ເມືອງຊານໄຊ ຕ້ອງການທຶນພັດທະນາ 109 ຕື້ກວ່າກີບ

88

ການເຕີບໂຕທາງເສດຖະກິດຂອງເມືອງຊານໄຊ ແຂວງ ອັດຕະປື ໃນ 5 ປີຜ່ານມາ ເພີ່ມຂຶ້ນຕໍ່ເນື່ອງ, ສ່ວນແຜນ 5 ປີຕໍ່ໜ້າຕ້ອງການແຫຼ່ງທຶນຈະພັດທະນາໃສ່ວຽກຈຸດສຸມ ລວມທັງໝົດ 109,24 ຕື້ກີບ ກວມເອົາ 38,4% ຂອງ GDP.

ວັນທີ 17 ກໍລະກົດ 2020 ການນໍາພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ພ້ອມຄະນະນຳໃນຂະແໜງການກ່ຽວຂ້ອງໄດ້ລົງຊຸກຍູ້ຕິດຕາມແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ( 2015 – 2 019 ) ແລະ ແຜນ 5 ປີ ( 2020 – 2024 ) ຢູ່ເມືອງຊານໄຊ ແຂວງອັດຕະປື.

ໂອກາດດັ່ງກ່າວ, ທ່ານ ຫວັດສະດີ ຄຳມະນີວົງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງຊານໄຊ ໄດ້ກ່າວວ່າ: 5 ປີຜ່ານມາ ຈັງວະການເຕີບໂຕທາງດ້ານເສດຖະກິດຂອງເມືອງ ຊານໄຊເພີ່ມຂຶ້ນໃນລະດັບຕໍ່ເນື່ອງ ສະເລ່ຍ 5,47% ຕໍ່ປີ, ສ່ວນແຜນ 5 ປີຕໍ່ໜ້າ ມີຄວາມຕ້ອງການແຫຼ່ງທຶນຈະພັດທະນາ 109,24 ຕື້ກີບ ກວມເອົາ 38,4% ຂອງ GDP. ໃນນີ້, ງົບປະມານຂອງລັດ 38 ຕື້ກີບ ກວມເອົາ 34,8% ຂອງການລົງທຶນທັງໝົດ, ທຶນຊ່ວຍເຫຼືອລ້າເພື່ອພັດທະນາ 32,8 ຕື້ກີບ ກວມເອົາ 30%, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 28 ຕື້ກີບ ກວມເອົາ 25,6% ແລະ ທຶນສິນເຊື່ອທະນາຄານ 10,44 ຕື້ກີບ ກວມເອົາ 9,6% ຂອງການລົງທຶນທັງໝົດ.