ຝຶກອົບຮົມດ້ານວິຊາການ ສ້າງຄູຝຶກວຽກງານຈັດຊື້ – ຈັດຈ້າງ

169

ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ພາຍໃຕ້ການສະໜັບສະໜູນຈາກສະຫະພາບເອີຣົບ ໂດຍຜ່ານທະນາຄານໂລກ. ການຝຶກອົບຮົມຊຸດນີ້ເປັນ ຄັ້ງທີ III ທີ່ລົງເລິກການປະຕິບັດຂັ້ນຕອນການຈັດຊື້ – ຈັດຈ້າງຕົວຈິງ ກ່ອນຈະກ້າວໄປສູ່ການຮັບຮູ້ເຕັກນິກການຮຽນ-ການສອນ ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງລັດຜູ້ຮັບຜິດຊອບວຽກງານຈັດຊື້ – ຈັດຈ້າງໃຫ້ເຂົ້າໃຈເລິກເຊິ່ງ ແລະ ຜັນຂະຫຍາຍເນື້ອໃນຂອງກົດໝາຍດັ່ງກ່າວ ແລະ ລະບຽບການໃນການຈັດຕັ້ງໃຫ້ໄດ້ຮັບຜົນດີ.


ທ່ານ ພິມພາ ພົມມະວົງ ຮອງຫົວໜ້າພະແນກຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດໄດ້ສະເໜີກົດໝາຍ ວ່າດ້ວຍການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ ລົງວັນທີ 2 ພະຈິກ 2017 ເປັນຕົ້ນແມ່ນຫຼັກການພື້ນຖານ ກ່ຽວກັບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ, ໂຄງສ້າງຂອງກົດໝາຍ, ຫຼັກການພື້ນຖານ, ປະເພດການຈັດຊື້, ວິທີການ, ຮູບແບບການຈັດຊື້, ຮູບແບບການຈັດຈ້າງ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບກົດໝາຍ, ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດຮັບປະກັນການຄຸ້ມຄອງຢ່າງລວມສູນ, ເປີດເຜີຍຍຸຕິທຳ – ໂປ່ງໃສ ສາມາດກວດສອບໄດ້ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.


ທ່ານ ພອນປະເສີດ ຫຼວງລາດ ທີ່ປຶກສາຈົດຊື້ – ຈົດຈ້າງໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄດ້ຍົກໃຫ້ເຫັນ ແລະ ລົງເລິກແຕ່ລະບັນຫາເພື່ອເຮັດໃຫ້ບັນດາຄູຝຶກເຂົ້າໃຈຂັ້ນຕອນການຈັດຕັ້ງປະຕິບັດການປະມູນຕົວຈິງ, ຂັ້ນຕອນການປະມູນແບບເປີດກວ້າງສຳລັບການຈັດຊື້ສິນຄ້າ ລວມທັງແນະນຳລະບຽບຫຼັກການຂອງການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ເຊິ່ງລວມເອົາການກໍ່ສ້າງ ຫຼື ການສ້ອມແປງ, ການສະໜອງສິນຄ້າ ແລະ ການບໍລິການວຽກງານ.


ຊຸດຝຶກອົບຮົມວຽກງານຈັດຊື້ – ຈັດຈ້າງ ຈັດຂຶ້ນໃນລະ ຫວ່າງວັນທີ 13 – 17 ກໍລະກົດ 2020 ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງລິດ ກິ່ງແກ້ວອຸດົມ ຫົວໜ້າພະແນກຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ເຊິ່ງມີຊ່ຽວຊານຈາກທະນາຄານໂລກ, ມີຄະນະພະແນກ ແລະ ວິຊາການທີ່ຕາງໜ້າຈາກກະຊວງຕ່າງໆ, ຂະແໜງຄຸ້ມຄອງຊັບສິນຂອງລັດແຂວງ ວຽງຈັນ ເຂົ້າຮ່ວມ.

 

[ ຂ່າວ: ສົມສະຫວິນ, ຮູບ: ຫັດທະພອນ ]