ກຽມສ້າງສວນສຸຂະພາບວິລະບູລີແດນຄຳ

115

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານການພັດທະນາເສດຖະກິດ – ສັງຄົມຢູ່ທີ່ເມືອງວິລະບູລີ ໃນລະຫວ່າງວັນທີ 17 – 18 ກໍລະກົດຜ່ານມາພ້ອມທັງຕິດຕາມ ແລະ ຊຸກຍູ້ການກະກຽມວາງແຜນໂຄງການກໍ່ສ້າງສວນສຸຂະພາບວິລະບູລີແດນຄຳ ໂດຍມີ ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ພ້ອມຄະນະໃຫ້ການຕ້ອນຮັບ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍໄດ້ຮັບຟັງການຜ່ານແຜນການອອກແບບໂຄງການສວນສຸຂະພາບວິລະບູລີແດນຄຳ. ຈາກນັ້ນ, ທ່ານເຈົ້າແຂວງພ້ອມຄະນະ ກໍໄດ້ລົງສຳຫຼວດເບິ່ງສະພາບພື້ນທີ່ຕົວຈິງທີ່ທາງເມືອງກຳນົດເປັນເຂດພັດທະນາເປັນບ່ອນທ່ອງທ່ຽວ.


ໃນໂອກາດດັ່ງກ່າວ ທ່ານເຈົ້າແຂວງ ກໍໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາສຳຄັນ ທີ່ເປັນປະໂຫຍດໃຫ້ແກ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງສວນສຸຂະພາບວິລະບູລີແດນຄຳ ໂດຍທ່ານໄດ້ເນັ້ນໃຫ້ຄະນະການນຳຂອງເມືອງ ສືບຕໍ່ຊຸກຍູ້ໂຄງການດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ເນື່ອງຈາກເມືອງວິລະບູລີ ເປັນເມືອງທີ່ມີທ່າແຮງຫຼາຍດ້ານ. ສະນັ້ນ, ຈຶ່ງມີ ຄວາມເໝາະສົມທີ່ຈະສ້າງເປັນແຫຼ່ງທ່ອງທ່ຽວ, ສຳລັບງົບປະມານໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ກໍໃຫ້ບິແບ່ງໃນຮ່ວງພັດທະນາຂອງເມືອງ. ພ້ອມນີ້, ກໍໃຫ້ລະດົມພາກທຸລະກິດທີ່ມີທ່າແຮງ ເພື່ອເຂົ້າມາສຳປະທານ ແລະ ລົງທຶນ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ເມືອງວິລະບູລີ ມີໃບໜ້າໃໝ່ ແລະ ກາຍເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈອີກແຫ່ງໜຶ່ງຂອງແຂວງ ແລະ ສາມາດດຶງດູດເອົານັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມໃຫ້ນັບມື້ຫຼາຍຂຶ້ນ.


ທ່ານ ຄຳຜຸຍ ສີບຸນເຮືອງ ກ່າວວ່າ: ປັດຈຸບັນເມືອງພວກເຮົາເລັ່ງໃສ່ການອອກແບບໂຄງການສວນສຸຂະພາບວິລະບູລີແດນຄຳ ໃນເຂດຝາຍຫ້ວຍສະໂຄຍ ເຊິ່ງເບື້ອງຕົ້ນໄດ້ສຳເລັດການສຳຫຼວດອອກແບບ ແລະ ເຮັດແຜນຜັງຂຶ້ນມາແລ້ວ ແລະ ກຳລັງເຈລະຈາກັບ ບໍລິສັດ ລ້ານຊ້າງມິເນໂຣນສ໌ ເພື່ອຂໍທຶນບ້ວງກອງທຶນພັດທະນາເມືອງ ຄາດວ່າໃນປີ 2020 ຈະເລີ່ມລົງມືຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍຈະດຳເນີນເປັນໄລຍະໆ.

ໃນນີ້, ໄລຍະທີ 1 ແມ່ນຈະໄດ້ຈັດສັນເນື້ອທີ່ຂອງປະຊາຊົນທີ່ຢູ່ໃນເຂດໃກ້ຄຽງ, ບຸກເບີກເນື້ອທີ່ ແລະ ເຮັດທາງຍ່າງອ້ອມໜອງ ພ້ອມໃສ່ໄຟເຍືອງທາງ; ສ່ວນໄລຍະທີ 2 ແມ່ນຈັດສັນລານຈອດລົດ, ສະຖານທີ່ຄ້າ – ຂາຍ, ຕະຫຼາດກາງຄືນ, ບ່ອນທ່ອງທ່ຽວທາງດ້ານສຸຂະພາບ ແລະ ທາງໜ້ານ້ຳ ໂດຍໄດ້ເປີດໂອກາດໃຫ້ພາກທຸລະກິດທີ່ມີຄວາມສາມາດເຂົ້າມາມີສ່ວນຮ່ວມສຳປະທານ ແລະ ບູລະນະຊ່ວຍກັນ ເພື່ອໃຫ້ກາຍເປັນສວນພັດທະນາສຸຂະພາບຂອງເມືອງ.


ອັນທີ 2 ໃນເຂດຝາຍຫ້ວຍກົງ ເມືອງກໍໄດ້ແຕ່ງຕັ້ງຄະນະກຳມະການ ເພື່ອຈັດສັນເນື້ອທີ່ດິນຄືນໃໝ່ ເນື່ອງຈາກໃນເມື່ອກ່ອນຂອບເຂດດິນອ້ອມຂ້າງຝາຍຫ້ວຍກົງ ແມ່ນເປັນດິນຈັດສັນຂອງເມືອງ. ສຳລັບໂຄງການນີ້ຈິດໃຈຂອງເມືອງພວກເຮົາ ອັນທີ 1 ແມ່ນຢາກເຮັດເປັນສວນຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງພາຍໃນ ແລະ ໂຄງການບໍ່ຄຳ ແລະ ອັນທີ 2 ແມ່ນເຮັດເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ເພາະມີເນື້ອທີ່ກວ້າງ ຂວາງ, ມາຮອດປັດຈຸບັນໄດ້ສຳເລັດການສຳຫຼວດເກັບກຳຂໍ້ມູນເນື້ອທີ່ດັ່ງກ່າວສຳເລັດແລ້ວ ແລະ ກຳລັງກະກຽມການຈັດສັນ ແລະ ວາງແຜນພັດທະນາໃນຕໍ່ໜ້າ ເພື່ອຈະດຶງດູດການລົງທຶນ ເຊິ່ງເປັນໄລຍະທີ 2 ຕາມທິດທາງແຜນການຂອງເມືອງທີ່ໄດ້ກະກຽມວາງແຜນການພັດທະນາແຫຼ່ງທ່ອງທ່ຽວ.