ຈາກເຫດການຈີງ ວິທີການເດີນທາງເຂົ້າລາວສໍາລັບນັກສຶກທີ່ຢູ່ຕ່າງປະເທດ

114

ປັດຈຸບັນ ເຊື່ອວ່າມີນັກສຶກສາລາວຢູ່ຕ່າງປະເທດຈໍານວນບໍ່ໜ້ອຍທີ່ມີຄໍາຖາມກ່ຽວກັບການເດີນທາງກັບປະເທດລາວເຮົາ, ເຊິ່ງຜ່ານມາພາກສ່ວນກ່ຽວຂ້ອງກໍ່ໄດ້ມີການອອກແຈ້ງການ ແລະ ຄໍາແນະນໍາຕ່າງໆສໍາລັບການເດີນທາງເຂົ້າລາວມາແລ້ວຫຼາຍສະບັບ ແຕ່ແນ່ນອນວ່າການປະຕິບັດຕົວຈິງອາດມີຂັ້ນຕອນຍ່ອຍລະອຽດຫຼາຍຂຶ້ນ, ດັ່ງນັ້ນ, ມື້ນີ້ແອັດມິນໄດ້ຫາຂໍ້ມູນດັ່ງກ່າວຈາກຜູ້ທີ່ເດີນທາງເຂົ້າມາຕົວຈິງມາໃຫ້ທຸກທ່ານໄດ້ສຶກສານໍາກັນ.

ພາບປະກອບຂ່າວເທົ່ານັ້ນ

ຂໍ້ມູນທີ່ແອັດມິນນໍາມາແບ່ງປັນໃນມື້ນີ້ນັ້ນເປັນຂໍ້ມູນທີ່ຜູ້ເດີນທາງຕົວຈິງຈາກເອີຣົບເຂົ້າລາວ ໂດຍຜູ້ເຜີຍແຜ່ຂໍ້ມູນນີ້ໃຫ້ຮູ້ວ່າ: ລາຄາປີ້ຍົນສະເພາະແຕ່ເກົາຫຼີຫາລາວແມ່ນສູງເຖິງ 700 ໂດລາສະຫະລັດ, ແຖມຈຳກັດກະເປົາໄດ້ພຽງ 1 ຫນ່ວຍ ນໍ້າໜັກຫ້າມບໍ່ໃຫ້ເກີນ 20 ກິໂລກຣາມ, ອີກທັງປີ້ຍົນນີ້ເມື່ອຊື້ໄປແລ້ວຈະບໍ່ສາມາດຮັບເງິນຄືນໄດ້ຈະດ້ວຍເຫດຜົນໃດກໍ່ຕາມແຕ່.

ນອກຈາກນັ້ນຍັງຕ້ອງບວກຄ່າປີ້ຍົນຈາກປະເທດຕົ້ນທາງທີ່ຢູ່ໄປເກົາຫຼີອີກ 500 ໂດລາສະຫະລັດ ລວມເປັນ 1.300 ໂດລາສະຫະລັດ ສະເພາະຂາກັບເທົ່ານັ້ນ, ລາຄານີ້ລື່ນລາຄາປົກກະຕິຕອນບໍ່ມີໂຄວິດ-19ເຖິງ3ເທົ່າຕົວ… ແຕ່ໃນທີ່ສຸດຂ້ອຍກໍ່ຕັດສິນໃຈທີ່ຈະລອງສ່ຽງເບິ່ງ ເຖິງວ່າມັນບໍ່ມີຫຍັງແນ່ນອນເຊັ່ນ: ຍົນຈາກຕົ້ນທາງຍົກເລີກ, ເລື່ອນໂມງ ຫລື ບັນຫາລະບຽບການອື່ນໆໃນອະນາຄົດນັ້ນກໍ່ຫມາຍວ່າເສຍເງິນຖີ້ມລ້າ 700. ແຕ່ວ່າຂ້ອຍບໍ່ມີທາງເລືອກອື່ນ ນີ້ເປັນເສັ້ນທາງດຽວທີ່ຂ້ອຍຈະບີນຈາກຢູໂຣບເພື່ອໄປລາວໄດ້.

ຜູ້ເຜີຍແຜ່ຂໍ່ມູນນີ້ໃຫ້ຮູ້ຕື່ມວ່າ: ເວລານັ້ນມື້ເລີ່ມປະກາດຂາຍປີ້ ຕົນເອງມີເວລາປະມານອາທິດປາຍໃຫ້ກຽມຕົວ ຄໍາຖາມຫລາຍຢ່າງແລ່ນເຂົ້າມາໃນຫົວເພື່ອສຶກສາວ່າຈະເຮັດຫຍັງແດ່ຈຶ່ງຈະສາມາດເຂົ້າລາວໄດ້ເຊັ່ນ

1 ຕ້ອງເຮັດໃບຂໍອະນຸຍາດເຂົ້າປະເທດຕົນເອງນຳສະຖານທູດລາວບໍ?
ຕອບ: ເຮົາຕ້ອງຕິດຕໍ່ ແລະ ແຈ້ງລາຍຊື່ເຮົາໃຫ້ສະຖານທູດທີ່ປະເທດເຮົາຢູ່ກ່ອນ (ແລ້ວເພີ່ນຈະສົ່ງຟອມມາໃຫ້ຕື່ມຂໍ້ມູນໃສ່ເຊັ່ນ: ກັບບ້ານມື້ໃດ, ຖ້ຽວບິນຫຍັງແດ່, ຜ່ານປະເທດໃດແດ່, ຮອດລາວຈັກໂມງ, ຈະເລືອກຈໍາກັດບໍລິເວນຢູ່ໃສ). ການແຈ້ງທູດຕ້ອງແຈ້ງກ່ອນລ່ວງຫນ້າເວລາເດີນທາງ 7ມື້ ເພື່ອທາງສະຖານທູດຈະແຈ້ງຕໍ່ໃຫ້ທາງກະຊວງການຕ່າງປະເທດຈະເປັນຜູ້ດຳເນີນການອະນຸຍາດໃຫ້ເຂົ້າລາວ. ຫລັງຈາກນັ້ນ ສອງສາມມື້ທາງສະຖານທູດຈະແຈ້ງຕອບໃຫ້ເຮົາຮັບຊາບວ່າລາຍຊື່ແມ່ນໄດ້ຖືກຮັບຮອງ ຫຼື ບໍ?

2 ຕ້ອງຂໍວີຊ່າເວລາໄປຜ່ານຢູ່ເກົາຫຼີບໍ?

ຕອບ: ເລື່ອງຜ່ານວີຊ່າແມ່ນບໍ່ຈຳເປັນຕ້ອງມີກໍ່ໄດ້ ຫາກເຮົາບໍ່ແຈ້ງອອກ ແລະ ບໍ່ໃຫ້ອອກຈາກສະໜາມບິນ.
3 ຕ້ອງໄປເຮັດໃບກວດໂຄວິດບໍ? ປະເທດທີ່ເດີນທາງຜ່ານເອົາບໍ? ເກົາຫຼີເອົາບໍ່, ລາວເອົາບໍ່?

ຕອບ: ຖ້າເປັນນັກສຶກສາທີ່ຖືສັນຊາດລາວແມ່ນບໍ່ເອົາກໍ່ໄດ້ ເພາະປະເທດທີ່ເຮົາໄປຜ່ານແມ່ນເພີ່ນບໍ່ເອົາຈັກປະເທດ, ມີແຕ່ເວລາຮອດເກົາຫຼີເພີ່ນໃຫ້ຕື່ມແບບຟອມສຸຂະພາບ ແລະ ກວດອຸນຫະພູມຮ່າງກາຍທຳມະດາ. ເມື່ອມາຮອດລາວເວລາກັກກັນ ທາງການກໍ່ຈະສົ່ງທ່ານໝໍມາກວດໂຄວິດຢູ່ບ່ອນເຮົາກັກກັນຕົນເອງເລີຍ.

4 ຮອດສະຫນາມບິນເກົາຫຼີແລ້ວຕ້ອງແຈ້ງອອກ ເພື່ອໄປເອົາກະເປົາບໍ່? ແລ້ວຖ້າແຈ້ງອອກຊິກັບມາແຈ້ງເຂົ້າອີກເຮົາຕ້ອງມີວີຊ່າບໍ່?
ຕອບ: ປົກກະຕິແລ້ວ ປີ້ຍົນທີ່ເຮົາຊື້ຈະແບ່ງເປັນສອງປະເພດຄື ຍົນໂດຍສານທົ່ວໄປ ຈາກປະເທດຕົ້ນທາງຫາເກົາຫຼີ ແລະ ຍົນເໝົາຈາກເກົາຫຼີ ຫາ ລາວ. ສະນັ້ນປີ້ຍົນທີ່ເຮົາຊື້ຈາກຕົ້ນທາງຈະສົ່ງກະເປົາເຄື່ອງຮອດແຕ່ເກົາຫຼີເທົ່ານັ້ນ. ແລ້ວບັນຫາມັນແມ່ນເຮົາບໍ່ສາມາດແຈ້ງອອກໄປເອົາກະເປົາໄດ້ ດັ່ງນັ້ນວິທີແກ້ໄຂ ທາງການບິນລາວຈະສົ່ງຄົນໄປເອົາກະເປົາເດີນທາງເຮົາໃຫ້ ໂດຍເຮົາຕ້ອງຖ່າຍຮູບກະເປົາ ແລະ ເລກບີນກະເປົາທີ່ຕິດຢູ່ຫລັງປີ້ຍົນ ແລ້ວສົ່ງຫາຜູ້ທີ່ເຮົາຊື້ປີ້ຍົນນໍາທັນທີກ່ອນຂື້ນຍົນ.

5 ຖ້າມີກະເປົາເກີນ 1ຫນ່ວຍ ການບິນລາວຈະໄລ່ແນວໃດ

ຕອບ: ປົກກະຕິເພີ່ນຈະເກັບເງິນເພີ່ມກະເປົາໜ່ວຍລະ 100 ໂດລາ, ຖ້າກາຍ20 ກິໂລແມ່ນ 15ໂດລາຕໍ່ກິໂລ. ແຕ່ວ່າພໍເດີນທາງມາເຄື່ອງຫຼາຍຄົນກໍ່ກາຍເພາະສາຍການບິນຕ່າງປະເທດເພີ່ນໃຫ້ 30ໂລ. ພໍມາຮອດລາວກໍ່ບໍ່ເຫັນການບິນລາວເກັບເພີ່ມ ຄິດວ່າເພີ່ນອາດມີນະໂຍບາຍໃຫ້ ສໍາລັບເຄື່ອງເກີນນໍ້າຫນັກ.

6 ກັບບ້ານແລ້ວຂໍກັບໄປກັກກັນຕົນເອງຢູ່ເຮືອນໄດ້ບໍ ຖ້າບໍ່ຢາກຢູ່ໂຮງແຮມທີ່ລັດກຳນົດ ຫລືສູນກັກກັນຂອງລັດ?
ຕອບ: ບໍ່ໄດ້, ຕ້ອງຢູ່ໂຮງແຮມ ຫຼື ສູນຫຼັກ 27 ເທົ່ານັ້ນ, ຖ້າຢູ່ໂຮງແຮມຈ່າຍເອງ ແຕ່ຢູ່ສູນຫຼັກ 27 ແມ່ນບໍ່ເສຍເງິນ.

7 ຖ້າເລືອກຢູ່ສູນຫຼັກ 27 ແມ່ນເພີ່ນເຮັດແນວໃດ?

ຕອບ: ຫລັງຈາກເດີນທາງຮອດສະໜາມບິນແລ້ວ ເພີ່ນຈະກວດລາຍຊື່ຜູ້ໂດຍສານແຕ່ລະຄົນວ່າມີລາຍຊື່ນຳສົ່ງມາຈາກກະຊວງການຕ່າງປະເທດບໍ່ (ຂັ້ນຕອນນີ້ໃຊ້ເວລາດົນຫຼາຍ ຕ້ອງຄິດເພື່ອໄວ້ປະມານ 3ຊົ່ວໂມງຫາກມີຜູ້ໂດຍສານຫຼາຍ), ຈາກນັ້ນເພີ່ນຈະຈັດລົດໄປສົ່ງຢູ່ສູນຫຼັກ 27 ຫາກມາຖືກມື້ລັດຖະການເພີ່ນຈະສົ່ງລົດ 36ໄປຮັບ, ຫາກມາຖືກມື້ເສົາອາທິດເຮົາຕ້ອງຈ່າຍຄ່າເໝົາລົດຕູ້ເອງ. ລາຄາແມ່ນອີງຕາມຈໍານວນຄົນຂີ່ມານຳກັນ ລາຄາຖ້ຽວລະ 500.000ກີບ; ສ່ວນໃຜເລືອກຢູ່ໂຮງແຮມຈະມີລົດໂຮງແຮມມາຮັບ.

8 ສູນຫຼັກ 27 ເປັນແນວໃດ?

ຕອບ: ການພັກເຊົາຢູ່ທາງສູນແມ່ນມີທັງຂໍ້ດີເປັນຕົ້ນແມ່ນບໍ່ເສຍຄ່າພັກເຊົາ ແລະ ອາຫານ ທາງສູນແມ່ນມີຫ້ອງໃຫ້ຢູ່ ຫ້ອງລະສອງຄົນ ກວ້າງ 4×4 ຍັງໃໝ່, ໃນຫ້ອງມີພັດລົມແຂວນເພດານ 1 ໜ່ວຍ, ມີຫ້ອງນໍ້າຕິດກັບ, ໃນຫ້ອງນໍ້າມີເຄື່ອງເຮັດນໍ້າອຸ່ນ, ອ່າງລ້າງໜ້າ, ໂຖສ້ວມ, ນອກນີ້ເຄື່ອງໃຊ້ມີສາດທີ່ມີຜ້າເສື່ອແບບບາງໃຫ້ ຫ້ອງລະສອງຜືນ, ໝອນສອງໜ່ວຍ, ນໍ້າດື່ມຕຸກໃຫຍ່, ເຂົ້າສາມຄາບ.

ຄຽງຄູ່ກັບຂໍ້ດີກໍ່ຍັງມີຂໍ້ເສຍ ການອາໄສຢູ່ສູນຍັງບໍ່ສະດວກປານໃດເພາະເຮົາຕ້ອງກຽມເຄື່ອງໃຊ້ຈໍາເປັນເຮົາຕ້ອງຖືມາເອງເຊັ່ນ: ມຸ້ງ, ຜ້າຫົ່ມ, ສະບູ່ອາບ, ແຟັບຊັກເຄື່ອງ, ຜ້າເຊັດໂຕຕ່າງໆ. ບັນຫາໜຶ່ງອິນເຕີເນັດຂ້ອນຂ້າງຊ້າເພາະໄກຈາກໃນເມືອງ. ຫາກໃຜມີຄອບຄົວມາສົ່ງເຄື່ອງໃຫ້ກໍ່ຈະບໍ່ມີບັນຫາ, ໃນສູນມີບ່ອນຂາຍເຄື່ອງແຕ່ຈະມີເຄື່ອງພຽງສອງສາມລາຍການເຊັ່ນ ນໍ້າດື່ມ, ແປບຊີ, ຊີມໂທລະສັບ, ບັດເຕີມເງິນເປັນຕົ້ນ. ອາຫານການກິນຫາກເຮົາຢາກກິນແນວອື່ນນອກເໜືອຈາກທີ່ເພີ່ນເອົາມາໃຫ້ແມ່ນ ເຮົາສາມາດສັ່ງພະນັກງານດູແລຄົນພັກເຊົາໄປຊື້ໃຫ້ໄດ້ ແຕ່ຈະໃຊ້ເວລາດົນແດ່ເພາະເພີ່ນມີໂມງປິດຮັບອໍເດີ, ເວົ້າລວມສະພາບການຢູ່ກິນແມ່ນບໍ່ປານໃດ

9 ຖ້າຢູ່ໂຮງແຮມລາຄາເທົ່າໃດ?

ຕອບ: ມີຫຼາຍໂຮງແຮງໃຫ້ເລືອກ ລາຄາແມ່ນເລີ່ມຕົ້ນປະມານ 210.000ກີບ/14ມື້ (ຫ້ອງພັດລົມ)

10 ການເດີນທາງໃຊ້ເວລາດົນບໍ່?

ຕອບ: ສໍາລັບການເດີນທາງຂອງຜູ້ເຜີຍແຜ່ຂໍ້ມູນນີ້ນັ້ນ ແມ່ນໃຊ້ເວລາທັງຫມົດ 3 ມື້ຈຶ່ງຮອດລາວເນື່ອງຈາກຕ້ອງຜ່ານຢູ່ປະເທດກາຕາ ແລະ ເກົາຫຼີ ຈຶ່ງມາລາວ.

ອຸປະສັກ: ບັນຫາທີ່ພົບເວລາເດີນທາງແມ່ນບັນຫາທີ່ເຮົາບໍ່ເຄີຍຮູ້ລ່ວງຫນ້າເປັນຕົ້ນແມ່ນກັບເລື່ອງກະເປົາ, ທາງສະຫນາມບີນຕົ້ນທາງບໍ່ອະນຸຍາດໃຫ້ເຊັກອີນໄດ້ ເນື່ອງຈາກກະເປົາຈະບໍ່ສາມາດໂຫລດໄປປະເທດລາວໄດ້ເລີຍ ກະເປົາຈະໄປອອກຢູ່ເກົາຫຼີເທົ່ານັ້ນ ແລ້ວຫາກບໍ່ມີໃຜແຈ້ງອອກ ເຂົາເຈົ້າຢ້ານກະເປົາເສຍຂື້ນມາຄວາມຜິດຈະແມ່ນສາຍການບິນ ແລະ ຜູ້ອອກປີ້ເປັນຄົນຮັບຜິດຊອບ. ສະນັ້ນພະນັກງານແຈ້ງປີ້ຈຶ່ງສັ່ງໃຫ້ສະຫນາມບິນເກົາຫຼີເຮັດຫນັງສືແຈ້ງມາເປັນທາງການ ເພື່ອຢັ້ງຢືນວ່າທາງສະຫນາມບິນຢູ່ເກົາຫລີຈະມີຜູ້ມາເອົາກະເປົາຂອງນັກສຶກສາໄປຂື້ນຍົນການບິນລາວໃຫ້ ແລ້ວຈຶ່ງຈະສາມາດອະນຸຍາດໃຫ້ແຈ້ງເຂົ້າ, ດັ່ງນັ້ນຈຳເປັນຕ້ອງຮີບຕິດຕໍ່ໄປຫາການບິນລາວທີ່ເຮົາຊື້ປີ້ນຳນັ້ນດ່ວນ ເພື່ອໃຫ້ສົ່ງອີເມວຢັ້ງຢືນວ່າຈະມີການຈັດການກະເປົາຢູ່ເກົາຫລີໃຫ້ນັກສຶກສາແທ້.

ຄໍາແນະນໍາ: ກ່ອນເດີນທາງຕ້ອງຂໍອີເມວຂອງພະນັກງານ ຫຼື ສາຍການບິນຜູ້ທີ່ເຮົາຈະຕ້ອງໄປແຈ້ງປີ້ນຳໃນມື້ເດີນທາງ, ແລ້ວໃຫ້ການບິນລາວຂຽນອີເມວທາງການຫາເຂົາເຈົ້າລ່ວງໜ້າກ່ອນມີເດີນທາງ ເພື່ອບໍ່ໃຫ້ເກີດບັນຫາແບບດຽວກັນທີ່ກ່າວມາຂ້າງເທິງ; ຫາກໃຜມັກຄວາມສະດວກແນະນໍາໄປຢູ່ໂຮງແຮມ ແຕ່ໃຜທີ່ສາມາດຢູ່ແບບໃດກໍ່ໄດ້ ແລະ ມີຄອບຄົວມາສົ່ງເຄື່ອງໃຫ້ກໍ່ມາຢູ່ສູນກໍ່ໄດ້ ເພາະສະພາບແມ່ນຄືກັບການຢູ່ຫ້ອງແຖວ.

ຂໍ້ມູນຈາກ: Koc Phodsavang