ພິດຊ່າໝໍ້ກະທະ ສູດແປ້ງບາງກອບ ວັດຖຸດິບ 2 ຢ່່າງ

179

ຢ່າງທີ່ຮູ້ກັນດີວ່າຖ້າຢາກເຮັດພິດຊ່າ ສູດອາຫານຕ້ອງໃຊ້ເຕົາອົບຖ້າບໍ່ມີກໍບ່ສາມາດເຮັດໄດ້ ແຕ່ສຳລັບພິດຊ່າສູດນີ້ບໍ່ຕ້ອງໃຊ້ເຕົາອົບເລີຍ ມື້ເຮົາຂໍນຳສະເໜີວິທີເຮັດພິດຊ່າດ້ວຍໝໍ້ກະທະ ສ່ວນປະສົມກໍມີແຕ່ແປ້ງກັບໂຢເກິດ ບໍ່ຕ້ອງໃສ່ຢີສແຖມຕົກແຕ່ງໜ້າຕາໄດ້ຕາມໃຈມັກໄດ້ເລີຍ ລອງເອົາໄປເຮັດກັນເບິ່ງເດີ້ ແປ້ງກອບໆ ຫອມໆ.

ນວດຈົນເຂົ້າກັນແລ້ວແຜ່ເປັນແຜ່ນມົນກົມແປ ຈາກນັ້ນເອົາໄປປີ້ງກ່ອນຮອບທຳອິດພໍເຫຼືອງກອບ ແລະ ເອົາມາແຕ່ງໜ້າຕາມມັກ ແລ້ວໆກໍເອົາໄປປີ້ງຈົນຊີສລະລາຍ

ສ່ວນປະສົມພິດຊ່າກະທະ

-ແປ້ງສາລີອະເນກປະສົງ 140 ກຼາມ

-ໂຢເກິດທຳມະຊາດ

-ນ້ຳທັນພືດ ½ ບ່ວງແກງ

ວິທີເຮັດພິດຊ່າໝໍ້ກະທະ

•ເລີ່ມຕົ້ນດ້ວຍການເທແປ້ງ ແລະ ໂຢເກິດລົງໃນຊາມຄົນປະສົມໃຫ້ເຂົ້າກັນ ຈາກນັ້ນນຳມານວດເທິງຂຽງຕໍ່ ຢ່າລືມໂຮຍແປ້ງກັນຕິດມື ແລະ ລູບນ້ຳມັນທີ່ຝາມື.

•ຈາກນັ້ນນຳມາປັ້ນເປັນກ້ອນມົນໆ ແລະ ແບ່ງເປັນ 2 ກ້ອນ ຄຶງເປັນແຜ່ນມົນບາງແລ້ວກະຂະໜາດເອົາ ແລະ ຕັດຂອບແປ້ງເພື່ອໃຫ້ເປັນວົງມົນ.

•ຕັ້ງໝໍ້ກະທະເທນ້ຳມັນປະມານ ½ ບ່ວງແກງ ພໍໝໍ້ກະທະຮ້ອນໃສ່ແປ້ງລົງໄປປີ້ງໂດຍໃຊ້ໄຟກາງ ແລະ ເອົາຄວາມກອບຕາມໃຈມັກ ປິດໄຟເອົາຂຶ້ນຈາກໝໍ້.

•ຕົກແຕ່ງໜ້າແປ້ງພິດຊ່າດ້ວຍຊັອດໝາກເລັ່ນ, ໝາກເຜັດສົດຈາກສວນແຊ່ແຂງ, ໝາກກອກດຳ, ປູອັດ ແລະ ມອສຊາເຣລ່າຊີສ ແລະ ອື່ນໆ ຕາມມັກໄດ້ເລີຍ.

•ນຳໄປປີ້ງອີກຮອບ 2 ເປັນເວລາ 3 ນາທີດ້ວຍໄຟກາງ ຫຼື ຈົນກວ່າຊີສຈະລະລາຍ ແລະ ພິດຊ່າກອບຕາມໃຈມັກກໍເປັນອັນຮຽບຮ້ອຍພ້ອມເສີບ ເຮັດງ່າຍໆ ລອງໄປເຮັດກັນເບິ່ງເດີ້.