ນັກວິເຄາະຊີ້ ເສດຖະກິດຈີນຟື້ນຕົວເປັນລັກສະນະຮູບໂຕ V

78

ສຳນັກຂ່າວ ຊິນຮວາ ລາຍງານວ່າ: ຜູ້ຊ່ຽວຊານດ້ານການລົງທຶນຂອງສະຫະລັດເປີດເຜີຍວ່າການຟື້ນຕົວຂອງເສດຖະກິດຈີນ ດຳເນີນໄປໃນລັກສະນະຮູບໂຕ V ເຊິ່ງສັນຍານຟື້ນຕົວດັ່ງກ່າວເປັນເດືອນທີ 4 ຕິດຕໍ່ກັນແລ້ວ ໂດຍໄດ້ຮັບແຮງຍູ້ຈາກການບໍລິໂພກພາຍໃນເປັນຫຼັກ.

ທ່ານ ແອນດີ ຣອທແມນ ນັກວາງແຜນຍຸດທະສາດການລົງທຶນຂອງບໍລິສັດດ້ານການລົງທຶນ ແມທທິວ ອາຊີ ໃນຊານຟຣານ ຊິສໂກ ກ່າວວ່າ: ເສດຖະກິດຈີນໄດ້ຮັບແຮງຍູ້ໜູນຈາກການບໍລິໂພກພາຍໃນນັບມື້ເພີ່ມຂຶ້ນ ແລະ ສິ່ງສຳຄັນຄືການໃຊ້ຈ່າຍຂອງຜູ້ບໍລິໂພກເພີ່ມຂຶ້ນຢ່າງຕໍ່ເນື່ອງມັກຈະມາພ້ອມກັບລາຍໄດ້ທີ່ເຕັມກຳລັງ ລວມທັງຄວາມເຊື່ອໝັ້ນທີ່ສູງຂຶ້ນໃນອະນາຄົດອີກດ້ວຍ.

ທ່ານ ຣອທແມນ ຍັງຕັ້ງຂໍ້ສັງເກດວ່າ: ການຟື້ນຕົວຢ່າງແຂງແຮງຂອງເສດຖະກິດຈີນ ໂດຍບໍ່ໄດ້ໃຊ້ເງິນກະຕຸ້ນເກີນຄວາມຈຳເປັນ, ໃນຂະນະທີ່ສິນເຊື່ອເຕີບໂຕພຽງເລັກໜ້ອຍ ແລະ ຄວາມພະຍາຍາມຂອງລັດຖະບານຈີນ ໃນການຫຼຸດຄວາມສ່ຽງໄລຍະຍາວຂອງລະບົບການເງິນຍັງດຳເນີນຕໍ່ໄປ.
ທ່ານກ່າວອີກວ່າ: ສັງຄົມມີ ຄວາມສະຫງົບ ແລະ ການໃຊ້ຈ່າຍເພີ່ມຂຶ້ນຂອງຜູ້ບໍລິໂພກສະແດງໃຫ້ເຫັນເຖິງການສະໜັບສະໜູນຂອງລັດຖະບານທີ່ຊ່ວຍເຫຼືອແຮງງານ ແລະ ຫົວໜ່ວຍທຸລະກິດໄດ້ບັນເທົາຜົນກະທົບໃຫ້ຜູ້ຕົກງານ ແລະ ວາງຮາກຖານໃຫ້ແກ່ການຟື້ນຕົວດ້ານເສດຖະກິດໄດ້ເປັນຢ່າງດີ.