ຫຼວງນໍ້າທາຄຸມເຂັ້ມ ວາງແຜນການຄຸ້ມຄອງສີນຄ້າກະສິກຳທີ່ຈະສົ່ງອອກໄປອີຢູໃຫ້ຖືກຕາມກົດກະຕິກາ

194

ອີຢູເປັນປາຍທາງການສົ່ງອອກທີ່ສຳຄັນໜຶ່ງຂອງລາວເຮົາ ແຕ່ທຸກສິນຄ້າການສົ່ງອອກກ່ອນຈະໄດ້ເຂົ້າສູ່ປະເທດນັ້ນໆແມ່ນຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍ ແລະ ເງື່ອນໄຂຂໍ້ກຳນົດທີ່ລະບຸໄວ້ ເຊິ່ງແຂວງຫຼວງນ້ຳທາກໍ່ເຄີຍສົ່ງໄປຍັງຕະຫຼາດດັ່ງກ່າວ ແລະມີສຽງສະທ້ອນກັບມາບາງສິນຄ້າຍັງບໍ່ຜ່ານເກນ ສະນັ້ນເພື່ອຄຸ້ມຄອງທຸກຂອດຂັ້ນການຜະລິດໃຫ້ເຂົ້າສູ່ຂັ້ນຕອນລະບຽບກົດໝາຍ ແນໃສ່ໃຫ້ການສົ່ງອອກສິນຄ້າກະສິກໍາທີ່ປອດໄພ, ໄດ້ຄຸນນະພາບ ປາສະຈາກສານຕົກຄ້າງ ແຂວງຫຼວງນໍ້າທາ ຈຶ່ງໄດ້ມີການຈັດກອງປະຊຸມວາງແຜນການຈັດຕັ້ງປະຕິບັດໂຄງການຄຸ້ມຄອງສີນຄ້າກະສິກຳຂຶ້ນ.

ວັນທີ 20 ກໍລະກົດ 2020 ຢູ່ ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມວາງແຜນການຈັດຕັ້ງປະຕິບັດໂຄງການຄຸ້ມຄອງສີນຄ້າກະສິກຳເພື່ອການຄ້າປອດໄພຂອງແຂວງຫຼວງນໍ້າທາ; ໂດຍການເປັນປະທານຂອງທ່ານ ພິມແກ້ວ ທຳລະສີນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເຂົ້າຮ່ວມໂດຍ ທ່ານ ຈັນທາ ທິບພະວົງພັນ ຫົວໜ້າ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ມີຫົວໜ້າກົມ, ຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິຍາ ສຸວັນດວນ ຫົວໜ້າພະແນກລະບຽບການ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີຄວາມເປັນມາຂອງໂຄງການແລະສຶກສາຄວາມເປັນໄປໄດ້ໃນການວາງແຜນໂຄງການ ໃນໄລຍະຜ່ານມາ ສປປ ລາວ ແມ່ນໄດ້ພົບກັບ ສິ່ງທ້າທ້າຍໃນການ ສົ່ງອອກພືດຜັກ ແລະ ໝາກໄມ້ສົດ ໄປສະຫະພາບອີຢູ ເຊິ່ງມີຫຼາຍການສົ່ງອອກແມ່ນບໍ່ສອດຄ່ອງກັບລະບຽບກົດໝາຍດ້ານຄວາມປອດໄພອາຫານ ແລະ ສຸຂານາໄມພືດໃນຫຼາຍກໍລະນີ ເປັນຕົ້ນ ແມ່ນການສົ່ງອອກບໍ່ໄດ້ຮັບການກວດກາຢັ້ງຢືນ ດ້ານສຸຂານາໄມພືດ ແລະ ໃນບາງກໍລະນີທີ່ມີໃບຢັ້ງຢືນ ກໍມີການຕິດແປດຂອງສັດຕູພືດຄວບຄຸມ ທັງມີການຕົກຄ້າງຂອງຢາປາບສັດຕູພືດ ຫຼື ປົນເປື້ອນເຊື້ອຈຸລິນຊີທີ່ເປັນອັນຕະລາຍໃນອາຫານ ເຊິ່ງມີການແຈ້ງເຕືອນຫຼາຍສະບັບ ຈາກອົງການກວດກາຄວາມປອດໄພອາຫານ ແລະ ສຸຂະພາບພືດ ຈາກອີຢູ ແລະ ມີການນໍາໃຊ້ມາດຕະການລົງໂທດຢູ່ປາຍທາງຫຼາຍຮູບການ ເພື່ອເປັນການແກ້ໄຂສະພາບການດັ່ງກ່າວ.

ໃນວັນທີ 27 ເມສາ 2016 ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 2109/ກປ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດໃນການນໍາໃຊ້ ມາດຕະການສຸຂານາໄມພືດ ເພື່ອແກ້ໄຂບັນຫາແຈ້ງການເຕືອນຂອງ ສະຫະພາບອີຢູ ໂດຍໄດ້ໂຈະການສົ່ງອອກ ທັງໝົດ 10 ບໍລິສັດ ເພື່ອກວດກາ ແລະ ປັບປຸງຄືນໃນແຕ່ລະກໍລະນີ ແລະ ມອບໃຫ້ກົມປູກຝັງ ສ້າງລະບົບການຄວບຄຸມ ໃຫ້ ກວມເອົາມາດຕະການແກ້ໄຂສາມບັນຫາ ເປັນຕົ້ນ ການຄວບຄຸມການຕົກຄ້າງຢາປາບສັດຕູພືດ, ການຕິດແປດສັດຕູພືດ ຄວບຄຸມ ແລະ ການປົນເປື້ອນຈຸລິນຊີເປັນອັນຕະລາຍໃນອາຫານຊຶ່ງໄດ້ສ້າງເປັນ ແຈ້ງການຂອງກົມປູກຝັງ.

ເຊິ່ງໃນປະຈຸບັນ ມີພຽງບໍລິສັດດຽວຄື: ບໍລິສັດ Living Fresh Sole ຢູ່ແຂວງຈໍາປາສັກ ທີ່ແຈ້ງໃຫ້ອີຢູຮັບຊາບ ສາມາດສົ່ງອອກພືດຜັກຖືກຕ້ອງຕາມລະບຽບການ ພ້ອມທັງໄດ້ປືກສາຫາລືວາງແຜນກິດຈະກຳຕ່າງໆຕື່ມອີກ ພ້ອມນັ້ນໂຄງການຄຸ້ມຄອງສິນຄ້າກະສິກຳໄດ້ນຳເອົາຄອມພີວເຕີໂນດບຸກ ແລະ ປີນເຕີ ໃນມູນຄ່າ 6,7ລ້ານກວ່າກີບມາມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາເພື່ອນຳໃຊ້ເຂົ້າໃນວຽກງານໃຫ້ວ່ອງໄວຕື່ມອີກ .

ຂໍ້ມູນຈາກ: ຂ່າວສານຫຼວງນໍ້າທາ