ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສປ ຈີນ ຮ່ວມປະຊຸມທາງໄກປືກສາການຮ່ວມມືສອງຝ່າຍ

353

ຕອນບ່າຍວັນທີ 21 ກໍລະກົດຜ່ານມານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດກອງປະຊຸມທາງໄກກັບທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອປຶກສາຫາລືເຖິງການຮ່ວມມືສອງຝ່າຍ ລວມເຖິງການສະໜັບສະໜູນເຊິ່ງກັນ ແລະກັນຮ່ວມມືພັດທະນາເສດຖະກິດໃນພາກພື້ນໃຫ້ເຂັ້ມແຂວງຍິ່ງຂຶ້ນ.


ທ່ານຫຼີເຄີ້ສຽງກ່າວວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນພາກສ່ວນໜຶ່ງໃນການຮ່ວມມືຈີນ-ອາຊຽນ. ຈີນຍິນດີພະຍາຍາມຮ່ວມກັບປະເທດທີ່ກ່ຽວຂ້ອງ ເຊິ່ງລວມທັງຝ່າຍລາວ, ຈັດບັນດາກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກໃຫ້ດີ, ໂດຍສະເພາະແມ່ນພະຍາຍາມໃຫ້ລົງນາມໃນ “ອະນຸສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ”, ຮ່ວມກັນເປັນເຈົ້າພາບຈັດປີຮ່ວມມືເສດຖະກິດດີຈີຕອນຈີນ-ອາຊຽນ.

ທ່ານກ່າວອີກວ່າ ຈີນເອົາໃຈໃສ່ຢ່າງສູງຕໍ່ການຂະຫຍາຍການພົວພັນກັບລາວ, ຍິນດີຮ່ວມກັບຝ່າຍລາວສືບຕໍ່ຊຸກຍູ້ການສ້າງແລວທາງເສດຖະກິດຈີນ-ລາວ ແລະ ໂຄງການຮ່ວມມືສຳຄັນອື່ນໆ, ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕາມຄວາມສາມາດຂອງຕົນແກ່ຝ່າຍລາວ ເພື່ອຊ່ວຍລາວຍົກຄວາມສາມາດດ້ານການພັດທະນາແບບຍືນຍົງ ພ້ອມທັງຊຸກຍູ້ການພົວພັນຈີນ-ລາວກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.


ໃນໂອກາດດຽວກັນ ທ່ານທອງລຸນ ສີສຸລິດກໍ່ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການພົວພັນລະຫວ່າງສອງປະເທດ ໂດຍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ຝ່າຍລາວ ແລະ ກ່າວຢ້ຳວ່າ: ລາວຈະໃຫ້ການສະໜັບສະໜູນແກ່ຝ່າຍຈີນຢ່າງເດັດດ່ຽວໜຽວແໜ້ນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງຂອງຝ່າຍຈີນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງກ່າວອີກວ່າ: ລາວຍິນດີຮ່ວມກັບຈີນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຍິນດີຮ່ວມກັບຝ່າຍຕ່າງໆ ເພື່ອຈັດບັນດາກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ບັນດາກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກໃຫ້ດີ, ພະຍາຍາມໃຫ້ບັນລຸ “ອະນຸສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ” ແລະ ຊຸກຍູ້ໃຫ້ການພົວພັນອາຊຽນ-ຈີນຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວຈາກ: CRI