ເງິນກີບຍັງສືບຕໍ່ອ່ອນຄ່າ ທຽບກັບເງິນບາດ ແລະ ໂດລາ

417

ອັດຕາແລກປ່ຽນລະຫວ່າງເງິນກີບກັບສະກຸນເງິນບາດ ແລະ ໂດລາສະຫະລັດ ໃນເດືອນກໍລະກົດ ເຫັນວ່າໜັງຕີງບໍ່ຫຼາຍປານໃດເມື່ອທຽບໃສ່ເດືອນມິຖຸນາ ໂດຍຍັງສືບຕໍ່ອ່ອນຄ່າລົງເລັກໜ້ອຍ.
ສະເພາະອັດຕາແລກປ່ຽນລະຫວ່າງກີບກັບເງິນບາດ ໃນເດືອນກໍລະກົດຈະແລ່ນ ຂຶ້ນລົງລະຫວ່າງ 316 ຫາ 317 ກີບຕໍ່ 1 ບາດ ໂດຍໃນວັນທີ 1 ກໍລະກົດຢູ່ທີ່ 316,28 ກີບຕໍ່ 1 ບາດ ມາເປັນ 317,04 ກີບຕໍ່ 1 ບາດ ໃນວັນທີ 22 ກໍລະກົດ.
ສ່ວນອັດຕາແລກປ່ຽນລະຫວ່າງກີບກັບໂດລາໃນເດືອນກໍລະກົດຈະແລ່ນຂຶ້ນລົງລະຫວ່າງ 9.043 ຫາ 9.066 ກີບຕໍ່ 1 ໂດລາ ໂດຍອັດຕາແລກປ່ຽນວັນທີ 1 ກໍລະກົດຢູ່ທີ່ 9.043 ກີບ ມາເປັນ 9.066 ກີບຕໍ່ 1 ໂດລາ ໃນວັນທີ 22 ກໍລະກົດ.


ມາເບິ່ງຕົວເລກການສົ່ງອອກຂອງ ສປປ ລາວໃນເດືອນມິຖຸນາ 2020 ດີຂຶ້ນມາເລັກໜ້ອຍ ໂດຍສົ່ງອອກໄດ້ຫຼາຍກວ່າ 337 ລ້ານໂດລາ ( ບໍ່ລວມສົ່ງອອກໄຟຟ້າ ) ເພີ່ມຂຶ້ນຈາກ 208 ລ້ານໂດລາ ໃນເດືອນເມສາ ແລະ 264 ລ້ານໂດລາໃນເດືອນພຶດສະພາ; ຂະນະທີ່ການຂາດດຸນການຄ້າກໍຫຼຸດລົງຈາກ 183 ລ້ານໂດລາ ໃນເດືອນພຶດສະພາ ເປັນ 82 ລ້ານໂດລາໃນເດືອນມິຖຸນາ.


ຢ່າງໃດກໍຕາມ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຊີ້ແຈງໃນກອງປະຊຸມສະພາເມື່ອເດືອນມິຖຸນາ ວ່າ: ຈາກສະພາບອ່ອນຄ່າຂອງເງິນກີບທຽບໃສ່ເງິນບາດ ແລະ ໂດລາ ໃນເງື່ອນໄຂທີ່ປະເທດເຮົາການຜະລິດພາຍໃນຍັງບໍ່ຕອບສະໜອງກັບຄວາມຕ້ອງການຂອງການຊົມໃຊ້ ໂດຍອີງໃສ່ການນໍາເຂົ້າສິນຄ້າຈາກຕ່າງປະເທດ ແນ່ນອນວ່າຕົ້ນທຶນການນໍາເຂົ້າສິນຄ້າເຫຼົ່ານັ້ນ ກໍຍ່ອມໄດ້ຮັບຜົນກະທົບຢ່າງຫຼີກລຽງບໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ, ການອ່ອນຄ່າຂອງອັດຕາແລກປ່ຽນບໍ່ແມ່ນປັດໄຈຕົ້ນຕໍທີ່ກະທົບຕໍ່ອັດຕາເງິນເຟີ້ຂອງ ສປປ ລາວ.


ສະນັ້ນ, ທຸກພາກສ່ວນຕ້ອງສືບຕໍ່ປະຢັດ – ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດທີ່ບໍ່ຈໍາເປັນ ເປັນຕົ້ນການຈໍາກັດການນໍາເຂົ້າສິນຄ້າທີ່ພາຍໃນຜະລິດໄດ້ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຫົວໜ່ວຍການຜະລິດທີ່ມີທ່າແຮງນັ້ນຮອບດ້ານ ແລະ ສົ່ງເສີມການລົງທຶນໃສ່ການຜະລິດສິນຄ້າສະຫງວນຢ່າງຕັ້ງໜ້າ ເພື່ອທົດແທນການນໍາເຂົ້າ, ສົ່ງເສີມການຜະລິດກະສິກຳປ້ອນໂຮງງານອຸດສາຫະກໍາປຸງແຕ່ງ; ຮ່ວມກັນສືບຕໍ່ປັບປຸງຂອດຂັ້ນລວມທັງກົນໄກການຄຸ້ມຄອງບໍລິຫານໃນການຂໍອະນຸມັດການລົງທຶນ, ຕິດຕາມການດໍາເນີນທຸລະກິດຂອງຕ່າງປະເທດໃຫ້ມີຄວາມສະດວກ ວ່ອງໄວ ແລະ ຄ່ອງຕົວ ເພື່ອດຶງດູດ – ຍາດແຍ່ງເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ໃຫ້ຫຼາຍທີ່ຈະຫຼາຍໄດ້.


ຄຽງຄູ່ກັນນັ້ນ, ພາກສ່ວນທີ່ຮັບຜິດຊອບຈະຕ້ອງໄດ້ເລືອກເຟັ້ນຈັດລຽງບຸລິມະສິດໃຫ້ຂະແໜງການລົງທຶນຈາກຕ່າງປະເທດທີ່ເປັນທ່າແຮງສ້າງລາຍໄດ້ເຂົ້າມາປະເທດຢ່າງແທ້ຈິງ ເພື່ອບໍ່ໃຫ້ການລົງທຶນຈາກຕ່າງປະເທດສ້າງແຮງກົດດັນໃຫ້ມີການນໍາເຂົ້າ ແລະ ຂາດດຸນການຄ້າເພີ່ມຂຶ້ນ ແຕ່ບໍ່ສ້າງລາຍຮັບເທົ່າທີ່ຄວນ.

( ອ້າງອີງຂໍ້ມູນ: ອັດຕາແລກປ່ຽນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ )