ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

170

ໃນວັນທີ 23 ກໍລະກົດ 2020 ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຖິງແຂວງອຸດົມໄຊ ເພື່ອລົງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2020 ນີ້, ໂດຍການຕ້ອນຮັບຂອງທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງອຸດົມໄຊ.

ໃນໂອກາດດັ່ງກ່າວ ທ່ານ ຄໍາພັນ ເຜີຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ແຂວງອຸດົມໄຊ ໄດ້ມີຄວາມພ້ອມ 100% ເພື່ອຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ ນີ້, ເຊິ່ງເປັນແຂວງທຳອິດໃນຂອບເຂດທົ່ວປະເທດ ທີ່ຈັດກອງປະຊຸມດັ່ງກ່າວຂຶ້ນ ໂດຍໄດ້ມີຄວາມພ້ອມໃນທຸກດ້ານ ໂດຍສະເພາະ ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ກອງປະຊຸມໃນຄັ້ງນີ້, ໄດ້ຈັດໃຫ້ມີຄວາມແຕກຕ່າງ ຈາກກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໃນປີທີ່ຜ່ານໆມາໂດຍງົດບໍ່ໃຫ້ມີການມອບຊໍ່ດອກໄມ້, ບໍ່ມີການສະແດງສິລະປະຂັ້ນເວລາ, ບໍ່ມີການເຂົ້າອວຍພອນຈາກ 3 ອົງການຈັດຕັ້ງມະຫາຊົນ, ບໍ່ເຊີນແຂກທັງພາຍໃນ ແລະ ຕ່າງປະເທດມາເຂົ້າຮ່ວມ, ບໍ່ມີການໂຮມຊຸມນຸມ ແລະ ງານລ້ຽງສະຫຼອງຜົນສຳເລັດຂອງກອງປະຊຸມ. ທັງນີ້, ແນໃສ່ຫລຸດຜ່ອນເລລາ, ຫລຸດຜ່ອນຄ່າໃຊ້ຈ່າຍຕ່າງໆ, ທັງເປັນການປະຕິບັດບາງມາດຕະການປ້ອງກັນການຕິດເຊື້ອໂຄວິດ-19.

ພ້ອມດຽວກັນນັ້ນ, ພາຍໃນກອງປະຊຸມ ຍັງມີງານວາງສະແດງເຄື່ອງຫັດຖະກໍາ ຂອງບັນດາເມືອງໃນທົ່ວແຂວງ ແລະ ການວາງສະແດງຮູບພາບ ການເຄື່ອນໄຫວວຽກງານຕ່າງໆ ຂອງບັນດາພະແນກການອ້ອມຂ້າງແຂວງ ນໍາອີກ.