ປະຊາຊົນ 2 ບ້ານ ໄດ້ຮັບເງິນຊົດເຊີຍຈາກຜົນກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1

232

ພິທີມອບ – ຮັບເງິນຊົດເຊີຍໃຫ້ປະຊາຊົນຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ຂອງ 2 ບ້ານ ຄື: ບ້ານປາກຮຸ່ງ ແລະ ບ້ານຫ້ວຍແກ້ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2020 ທີ່ຫ້ອງປະຊຸມເຂື່ອນໄຟຟ້ານໍ້າຮຸ່ງ 1 ໂດຍການເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ ມີຫົວໜ້າ, ຮອງຫົວໜ້າພະແນກຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານວິຊາການ, ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນຜູ້ຖືກຜົນກະທົບຈາກ 2 ບ້ານເຂົ້າຮ່ວມ.


ທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ ໄດ້ລາຍງານການເກັບກຳຂໍ້ມູນຊົດເຊີຍຜົນກະທົບຂອງປະຊາຊົນ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ1 ວ່າ: ຜ່ານການລົງເກັບກໍາຂໍ້ມູນຜົນກະທົບຂອງປະຊາຊົນຈາກການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ນັບແຕ່ວັນທີ 9 ສິງຫາ 2019 – 5 ກໍລະກົດ 2020 ໄດ້ກໍານົດຫຼັກໝາຍ ເພື່ອຊີ້ບອກລະດັບນໍ້າຖ້ວມຈາກໜ້າເຂື່ອນ ເຊິ່ງຕອນດິນທີ່ຖືກຜົນກະທົບທັງ 2 ບ້ານ ມີທັງໝົດ 142 ຕອນ ກວມເອົາ 87 ຄອບຄົວ, ມີເນື້ອທີ່ທັງໝົດ 134 ກວ່າເຮັກຕາທີ່ລວມເອົາການຊົດເຊີຍທີ່ດິນ, ໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ ລວມມູນຄ່າຊົດເຊີຍທັງໝົດ 3 ຕື້ 400 ລ້ານກວ່າກີບ.


ໃນນີ້, ບ້ານປາກຮຸ່ງ ມີຕອນດິນທີ່ຖືກຜົນກະທົບ 50 ຕອນ ມີ 36 ຄອບຄົວ, ປະເພດຕອນດິນກະສິກໍາ 15 ຕອນ, ດິນສວນໄມ້ອຸດສາຫະກໍາ 31 ຕອນ, ດິນລວມບ້ານ 2 ຕອນ ແລະ ດິນປ່າທໍາມະຊາດ 2 ຕອນ ລວມເນື້ອທີ່ຕອນດິນທີ່ຖືກຜົນກະທົບທັງໝົດ 966.292 ກວ່າຕາແມັດ, ຕົ້ນໄມ້ອຸດສາຫະກໍາ 28.750 ຕົ້ນ, ໄມ້ໃຫ້ໝາກ 288 ຕົ້ນ ລວມມູນຄ່າຊົດເຊີຍທັງໝົດ 2 ຕື້ 183 ລ້ານກວ່າກີບ.


ສ່ວນບ້ານຫ້ວຍແກ້ງ ມີຕອນດິນທີ່ຖືກຜົນກະທົບ 92 ຕອນ ມີ 51 ຄອບຄົວ, ປະເພດຕອນດິນກະສິກຳ 47 ຕອນ, ດິນນາ 2 ຕອນ, ດິນໜອງປາ 1 ຕອນ, ດິນສວນໄມ້ອຸດສາຫະກໍາ 31 ຕອນ, ດິນປຸກສ້າງ 3 ຕອນ, ດິນລວມບ້ານ 4 ຕອນ ແລະ ດິນປ່າທໍາມະຊາດ 4 ຕອນ ລວມເນື້ອທີ່ຕອນດິນທີ່ ຖືກຜົນກະທົບທັງໝົດ 357.229 ກວ່າຕາແມັດ, ຕົ້ນໄມ້ອຸດສາຫະກຳ 11. 995 ຕົ້ນ, ໄມ້ໃຫ້ໝາກ 539 ຕົ້ນ ລວມມູນຄ່າຊົດເຊີຍທັງໝົດ 1 ຕື້ 200 ລ້ານກວ່າກີບ.
ຈາກນັ້ນ. ໃນພິທີກໍໄດ້ມອບເງິນຊົດເຊີຍໃຫ້ປະຊາຊົນສອງບ້ານທີ່ຖືກຜົນກະທົບດັ່ງກ່າວ ໃຫ້ກຽດມອບໂດຍ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ.