ໃຜຢູ່ຫຼວງພະບາງໄປສະໝັກເດີ້ ຮຽນຟຣີບໍ່ຄ່ອຍມີ

127

ເພື່ອເປັນການເສີມສ້າງວິຊາຊີບໃຫ້ຜູ້ທີ່ດ້ອຍໂອກາດ ບໍ່ມີເງື່ອນໄຂໄດ້ເຂົ້າຮຽນໃນໂຮງຮຽນລະດັບສູງໂອກາດດີມາຮອດແລ້ວ ເພິ່ນເປີດສອນໃຫ້ຟຣີວິຊາຕັດຫຍິບ 18-45 ປີຮຽນໄດ້ໝົດ.

ເປັນຮູບປະກອບຂ່າວເທົ່ານັ້ນ

ໂດຍສູນການສຶກສານອກໂຮງຮຽນ ແຂວງຫຼວງພະບາງ ໄດ້ປະກາດເຖິງຊາວໜຸ່ມເພດຍິງ ທີ່ມີຄວາມສົນໃຈເຂົ້າຮ່ວມຝຶກອົບຮົມວິຊາການຕັດຫຍິບ ການຍ້ອມຜ້າທຳມະຊາດ ແລະ ສີມືຫັດຖະກຳ ໄລຍະເວລາ 5 ເດືອນຈົບຫຼັກສູດ ໂອກາດດີບໍ່ໄດ້ມີມາຕະຫຼອດຮີບສະໝັກເຂົ້າໄປເດີ້.

ສຳລັບເງື່ອນໄຂແມ່ນ ເພດຍິງ ອາຍຸ 18-45 ປີ ເປັນຄົນແຂວງຫຼວງພະບາງ, ຈົບຊັ້ນປະຖົມຂຶ້ນໄປ, ເປັນຜູ້ທຸກຍາກ ແລະ ດ້ອຍໂອກາດ, ເປັນຜູ້ທີ່ມັກອາຊີບນີ້, ມີສຸຂະພາບແຂງແຮງ, ເປັນຜູ້ວ່າງງານ, ດຸໝັ້ນ.

ການຝຶກອົບຮົມນີ້ ແມ່ນບໍ່ເສຍຄ່າໃຊ້ຈ່າຍ (ຟຣີ), ກຳນົດ 20 ຄົນ/ຊຸດ ໂດຍຜ່ານການສຳພາດ ຫາກທ່ານໃດທີ່ສົນໃຈ ແມ່ນສາມາດເຂົ້າໄປພົວພັນໄດ້ທີ່ ສູນສຶກສານອກໂຮງຮຽນ ແຂວງຫຼວງພະບາງ ຕາມເວລາລັດຖະການ ສະໝັກດ່ວນເດີ້ ເລີ່ມສະໝັກແຕ່ມື້ນີ້ ຮອດວັນທີ 23 ກໍລະກົດ 2020 ແມ່ນມື້ປິດຮັບ!!!