມີໜຶ່ງຜະລິດຕະພັນ ຄື: ຜະລິດຕະພັນຊາໂສມກາດອກຮັກຂອງ ທ່ານ ນາງ ສີສຸພັນ ບຸດດາວຽງ ຢູ່ບ້ານໃໝ່ຫົວເມືອງ.


ທ່ານ ຄໍາໄຊ ໃສໄພແກ້ວ ວິຊາການໜ່ວຍງານສົ່ງເສີມຫັດຖະກໍາ, ຫ້ອງການ ອຄ ເມືອງລະມາມ ກ່າວວ່າ: ຊາໂສມ ເປັນຊາບໍາລຸງຮ່າງກາຍທີ່ຜະລິດຈາກໂສມທໍາມະຊາດຂອງເມືອງດາກຈຶງ ໂດຍມີສ່ວນປະສົມຂອງນໍ້າເຜິ້ງທໍາມະຊາດທີ່ມີພາຍໃນທ້ອງຖິ່ນແຂວງເຊກອງ ຜ່ານຂະບວນການຜະລິດຕາມຂັ້ນຕອນ ແລະ ຖືກຫຼັກອະນາໄມ ກາຍມາເປັນຜະລິດຕະພັນສໍາເລັດຮູບບັນຈຸຊອງຂະໜາດນ້ອຍ 2 ກຣາມ ໂດຍໃນ 1 ກັບ ມີ 30 ຊອງ ຂາຍໃນລາຄາ 80 ພັນກີບ, ຜະລິດຕະພັນຊາໂສມກາດອກຮັກ ໄດ້ຈໍາໜ່າຍອອກສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຂາຍສົ່ງໄປນະຄອນຫຼວງວຽງຈັນ ແລະ ຂາຍສົ່ງໃຫ້ນັກທຸລະກິດຊາວຈີນຈໍານວນໜຶ່ງ.


ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວວ່າ: ແຂວງເຊກອງ ມີ 8 ຜະລິດຕະພັນທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດັອບແລ້ວ ຄື: ຜະລິດຕະພັນເຫຼົ້າໝາກຈັນ, ຜະລິດຕະພັນເຫຼົ້າໝາກກ້ວຍ, ຜະລິດຕະພັນເຫຼົ້າໝາກຂາມປ້ອມ, ຜະລິດຕະພັນເຫຼົ້າໝາກໜອດ, ຜະລິດຕະພັນຕໍ່າແຜ່ນແພ, ຜະລິດຕະພັນກາເຟສົດດາກຈຶງ, ຜະລິດຕະພັນກາເຟສົດທ່າແຕງ ແລະ ຜະລິດຕະພັນຊາໂສມກາດອກຮັກ.
ໃຫ້ກຽດມອບໃບຢັ້ງຢືນນໍາໃຊ້ກາໝາຍໂອດັອບຄັ້ງນີ້ແມ່ນ ທ່ານ ເຫຼັກໄຫຼ ສີວິໄລ ຮັບໂດຍ ທ່ານ ນາງ ສີສຸພັນ ບຸດດາວຽງ ເຈົ້າຂອງໂຮງງານຜະລິດຕະພັນຊາໂສມກາດອກຮັກ.
55 – 56