ຄີລັດຢູ່ໃນວິນໂດ 10 ທີ່ເຮົາຄວນຮູ້ ເພື່ອຈະຊ່ວຍເຮັດໃຫ້ການເຮັດວຽກສະດວກຂຶ້ນ

162

ຖ້າເຮົາຮູ້ວິທີນຳໃຊ້ປຸ່ມລັດໃນວິນໂດໃດໜຶ່ງ ກໍຈະເຮັດໃຫ້ຊີວິດຂອງເຮົາສະດວກສະບາຍແຖມຍັງປະຢັດເວລາໄດ້ຫຼາຍຂຶ້ນ ໂດຍທີ່ບໍ່ຕ້ອງງົມຄລິກເຂົ້າລາຍການ ເພື່ອເລືອກໃຫ້ເສຍເວລາພຽງແຕ່ໃຊ້ນິ້ວກົດ 2 – 3 ປຸ່ມພ້ອມກັນ ກໍສາມາດເປີດໃຊ້ຄຳສັ່ງນັ້ນໄດ້ແລ້ວ. ສໍາລັບມື້ນີ້ເຮົາມີເຄັດລັບມາຝາກຜູ້ອ່ານກ່ຽວກັບຄີລັດ ຫຼື ປຸ່ມລັດຂອງແປ້ນພິມໃນ Windows 10 ດັ່ງລຸ່ມນີ້:

1 ແຄັບໜ້າຈໍ: ກົດ WINDOWS + SHIFT + S.

ເວລາກົດແຄັບໜ້າຈໍ ຫຼາຍຄົນອາດຄິດເຖິງການກົດປຸ່ມ Print Screen ແລ້ວໄປວາງໃນ Paint, ແຕ່ທ່ານຮູ້ບໍ່ວ່າວິທີງ່າຍກວ່າກໍຄືການກົດປຸ່ມ Windows + Shift + S ເຊິ່ງລະບົບຈະເປີດໂປຣແກຣມ Snip Setch ຂຶ້ນມາອັດຕະໂນມັດ.


2 ແຄັບໜ້າຈໍແບບລົວໆ: ກົດ WINDOWS + PRINTSCREEN.

ບາງເທື່ອເຮົາກໍຢາກແຄັບໜ້າຈໍແບບໄວໆ ໂດຍບໍ່ຕ້ອງມານັ່ງກົດບັນທຶກເທື່ອລະພາບ ເຊິ່ງນີ້ເໝາະສຳລັບໃຊ້ໄວ້ບັນທຶກຮູບໜ້າຈໍເວລາເບິ່ງວິດີໂອ ຫຼື Live ຕ່າງໆ ເຊິ່ງບໍ່ສາມາດຢຸດໄດ້. ຫຼັງຈາກກົດແຄັບແລ້ວຮູບຈະຖືກບັນທຶກໃນ Pictures -> Screen Shots.

3 ລຶບໄຟລ໌ແບບຖາວອນ: ກົດ SHIFT + DELETE

ຕາມປົກກະຕິເມື່ອເຮົາຢາກລຶບໄຟລ໌ແບບຖາວອນ ເຮົາມັກຈະເຂົ້າໄປລຶບໃນ Recycle Bin ເຊິ່ງນີ້ກິນເວລາເລັກໜ້ອຍ ແລະ ວິທີທີ່ງ່າຍກວ່ານັ້ນກໍຄື ເຮົາສາມາດກົດລຶບໄຟລ໌ໄດ້ແບບຫາຍໄປທັນທີບໍ່ໄປຄ້າງຢູ່ໃນຖັງຂີ້ເຫຍື້ອອີກ ໂດຍການເລືອກໄຟລ໌ທີ່ຕ້ອງການລຶບ ແລ້ວກົດປຸ່ມ Shift + Delete. ຈາກນັ້ນກົດ Yes ເພື່ອຢືນຢັນ.

4 ເປີດໜ້າ DESKTOP: ກົດ WINDOWS + D

ການເປີດໜ້າ Desktop ຄົນສ່ວນໃຫຍ່ມັກຈະເລືອກທີ່ຈະກົດພັບໜ້າຈໍຂອງໂປຣແກຣມລົງ ເຊິ່ງຕ້ອງໄດ້ລາກເມົ້າໄປຄລິກພັບໂປຣແກຣມລົງ. ວິທີການທີ່ງ່າຍກວ່າແມ່ນໃຫ້ກົດ Windows + D.

5 ລັອກໜ້າຈໍທັນທີ: ກົດ WINDOWS + L.

ບາງເທື່ອເຮົາກໍຕ້ອງການທີ່ຈະລັອກໜ້າຈໍແບບໄວໆ ເພື່ອປະຄອມໄວ້ ແລະ ໄປເຮັດວຽກອື່ນ ເຊິ່ງປົກກະຕິຈະຕ້ອງກົດ Start -> ເລືອກໜ້າ Account -> ແລ້ວກົດ Lock ເຊິ່ງແບບນີ້ຈະເຮັດໃຫ້ເຮົາເສຍເວລາຫຼາຍ, ຕໍ່ໄປຖ້າຢາກລັອກໜ້າຈໍທັນທີໃຫ້ກົດ Windows + L ມັນຈະລັອກໃຫ້ແບບບໍ່ຕ້ອງກົດຫຍັງເພີ່ມ.

6 ເປີດ TASK MANAGER: ກົດ CTRL + SHIFT + ESC.

ແຕ່ກ່ອນເວລາເຮົາຈະເປີດ Task Manager ຂຶ້ນມາ ຕ້ອງໄດ້ເຮັດຫຼາຍຂັ້ນຕອນ ເລີ່ມຈາກກົດ Ctrl + Alt + Delete ແລ້ວຈຶ່ງເລືອກເປີດໂປຣແກຣມ. ແຕ່ວິທີງ່າຍໆບໍ່ຕ້ອງກົດຫຍັງຫຼາຍ, ພຽງແຕ່ກົດ Ctrl + Shift + ESC ລະບົບກໍຈະເປີດໂປຣແກຣມດັ່ງກ່າວໃຫ້ທັນທີບໍ່ຕ້ອງກົດຫຍັງເພີ່ມ.

7 ສະແດງໜ້າຈໍໂປຣແກຣມທັງໝົດ ແລະ ສ້າງ NEW DESKTOP: ກົດ WINDOWS + TAB.

ການສະຫຼັບລະຫວ່າງແອັບຈະສະດວກຂຶ້ນ ຖ້າເຮົາໃຊ້ປຸ່ມລັດ Alt + Tab. ແຕ່ນັ້ນແມ່ນສຳລັບກໍລະນີທີ່ເຮົາເປີດໂປຣແກຣມພຽງ 2 – 3 ໂປຣແກມພ້ອມກັນ ເພາະຖ້າເປີດໜ້າຈໍໂປຣແກຣມມາເປັນ 10 ແລ້ວຈະມາສະຫຼັບແບບນັ້ນ ກວ່າຈະພົບໜ້າທີ່ຕ້ອງການກໍຕ້ອງໃຊ້ເວລາດົນສົມຄວນ; ວິທີທີ່ໃຊ້ເວລາໜ້ອຍກວ່າແມ່ນລອງກົດ Windows + Tab ເພາະສາມາດເຫັນໜ້າຈໍຂອງທຸກໂປຣແກຣມທີ່ເປີດຢູ່ ລວມທັງສາມາດສ້າງ New Desktop ເຊິ່ງເປັນຄືກັບໜ້າຈໍທີສອງໄດ້ນຳອີກ.


8 ເລືອກຈໍສະແດງຜົນ: ກົດ WINDOWS + P.

ເວລາສຽບຕໍ່ຈໍແຍກ ບາງເທື່ອເຮົາກໍຢາກໃຫ້ສະແດງຜົນແບບແຍກກັນເປັນຈໍໃຜລາວ ບາງເທື່ອກໍຢາກໃຫ້ເປັນແບບດຽວກັນ ຫຼື ໃຊ້ສະເພາະຈໍໃດໜຶ່ງ; ວິທີເລືອກແມ່ນໃຫ້ກົດ Windows + P ເຊິ່ງຈະມີຕົວເລືອກໃຫ້ກົດເອົາເດັ້ງຂຶ້ນມາທັນທີ.

9 ສ້າງໂຟນເດີໃໝ່ ຫຼື ເປີດແທັບບໍ່ລະບຸຕົວຕົນ: ກົດ CTRL + SHIFT + N.

ວິທີການສ້າງໂຟນເດີໃໝ່ປົກກະຕິເຮົາມັກຈະຄລິກຂວາໃນພື້ນທີ່ວ່າງ ແລ້ວເລືອກ New > Folder. ແຕ່ນີ້ຈະຍາກຂຶ້ນຖ້າໂຟນເດີນັ້ນມີໄຟລ໌ຈຳນວນຫຼາຍ ແລະ ພື້ນທີ່ວ່າງເກືອບບໍ່ມີ. ສະນັ້ນຖ້າກົດ Ctrl + Shift + N ກໍຈະເຮັດໃຫ້ຊີວິດເຮົາງ່າຍຂຶ້ນ ເພາະສາມາດສ້າງໂຟນເດີໃໝ່ໄດ້ທັນທີ ໂດຍບໍ່ຕ້ອງກົດຫຍັງ. ພ້ອມນີ້, ຖ້າກົດປຸ່ມນີ້ໃນ ບຣາວເຊີ ເຊັ່ນ: Chrome ຫຼື Edge ກໍຈະເປັນການເປີດແທັບບໍ່ລະບຸຕົວຕົນພ້ອມ.

10 ລວມປຸ່ມລັດສຳລັບໃຊ້ໃນການພິມເອກະສານ:
Ctrl + Z: ຍ້ອນກັບ ຍົກເລີກການກະທຳ ( ກ່ອນໜ້າ ); Ctrl + Y: ເຮັດຊໍ້າ ( ການກະທຳກ່ອນໜ້າ ).; Ctrl + X: ຕັດ; Ctrl + C: ກັອບປີ ( ຄັດລອກ ); Ctrl + V: ວາງ ( ທີ່ຄັດລອກໄວ້ກ່ອນໜ້າ ); Ctrl + B: ເຮັດໃຫ້ໂຕອັກສອນໜາ; Ctrl + F: ຄົ້ນຫາຄຳທີ່ຕ້ອງການ; Ctrl + A: ເລືອກທັງໝົດ; Ctrl + S: ບັນທຶກ ( ສະເພາະ Office ).

( ທີ່ມາ: www.ict.co.th )[ ໂດຍ: ສົມສະຫວິນ ]