ຈີນ ເລີ່ມທົດລອງວັກແຊັງຕ້ານໂຄວິດໃນຄົນຂັ້ນສຸດທ້າຍຢູ່ບຣາຊິນ

138

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັກແຊັງຕ້ານໂຄວິດ – 19 ເຊິ່ງພັດທະນາໂດຍ ບໍລິສັດ “ ຊີໂນວັກ ” ( Sinovac ) ໃນນະຄອນຫຼວງປັກກິ່ງ ຮ່ວມກັບສະ ຖາບັນວິໄຈ ບູຕານຕານ ( Butantan ) ຂອງບຣາຊິນ ຖືກສົ່ງໄປເຖິງບຣາຊິນ ໃນວັນທີ 21 ກໍລະກົດ 2020 ໂດຍວັກແຊັງດັ່ງກ່າວຈະຖືກສົ່ງໃຫ້ສະຖາບັນວິໄຈ 12 ແຫ່ງ ເພື່ອທົດລອງກັບອາສາສະໝັກ ຈຳນວນ 9.000 ຄົນ.


ວັກແຊັງຂອງ ບໍລິສັດ ຊີໂນວັກ ເປັນວັກແຊັງຕ້ານໂຄວິດ – 19 ຕົວທີ 3 ( ຊະນິດທີ 3 ) ຂອງໂລກ ທີ່ເຂົ້າສູ່ການທົດລອງໄລຍະທີ 3 ຫຼື ການທົດລອງກັບມະນຸດຈຳນວນຫຼາຍຄົນ ເຊິ່ງເປັນການທົດລອງຂັ້ນສຸດທ້າຍກ່ອນຈະເຂົ້າສູ່ຂະບວນການກວດສອບ ກ່ອນຈະອະນຸມັດໃຫ້ນຳໃຊ້ຕົວຈິງ.


ທ່ານ ໂຊອາວ ໂດເຣຍ ເຈົ້າແຂວງຊາວເປົາໂລ ຂອງບຣາຊິນ ກ່າວວ່າ: ການທົດລອງວັກແຊັງຂອງ ບໍລິສັດ ຊີໂນວັກ ເຊິ່ງເປັນໜຶ່ງໃນວັກແຊັງທີ່ກ້າວໜ້າໃນການທົດລອງຫຼາຍທີ່ສຸດໃນໂລກ ໂດຍຈະເລີ່ມທົດລອງໃຊ້ກັບຄົນຂັ້ນສຸດທ້າຍຢູ່ໂຮງໝໍຊາວເປົາໂລ ແລະ ຄາດວ່າ ຈະຮູ້ຜົນເບື້ອງຕົ້ນພາຍໃນ 90 ວັນ. ຖ້າຫາກວັກແຊັງດັ່ງກ່າວໄດ້ຮັບການພິສູດວ່າປອດໄພ ແລະ ສາມາດປ້ອງກັນພະຍາດໂຄວິດ – 19 ໄດ້ຢ່າງມີປະສິດທິພາບ, ສະຖາບັນບູຕານຕານ ຈະໄດ້ຮັບສິດໃນການຜະລິດວັກແຊັງດັ່ງກ່າວ ຈຳນວນ 120 ລ້ານໂດສ ຕາມຂໍ້ຕົກລົງກັບ ບໍລິສັດ ຊີໂນວັກ.


ທັງນີ້ ບຣາຊິນ ເປັນປະເທດທີ່ມີການລະບາດຂອງພະຍາດໂຄວິດ – 19 ຮຸນແຮງທີ່ສຸດ ເປັນອັນດັບ 2 ຂອງໂລກ ຮອງຈາກສະຫະລັດ. ມາຮອດຕອນເຊົ້າວັນທີ 22 ກໍລະກົດນີ້ ບຣາຊິນມີຜູ້ຕິດເຊື້ອ 2.166.532 ຄົນ ແລະ ເສຍຊີວິດ 81.597 ຄົນແລ້ວ ຈາກສະຖານະການດັ່ງກ່າວເຮັດໃຫ້ ບຣາຊິນ ເໝາະແກ່ການທົດລອງວັກແຊັງ.


ນອກຈາກວັກແຊັງຂອງ ບໍລິສັດ ຊີໂນວັກ ແລ້ວ ບຣາຊິນຍັງເປັນບ່ອນທົດລອງວັກແຊັງ AZD1222 ໄລຍະ 3 ທີ່ພັດທະນາໂດຍມະຫາວິທະຍາໄລອັອກຟອດ ຂອງອັງກິດ ຮ່ວມກັບ ບໍລິສັດ AstraZeneca ອີກ.