ກະຊວງແຜນການ ແລະການລົງທຶນປະກາດຊັບຊ້ອນ 3 ຕຳແໜ່ງໃນການຈັດຕັ້ງ

195

ເພື່ອໃຫ້ການເຄື່ອນໄຫວວຽກງານຂອງຈັດຕັ້ງພັກ-ລັດດຳເນີນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃນວັນທີ 21 ກໍລະກົດ 2020 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ), ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ພາຍໃນກະຊວງດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາຮອງລັດຖະມົນຕີ, ທຽບເທົ່າຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ.


ໃນພິທີ, ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຊັບຊ້ອນ ແລະ ແຍກສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ເປັນຫົວໜ່ວຍວິຊາການ ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ, ໂດຍແຕ່ງຕັ້ງ ທ່ານ ບິດ ບົວລີວັນ ຫົວຫນ້າກົມຈັດຕັ້ງພະນັກງານ ເປັນຫົວໜ້າສູນດັ່ງກ່າວ, ພ້ອມທັງໄດ້ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ແຕ່ງຕັ້ງ ທ່ານ ນາງ ທໍາມາ ເພັດວິໄຊ ຫົວໜ້າຫ້ອງ ການກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທຶນ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຕ່ງຕັ້ງທ່ານ ຟອງສະໝຸດ ຄໍາວານວົງສາ ຮອງຫົວໜ້າຫ້ອງການ ເປັນຜູ້ຮັກສາການຫົວໜ້າຫ້ອງການ ກະຊວງແຜນການ ແລະ ການລົງທຶນ.


ຫຼັງຈາກນັ້ນ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ພິທີມີບາງຕອນສຳຄັນວ່າ: ການປັບປຸງການຈັດຕັ້ງພາຍໃນຄັ້ງນີ້, ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານສໍາຄັນຂອງພັກ-ລັດ ໃນໄລຍະໃໝ່, ທັງເປັນການເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເພື່ອຜັນຂະ ຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍວາງໄວ້. ຈິ່ງຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງໃນດ້ານຄຸນທາດການເມືອງ, ມີຄວາມເປັນແບບຢ່າງທີ່ດີໃຫ້ພະນັກງານ, ຍົກລະດັບຄວາມຮູ້-ຄວາມສາມາດໃນດ້ານຕ່າງໆໃຫ້ນັບມື້ສູງຂຶ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ປະຕິບັດຫລັກການລວມສູນປະຊາທິປະ ໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບພິຊອບ ແລະ ມີຄວາມສາມັກຄີເປັນປຶກແຜ່ນ ເພື່ອພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດ.