ວັນສະເຫຼີມ ພູມໃຈທີ່ສຸດຫຼັງຍິງ 2 ປະຕູທໍາອິດໃນນາມທີມຊາດ ຢູ 19 (ມີຄລິບ)

180

ຖືວ່າແຈ້ງເກີດໄປເລີຍ ສໍາລັບ ວັນສະເຫຼີມ ລັດຕະນາຈານ ກອງກາງໜ້າໃໝ່ຊາວແຂວງຈໍາປາສັກ ທີ່ໄດ້ສິດຂຶ້ນມາຄັດເລືອກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ສາມາດຍິງໄດ້ເຖິງ 2 ປະຕູ ຊ່ວຍໃຫ້ ຢູ 19 ລາວ ເອົາຊະນະ ເມືອງຮາດ ຢູໄນເຕັດ 3-2 ໃນນັດອຸ່ນເຄື່ອງເມື່ອວັນທີ 22 ກໍລະກົດ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ເຖິງວ່າຈະເປັນພຽງນັດອຸ່ນເຄື່ອງ ແຕ່ກໍເປັນປະສົບການຄັ້ງສໍາຄັນຂອງ ວັນສະເຫຼີມ ເມື່ອໄດ້ຮັບໂອກາດຈາກ ທ່ານ Sundram Moorthy ຫົວໜ້າຄູຝຶກ ທີມຊາດລາວ ຢູ 19 ໃຫ້ລົງຫຼິ້ນເປັນຕົວຈິງຮ່ວມກັບ ນັກເຕະທີ່ເຄີຍຕິດທີມຊາດມາກ່ອນນຳໂດຍ ຄຳສະຫງ່າ ພິມມະສອນ, ອານຸລັກ ວັນນະລາດ, ຈັນນິຈອນ ຈັນທະວົງ ແລະ ຈັນທະວິໄຊ ຂຸນທຸມພອນ. ນອກນັ້ນ, ກໍຍັງມີ ກິແກ້ວ ໄຊບຸນຕັກ, ໂຕລີ່ ບິວລາຊົງ ແລະ ສະໄໝ ສັນທະວີ ທີ່ເປັນນັກເຕະໃໝ່ທີ່ໄດ້ສິດຂຶ້ນມາຄັດເລືອກທີ່ນະຄອນຫຼວງວຽງຈັນ ກໍໄດ້ລົງເປັນຕົວຈິງຮ່ວມກັບ ວັນສະເຫຼີມ ອີກດ້ວຍ.

ຫຼັງຈາກຍິງໄດ້ 2 ປະຕູ ວັນສະເຫຼີມ ເປີດເຜີຍຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ເປັນປະສົບການທີ່ຫາຊື້ບໍ່ໄດ້ ເຊິ່ງນັດດັ່ງກ່າວນ້ອງລົງແຂ່ງຂັນຕັ້ງທໍາອິດປະມານ 20 ນາທີກໍໄດ້ຮັບບາດເຈັບ ຈົນຕ້ອງຖືກປ່ຽນຕົວອອກ. ຢ່າງໃດກໍຕາມ ໃນເຄິ່ງເວລາທີ 2 ຄູຝຶກໃຫ້ໂອກາດລົງສະໜາມອີກຄັ້ງ ແລະ ຫຼິ້ນຄົບ 45 ນ້ອງກໍສ້າງຜົນງານໄດ້ເກີນຄາດ ເມື່ອສາມາດຍິງໄດ້ 2 ປະຕູ ແນ່ນອນປະສົບການຄັ້ງດັ່ງກ່າວ ເຮັດໃຫ້ນ້ອງພູມໃຈຫຼາຍທີ່ສຸດ ເພາະມັນເປັນການກ້າວສູ່ຄວາມຝັນຄື ຢາກຮັບໃຊ້ທີມຊາດລາວ.

ຢ່າງໃດກໍຕາມ, ວັນສະເຫຼີມ ແລະ ເພື່ອນຮ່ວມທີມຄົນອື່ນໆ ກໍຍັງຕ້ອງຮ່ວມຝຶກຊ້ອມ ແລະ ທົດສອບກັບ ຢູ 19 ລາວ ຕໍ່ໄປ ເພື່ອລຸ້ນຕິດທີມຊາດຊຸດນີ້ ເພາະຈະມີການຄັດຮອບສຸດທ້າຍ ເພື່ອເລືອກເອົານັກເຕະຕາມໂກຕາໄປຮ່ວມແຂ່ງຂັນ ບານເຕະຊີງແຊັມອາຊີ 2020 ຮຸຸ່ນອາຍຸບໍ່ເກີນ 19 ປີ ຮອບສຸດທ້າຍທີ່ປະເທດອຸດສະເບກິດສະຖານ ໃນທ້າຍປີນີ້.