ຈັບຄົນຮ້າຍຊີງຊັບຢູ່ຮ້ານຂາຍເຄື່ອງ ແລະ ຮ້ານປິ່ນງົວ

107

ເຈົ້າໜ້າທີ່ວິຊາສະເພາະພະແນກຕຳຫຼວດໜ່ວຍງານຄະດີອາຍາ – ເສດຖະກິດ ນະຄອນໄກສອນ ພົມວິຫານ ສາມາດຈັບກຸມຄົນຮ້າຍຄະດີຊີງຊັບ ( ດຶງກະເປົ໋າ ) ຂອງພົນລະເມືອງ ເຊິ່ງເຫດເກີດຂຶ້ນໃນຕອນຄ່ຳຂອງວັນທີ 14 ກໍລະກົດ 2020 ເວລາປະມານ 11 ໂມງ, ທີ່ຮ້ານຂາຍເຄື່ອງເຂດບ້ານໂນນສະຫວາດ ( ໃກ້ສີ່ແຍກທາງຂຶ້ນປ່າຊ້າຫຼວງ, ເສັ້ນທາງໄກສອນ ພົມວິຫານ ) ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ທ່ານ ພັນໂທ ຄຳສີ ທູນທະວົງສັກ ໄດ້ມອບໝາຍໃຫ້ອ້າຍນ້ອງຕຳຫຼວດ ປກສ ນະຄອນໄກສອນ ພົມວິຫານ ນຳກຳລັງເລັ່ງຕິດຕາມສາມາດຈັບຕົວຜູ້ກະທຳ ຜິດໄດ້ 1 ຄົນ ຄື: ທ້າວ ວິຊຸນ ( ຕຸກ ) ອາຍຸ 34 ປີ.

ພາບປະກອບຂ່າວເທົ່ານັ້ນ

ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີ່ ຜູ້ກໍ່ເຫດໄດ້ຮັບສາລະພາບວ່າ: ເວລາ 11:00 ໂມງ ຂອງວັນທີ 14 ກໍລະກົດ 2020 ຕົນເອງ ແລະ ທ້າວ ພອນສະຫວັນ ( ອ້າຍ ) ໄດ້ພາກັນຂີ່ລົດຈັກໄປຈອດຢູ່ຮ້ານຂາຍເຄື່ອງ ແລະ ໄດ້ພາກັນເອີ້ນຊື້ບັດຕື່ມເງິນເກມອອນລາຍ ( ເຊີ້ ) ໂດຍໃຊ້ຮູບການຊື້ບັດເກມອອນລາຍ ( ເຊີ້ ) ໃນລາຄາ 180 ບາດ ( ສະກຸນເງິນໄທ ), ເວລານັ້ນ, ທ້າວ ພອນສະຫວັນ ໄດ້ຍ່າງໄປເບິ່ງເຫັນແມ່ຍິງຂາຍເຄື່ອງຄົນດຽວ, ຜູ້ກ່ຽວຈຶ່ງໄດ້ເອີ້ນບອກວ່າເງິນບໍ່ພໍ, ຈັກໜ່ອຍຊິມາຊື້ໃໝ່ ໂດຍຮ້ອງບອກຜູ້ຂາຍວ່າ ໃຫ້ເຮັດບິນ 80 ບາດ. ຈາກນັ້ນ, ທັງສອງຈຶ່ງໄດ້ອອກໄປ ໂດຍເອົາໂທລະສັບໄປຈຳເອົາເງິນຢູ່ຮ້ານຂາຍເຄື່ອງແຫ່ງໜຶ່ງ ໄດ້ເງິນຈຳນວນ 100.000 ກີບ, ແລ້ວກໍພາກັນກັບຄືນໄປຮ້ານເກົ່າ ໂດຍ ທ້າວ ພອນສະຫວັນ ໄດ້ຍ່າງເຂົ້າໄປໃນຮ້ານສັ່ງຊື້ບັດເກມອອນລາຍ ( ເຊີ້ ) 80 ບາດ ແຕ່ເອົາເງິນໃບ 50.000 ກີບໃຫ້.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນ, ຄົນຂາຍເຄື່ອງກໍໄດ້ຈັບເອົາເງິນແລ້ວຍ່າງໄປຫາກະເປົ໋າ ເພື່ອເອົາເງິນມາທອນໃຫ້ ແຕ່ໃນຈັງຫວະນັ້ນ ທ້າວ ວິຊຸນ ( ຕຸກ ) ກໍໄດ້ລັກເອົາໂທລະສັບທີ່ສາກໄວ້ ( ຍີ່ຫໍ້ ສ່ຽວມີ່ ສີດຳ ) ໃສ່ຖົງໂສ້ງແລ້ວຍ່າງອອກ, ສ່ວນ ທ້າວ ພອນສະຫວັນ ( ອ້າຍ ) ແມ່ນຍ່າງນຳຫຼັງແມ່ຍິງເຂົ້າໄປ ແລ້ວກໍສວຍໂອກາດດຶງເອົາກະເປົ໋າຕອນແມ່ຍິງກຳລັງຈະເອົາເງິນທອນ ແລ້ວພາກັນຂີ່ລົດຈັກຫຼົບໜີມາເຮືອນ ທ້າວ ວິຊຸນ ( ຕຸກ ) ຢູ່ບ້ານໂນນສະຫວາດ. ພໍຮອດເຮືອນກໍພາກັນກວດເບິ່ງກະເປົ໋າ ມີເງິນ 1 ລ້ານ 2 ແສນກີບ, ທັງສອງກໍປັນກັນຄົນລະ 6 ແສນກີບ, ສ່ວນໂທລະສັບແມ່ນພາກັນເອົາໄປປົດລັອກ ຢູ່ຮ້ານແຖວເຂດບ້ານດົງດຳດວນ. ຈາກນັ້ນ, ໃນເວລາ 13:00 ໂມງ, ຂອງວັນຕໍ່ມາຄືວັນທີ 15 ກໍລະກົດ 2020 ເຈົ້າໜ້າທີ່ກໍໄປຈັບກຸມເອົາ ທ້າວ ວິຊຸນ ( ຕຸກ ) ໄດ້ຢູ່ເຮືອນຂອງຜູ້ກ່ຽວເອງ.

ພາບປະກອບຂ່າວເທົ່ານັ້ນ

ເຫດການທີສອງ ທ້າວ ວິຊຸນ ( ຕຸກ ) ຍັງໄດ້ຮັບສາລະພາບ ວ່າ: ໃນວັນທີ 7 ກໍລະກົດ 2020 ເວລາ 19:00 ໂມງ, ຕົນເອງກັບ ທ້າວ ພອນສະຫວັນ ( ອ້າຍ ) ຍັງໄດ້ໄປຊີງຊັບຢູ່ຮ້ານປິ່ນງົວໂຊກໄຊ ໄດ້ເງິນ 1.500 ບາດ ແລະ 300.000 ກີບ ທັງສອງກໍໄດ້ແບ່ງກັນ.

ສ່ວນ ທ້າວ ພອນສະຫວັນ ( ອ້າຍ ) ເຈົ້າໜ້າທີ່ກຳລັງຕິດຕາມເພື່ອມາດຳເນີນຄະດີ, ຖ້າບຸກຄົນໃດຮູ້ຈັກ ແລະ ພົບເຫັນໃຫ້ແຈ້ງຫາເຈົ້າໜ້າທີ່ ເພື່ອຊ່ວຍກັນນຳເອົາຄົນບໍ່ດີມາລົງໂທດຕາມລະບຽບກົດໝາຍ.