ທັງງາມທັງເກັ່ງ ຍິນດີກັບ ສາວ ໂຈ່ແອ້ນ ໂພທິວັດ ຄວ້າໜຶ່ງໃບປະກາດຈາກວິທະຍາໄລລາວ – ອາເມຣິກາ

111

ນັບວ່າເປັນເລື່ອງລາວທີ່ໜ້າຍິນດີອີກເລື່ອງໜຶ່ງຂອງຄົນວົງການບັນເທີງ ສໍາລັບ ສາວໂຈ່ແອ້ນ ໂພທິວັດ ຮອງອັນດັບໜຶ່ງນາງສາວລາວ 2019 ທີ່ໄດ້ສໍາເລັດການສຶກສາສົກປີ 2017 – 2018 ຈາກວິທະຍາໄລລາວ – ອາເມຣິກາ ແລະ ຫາກໍຮັບໃບປະກາດໄປເມື່ອວັນທີ 18 ກໍລະກົດ 2020 ທີ່ຜ່ານມາ.

ສາວໂຈ່ແອ້ນ ໂພທິວັດ ສາວງາມທີ່ປ່ຽມລົ້ນໄປດ້ວຍຄວາມງາມ, ຄວາມຮູ້, ຄວາມສາມາດທີ່ຫຼາກຫຼາຍ ໂດຍມີສິ່ງກາລັນຕີເປັນລາງວັນຈາກເວທີອັນຊົງກຽດຂອງລາວ ນັ້ນກໍຄືຮອງອັນໜຶ່ງນາງສາວລາວ 2019 ຈາກເວທີປະກວດນາງສາວລາວ ( Miss Laos ). ຫຼັງຈາກນັ້ນ, ສາວໂຈ່ແອ້ນ ກໍມີຜົນງານໃນວົງການບັນເທີງຕະຫຼອດມາ ໂດຍສະເພາະແມ່ນການຖ່າຍແບບ ເຊິ່ງກໍປາກົດອອກມາສູ່ສາຍຕາມວນຊົນໃຫ້ໄດ້ຊື່ນຊົມຄວາມງາມຂອງສາວຄົນນີ້ຢູ່ຕະຫຼອດເວລາ.

ແນ່ນອນວ່າຜ່ານມາສາວຄົນນີ້ທັງເຮັດວຽກທັງຮຽນໄປນໍາ ເຊິ່ງມັນບໍ່ແມ່ນເລື່ອງງ່າຍທີ່ຈະເຮັດຫຼາຍຢ່າງຄວບຄູ່ກັນໄປ ແລະ ໄດ້ຮັບຜົນສໍາເລັດທັງໝົດ ແຕ່ສາວຄົນນີ້ເຮັດໄດ້ ທັງວຽກວົງການບັນເທີງກໍໂດດເດັ່ນ ແຖມການຮຽນການສຶກສາກໍບໍ່ປະຖິ້ມ, ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງການຈັດສັນເວລາໄດ້ດີ, ການເຮັດວຽກໃນວົງການບັນເທີງບໍ່ສົ່ງຜົນກະທົບຕໍ່ການຮຽນ ເຮັດຫຼາຍຢ່າງພ້ອມກັນແຕ່ທຸກຢ່າງກໍປະສົບຜົນສໍາເລັດ.

ເຖິງຢ່າງໃດກໍຕາມ, ທີມຂ່າວບັນເທີງຂອງພວກເຮົາຂໍສະແດງຄວາມດີໃຈ ແລະ ຍິນດີເປັນຢ່າງຍິ່ງຕໍ່ຜົນສໍາເລັດຂອງ ສາວໂຈ່ແອ້ນ ໃນຄັ້ງນີ້ ພ້ອມຊື່ນຊົມທີ່ສາວຄົນນີ້ເປັນໄວໜຸ່ມລາວໄຟແຮງອີກຜູ້ໜຶ່ງທີ່ທັງຮຽນທັງເຮັດວຽກໄປພ້ອມ ແລະ ແນ່ນອນເລື່ອງລາວດີໆແບບນີ້ຜູ້ຂຽນບໍ່ພາດທີ່ຈະນໍາສະເໜີໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ຊື່ນຊົມຄວາມສໍາເລັດຂອງນ້ອງຮ່ວມກັນ.

( ໂດຍ: ເອຢິບ ) [ ຂອບໃຈຮູບ: Joanne Phothivat ]