ທຸລະກິດຕົກແຕ່ງພາຍໃນຍັງມີຄູ່ແຂ່ງບໍ່ຫຼາຍ ແລະ ຕະຫຼາດຍັງກວ້າງ

205

ການເຊື່ອມໂຍງຂອງລາວເຮົາກັບພາກພື້ນ ແລະ ສາກົນໃນຫຼາຍປີຜ່ານມາ ໄດ້ເຮັດໃຫ້ທຸລະກິດຫຼາຍຂະແໜງການເລີ່ມມີການແຂ່ງຂັນສູງ ເນື່ອງຈາກນັກລົງທຶນຕ່າງປະເທດໄດ້ເຂົ້າມາມີບົດບາດດ້ານການຄ້າ, ອຸດສາຫະກຳ, ໂຮງຈັກ – ໂຮງງານ ແລະ ອື່ນໆ. ເວົ້າສະເພາະທຸລະກິດຕົກແຕ່ງພາຍໃນ ເຖິງວ່າຈະມີຊ່າງສືມືດີຈາກຫວຽດນາມ ແລະ ໄທ ເຂົ້າມາບໍລິການລູກຄ້າໃນລາວກໍຕາມ, ແຕ່ກໍຖືວ່າເປັນທຸລະກິດທີ່ບໍ່ມີການແຂ່ງຂັນສູງຫາກທຽບໃສ່ກັບຂະແໜງການອື່ນ ແລະ ຕະຫຼາດຈໍາໜ່າຍ ຫຼື ຖານລູກຄ້າແມ່ນຍັງມີຫຼາຍ.

ເຈົ້າຂອງຮ້ານບໍລິການຕົກແຕ່ງພາຍໃນແຫ່ງໜຶ່ງ ໃຫ້ທັດສະນະວ່າ: ຫາກເວົ້າເລື່ອງຕົກແຕ່ງພາຍໃນຕຶກ – ອາຄານ, ຮ້ານອາຫານ, ໂຮງແຮມ ລວມໄປເຖິງເຮືອນທີ່ພັກອາໄສຕ່າງໆ ຫຼາຍຄົນກໍຄົງນຶກເຖິງເຄື່ອງເຟີນີເຈີປະເພດຕ່າງໆທີ່ເປັນເຄື່ອງໃຊ້ສອຍທີ່ເຮັດຈາກໄມ້, ແຕ່ປັດຈຸບັນນີ້ໄດ້ມີຫຼາຍຜະລິດຕະພັນເກີດຂຶ້ນ ໂດຍບໍ່ຈໍາເປັນໃຊ້ໄມ້ຄືແຕ່ກ່ອນແລ້ວ ຂໍພຽງແຕ່ຕ້ອງການຢາກໄດ້ແບບໃດກໍສາມາດສັ່ງໄດ້ ອາດຈະສັ່ງຜະລິດພາຍໃນ ຫຼື ນໍາເຂົ້າຈາກຕ່າງປະເທດກໍໄດ້ ໃນລາຄາທີ່ສົມເຫດສົມຜົນ ແລະ ທົນທານຕໍ່ການໃຊ້ງານ.

ເຖິງວ່າໃນຊຸມປີຜ່ານມາ ໄດ້ມີບໍລິສັດ ຫຼື ນິຕິບຸກຄົນຂອງຕ່າງປະເທດເຂົ້າມາລົງທຶນເຮັດບໍລິການດ້ານຕົກແຕ່ງພາຍໃນຫຼາຍກໍຕາມ, ແຕ່ການບໍລິການ ຫຼື ຕະຫຼາດຂອງແຕ່ລະບໍລິສັດອາດຈະແຕກຕ່າງກັນ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍກໍຈະໃຊ້ບໍລິການຂອງຫ້າງຮ້ານທົ່ວໄປ ຫຼື ໃຊ້ບໍລິການສີມືສ່ວນບຸກຄົນ, ແຕ່ຖ້າຫາກເປັນອົງກອນ ຫຼື ບໍລິສັດ ກໍຈະເອີ້ນໃຊ້ບໍລິການຂອງບໍລິສັດທີ່ມີຄວາມພ້ອມດ້ານອຸປະກອນ ແລະ ເປັນບໍລິສັດທີ່ມີສື່ສຽງ. ສະນັ້ນ, ຈຶ່ງເຫັນວ່າ ຄວາມຕ້ອງການຂອງຄົນເຮົາແຕກຕ່າງກັນ ແລະ ຖານລູກຄ້າກໍຕ່າງກັນ ເພາະຂຶ້ນກັບທ່າແຮງທີ່ລູກຄ້າມີຢູ່ວ່າຈະເລືອກໃຊ້ບໍລິການຂອງໃຜ?.

ໄລຍະຜ່ານມາ, ກໍເຄີຍມີບໍລິສັດຕົກແຕ່ງພາຍໃນຂອງຕ່າງປະເທດທີ່ມາລົງທຶນໃນລາວ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການພາຍໃນ, ເນື່ອງຈາກວ່າມີການຮັບງານແລ້ວນຳໄປເຮັດຢູ່ປະເທດເຂົາເອງແລ້ວນຳມາຕິດຕັ້ງໄດ້ເລີຍ ຈຶ່ງເຮັດໃຫ້ມີມູນຄ່າຖືກກວ່າພາຍໃນ ແລະ ເປັນທີ່ຕ້ອງການຂອງລູກຄ້າໃນກຸ່ມທີ່ມີເງື່ອນໄຂສູງຂຶ້ນໄປ. ແຕ່ໃນຂະນະດຽວກັນ, ເມື່ອບໍລິສັດບໍ່ມີວຽກຄືດັ່ງປັດຈຸບັນ ກໍເຫັນວ່າຫຼາຍບໍລິສັດກໍຫຼຸດພະນັກງານທີ່ບໍ່ຈຳເປັນອອກ ເພື່ອຫຼຸດຜ່ອນພາລະ, ຄ່າພັນທະ, ຄ່າຈ້າງງານ ແລະ ອື່ນໆ.

ນັກທຸລະກິດອີກທ່ານໜຶ່ງ ທີ່ເຮັດກ່ຽວກັບເຟີນີເຈີ ແລະ ຕົກແຕ່ງພາຍໃນມາ 20 ກວ່າປີ ບອກວ່າ: ເສດຖະກິດປີນີ້ເປັນປີທີ່ຫຍຸ້ງຍາກສັບສົນທີ່ສຸດ ບວກ ທັງການລະບາດຂອງໂຄວິດ – 19 ແລະ ການອ່ອນຄ່າຂອງເງິນກີບທຽບໃສ່ສະກຸນເງິນບາດ ແລະ ໂດລາ. ເຖິງວ່າການແຂ່ງຂັນພາຍໃນຍັງບໍ່ສູງກໍຕາມ, ແຕ່ທຸລະກິດກໍດໍາເນີນໄປໄດ້ຍາກ ເນື່ອງຈາກວ່າເຮົາຍັງຂາດຫຼາຍດ້ານທີ່ຈໍາເປັນ ເຊັ່ນ: ທຶນໝູນວຽນ, ການນໍາໃຊ້ເຕັກໂນໂລຊີ ແລະ ອື່ນໆ ທີ່ຈໍາເປັນໃນການຕອບໂຈດຄວາມຕ້ອງການຂອງລູກຄ້າ.