ອົສຕຣາລີ ຂະຫຍາຍເວລາຊ່ວຍພາກທຸລະກິດຈ່າຍເງິນເດືອນ

113

ລັດຖະບານອົສຕຣາລີ ຈະຂະຫຍາຍໄລຍະເວລາຊ່ວຍພາກທຸລະກິດຈ່າຍເງິນເດືອນໃຫ້ແກ່ພະນັກງານກຳມະກອນ ພາຍຫຼັງເກີດການລະບາດຂອງພະຍາດໂຄວິດ – 19 ຄັ້ງໃໝ່ ໂດຍຈະໃຊ້ເງິນ 168 ຕື້ໂດລາອົສຕຣາລີ ເພື່ອຊ່ວຍທຸລະກິດທີ່ໄດ້ຮັບຜົນກະທົບ.


ປັດຈຸບັນ ອົສຕຣາລີ ມີໂຄງການຊ່ວຍເຫຼືອພາກທຸລະກິດໃນວົງເງິນ 70 ຕື້ໂດລາອົສຕຣາລີ ມີກຳນົດສິ້ນສຸດໂຄງການ ໃນວັນທີ 30 ກັນຍາ ແຕ່ຈະຂະຫຍາຍເວລາໂຄງການອອກໄປອີກ 6 ເດືອນ ຈົນເຖິງ 31 ມີນາປີໜ້າ ເຊິ່ງຈະສາມາດຄຸ້ມຄອງແຮງງານ ປະມານ 1 ລ້ານຄົນ.


ອົສຕຣາລີ ເລີ່ມໂຄງການຊ່ວຍພາກທຸລະກິດຈ່າຍເງິນເດືອນ ມາຕັ້ງແຕ່ເດືອນມີນາຜ່ານມາ ໂດຍຈ່າຍເປັນລາຍ 15 ວັນ ( ເດືອນລະ 2 ຄັ້ງ ) ໃຫ້ກັບຄົນງານຂອງຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບ ຄົນລະ 1.500 ໂດລາອົສຕຣາລີ ໃຫ້ແກ່ຄົນງານທຸກປະເພດ ແຕ່ພາຍໃຕ້ໂຄງການໃໝ່ຈະຫຼຸດລົງເຫຼືອ 1.200 ໂດລາອົສຕຣາລີ.

ຂະນະທີ່ຜູ້ເຮັດວຽກໜ້ອຍກວ່າ 20 ຊົ່ວໂມງຕໍ່ອາທິດ ຈະໄດ້ຮັບເງິນຊ່ວຍເຫຼືອ 700 ໂດລາອົສຕຣາລີ ແລະ ເລີ່ມແຕ່ວັນທີ 1 ມັງກອນ ເປັນຕົ້ນໄປ ຈະຫຼຸດລົງເຫຼືອ 1.000 ໂດລາອົສຕຣາລີ ແລະ 650 ໂດລາອົສຕຣາລີ ຕາມລຳດັບ.