ລາຄາຄຳສູງຕໍ່ເນື່ອງ ແພງສຸດໃນປະຫວັດສາດໃກ້ຈຸບາດ 9 ລ້ານກີບແລ້ວ

273

ຈາກທີ່ກ່ອນໜ້ານີ້ທີມຂ່າວເສດຖະກິດ-ການຄ້າໄດ້ລາຍງານຂ່າວໄປແລ້ວ ລາຄາຄຳໄລຍະຫຼັງໆມານີ້ບໍ່ມີທີທ່າວ່າຈະຫຼຸດລົງເລີຍ ກົງກັນຂ້າມນັບມື້ສູງຂຶ້ນຕໍ່ເນື່ອງ ອີງໃສ່ສະພາບການຂອງໂລກ ໃນຂະນະນີ້ທີ່ຍັງມີຄວາມບໍ່ສະຫງົບ ເນື່ອງຈາກມີການລະບາດຂອງເຊື້ອພະຍາດ ໂຄວິດ-19 ຈຶ່ງໄດ້ສົ່ງຜົນກະທົບໄປທຸກຂະແໜງການ ລວມເຖິງລາຄາຄໍານໍາ.

ການສູງຂຶ້ນຂອງລາຄາຄຳບໍ່ແມ່ນສະເພາະແຕ່ປະເທດເຮົາ ແຕ່ຢູໂຣບ, ອາເມລິກາກໍ່ເປັນພ່ວງຕໍ່ໆກັນໄປ ໃນນີ້ລາຄາຄຳຮູບປະພັນຂອງປະເທດເພື່ອນບ້ານກໍມີລາຄາສູງ ເກືອບ 9 ລ້ານກີບ ໃນຮອບ 9 ປີ ແລະ ຍັງຄາດວ່າຈະສູງຂຶ້ນໄປຕື່ມອີກ.

ສະມາຄົມຄຳຂອງປະເທດໄທໄດ້ມີການອັບເດດລາຄາຄຳເທື່ອທຳອິດຂອງວັນທີ 22 ກໍລະກົດ ໃນເວລາ 9:31 ໂມງ ເຊິ່ງຄຳແທ່ງ 1 ບາດ ຊື້ໃນລາຄາ 27.550 ບາດ ຂາຍ 27.650 ສ່ວນຄຳຮູບປະພັນ ຊື້ໃນລາຄາ 27.060,60 ບາດ ຂາຍ 28.150 ບາດ ເຊິ່ງສັນຍາຄຳຕະຫຼາດໂຄເມັກ ງວດສົ່ງມອບເດືອນ ສິງຫາ ໃນຕະຫຼາດນິວຢອກ ປີທີ່ 1.843,90 ໂດລາຕໍ່ອອນ ເພີ່ມຂຶ້ນ 26,50 ໂດລາ (1,5%) ເຮັດສະຖິຕິສູງສຸດນັບຕັ້ງແຕ່ເດືອນ ກັນຍາ ປີ 2011.

ໂດຍນັກລົງທຶນຍັງມີຄວາມເຊື່ອໝັ້ນຫຼາຍຂຶ້ນວ່າ ລັດຖະບານທົ່ວໂລກຈະສາມາດຕອບສະໜອງ ແລະ ຮັບມືການແຜ່ລະບາດຂອງໂຄວິດ-19 ຫຼັງຈາກຜົນທົດລອງວັກຊີນຢ່າງໜ້ອຍ 2 ຕົວຢ່າງ ທີ່ໄດ້ເຜີຍແຜ່ອອກມາໃນວັນຈັນ ທີ 20 ກໍລະກົດ ມີຜົນອອກມາໃນແງ່ບວກພ້ອມທັງມີມາດຕະການກະຕຸ້ນເສດຖະກິດເພີ່ມຕື່ມຂອງສະຫະລັດອາເມລິກາ ແລະ ອີຢູ.

ເຖິງແນວໃດກໍ່ຕາມ ລາຄາຄຳໃນ ສປປ ລາວ ກໍຍັງມີການເໜັ່ງຕີງຂຶ້ນໃນແຕ່ລະມື້ ເຊິ່ງລາຄາຄຳຮູບປະພັນ 1 ບາດ ຫຼ້າສຸດແມ່ນຊື້ໃນລາຄາ 8.759.000 ກີບ ລາຄາອັບເດດ 13:45 ໂມງ ອາດເກີດຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ເຊິ່ງລາຄາດັ່ງກ່າວທຽບໃສ່ມື້ວານນີ້ແມ່ນເພີ່ມຂຶ້ນ 140.000 ກີບ.