ອີຢູ ກຽມຕັ້ງກອງທຶນຟື້ນຟູເສດຖະກິດ ວົງເງິນ 750 ຕື້ເອີໂຣ

91

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນກອງປະຊຸມຜູ້ນຳ 27 ປະເທດສະມາຊິກສະຫະພາບເອີຣົບ ( ອີຢູ ) ໃກ້ຈະໄດ້ຂໍ້ສະຫຼຸບກ່ຽວກັບການສ້າງຕັ້ງກອງທຶນຟື້ນຟູເສດຖະກິດໃນວົງເງິນ 7,5 ແສນລ້ານເອີໂຣ ( 750 ຕື້ເອີໂຣ ) ເພື່ອຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19.

ລາຍງານຫຼ້າສຸດ ລະບຸວ່າ: ອີຢູ ສົ່ງສັນຍານວ່າອາດບັນລຸຂໍ້ຕົກລົງແຜນຟື້ນຟູເສດຖະກິດ ໂດຍຄາດວ່າກອງປະຊຸມຈະເຫັນດີອະນຸມັດເງິນ ຈຳນວນ 350 ຕື້ເອີໂຣ ໃນຮູບແບບທີ່ເປັນເງິນຊ່ວຍເຫຼືອຈາກໂຮນລັງ, ດານມາກ, ຊູແອັດ, ໂອຕຣິດ ແລະ ແຟງລັງ ເປັນຜູ້ສະເໜີໃຫ້, ໃນຂະນະທີ່ຝຣັ່ງ ແລະ ເຢຍລະມັນສະເໜີໃຫ້ປະມານ 400 ຕື້ເອີໂຣ.