5 ເຄັດລັບການສອນວຽກບ້ານໃຫ້ລູກທີ່ມ່ວນຊື່ນ ແລະ ໄດ້ຜົນ

155

ການສຶກສາຂອງແຕ່ລະຄົນແຕກຕ່າງກັນໄປ ຍິ່ງຮຸ່ນລູກຂອງເຮົາກໍມີຮູບແບບການສຶກສາທີ່ປ່ຽນໄປ ພໍ່ແມ່ຈຶ່ງກຽມຕົວໃຫ້ພ້ອມກ່ອນໄປສອນວຽກບ້ານ ໃຫ້ລູກ. ສຳລັບຄໍລຳການສຶກສາມື້ນີ້ ຈະໄດ້ແນະນຳເຄັດລັບການໃຫ້ວຽກບ້ານລູກໃຫ້ມີຄວາມມ່ວນຊື່ນ ແລະ ໄດ້ຜົນ ຄື:

1 ຢ່າລື່ມວ່າເດັກຍຸກໃໝ່ໃຊ້ອຸປະກອນສື່ສານໃນການຫາ ຄວາມຮູ້, ຢ່າຄິດວ່າສະມາດໂຟນ ຫຼື ໂນດບຸ໊ກຂອງລູກ ເປັນພຽງເຄື່ອງມືຫາຄວາມບັນເທີງພຽງເທົ່ານັ້ນ ເພາະຄວາມຈິງແລ້ວລູກໃຊ້ອຸປະກອນເຫຼົ່ານີ້ ໃນການເຮັດວຽກບ້ານເຊັ່ນກັນ ທາງທີ່ດີແມ່ຄວນຫາສື່ການສອນຈາກອຸປະກອນເອເລັກໂຕຣນິກເຫຼົ່ານີ້ ເພາະມັນເປັນດັ່ງຄັງ ຄວາມຮູ້ຂອງເດັກຍຸກໃໝ່ ເຊັ່ນ: ຢູທູບ ທີ່ມີເນື້ອຫາດີໆ ເໝາະຈະເປັນສື່ການສອນ ລູກກໍຈະມີ ຄວາມມ່ວນຊື່ນ ແລະ ເພີດເພີນ.

2 ແນະນຳໃຫ້ລູກປິດຈໍແລ້ວຫາຄວາມຮູ້ໃນໂລກຈິງ ເຖິງວ່າໂລກອອນລາຍຈະເປັນແຫຼ່ງຂໍ້ມູນທີ່ຄົບຖ້ວນ ແລະ ມີຄວາມຫຼາກຫຼາຍພຽງໃດ ແຕ່ບໍ່ຄວນຢຶດຕິດກັບໂລກອິນເຕີເນັດຫຼາຍເກີນໄປ ແນະນຳໃຫ້ລູກພົບນາຍຄູ ຫຼື ອາຈານ ຫຼັງເລີກຮຽນເພື່ອສອບຖາມຂໍ້ສົງໄສ ຫຼື ເຂົ້າຫ້ອງສະໝຸດໄປອ່ານປຶ້ມ ເພື່ອໃຫ້ລູກຝຶກການອ່ານປຶ້ມ.

3 ສອນລູກຫາຂໍ້ມູນໃຫ້ຮອບດ້ານ ການຫາຂໍ້ມູນເພື່ອເຮັດວຽກບ້ານຄວນທີ່ຈະຫາຂໍ້ມູນໃຫ້ຮອບດ້ານ ບາງຢ່າງລູກອາດຄົ້ນຫາໄດ້ຈາກອິນເຕີເນັດ ເພາະການຄົ້ນຫາໃນໂລກອອນລາຍນັ້ນມີຄວາມວ່ອງໄວຫຼາຍ ແຕ່ບາງຄັ້ງກໍຕ້ອງເພິ່ງພາປຶ້ມທີ່ໃຫ້ ຂໍ້ມູນໄດ້ຄົບຖ້ວນກວ່າ. ທີ່ສຳຄັນການອ່ານປຶ້ມ, ການຂີດຂຽນ ແລະ ບັນທຶກຂໍ້ມູນທີ່ສຳຄັນຈະເຮັດໃຫ້ລູກຈື່ຈຳໄດ້ດີກວ່າ ຈຶ່ງຄວນສອນໃຫ້ລູກອ່ານປຶ້ມຄວບຄູ່ກັບການໃຊ້ອິນເຕີເນັດ.

4 ບອກລູກໃຫ້ຮູ້ຈັກແບ່ງເວລາ ເດັກຍຸກໃໝ່ເຕີບໂຕມາກັບໂລກອອນລາຍ ເຮັດໃຫ້ພວກເຂົາເສບຕິດການຫຼິ້ນສື່ອອນລາຍຕ່າງໆ ເຊັ່ນ: ທະວິດເຕີ, ເຟສ ບຸ໊ກ ແລະ ອິນສະຕາແກຣມ ມັນບໍ່ແມ່ນເລື່ອງທີ່ຜິດທີ່ລູກຈະສົ່ງຂໍ້ ຄວາມຕ່າງໆຫາໝູ່ຄູ່ ແຕ່ລູກຄວນຈະແບ່ງເວລາໃຫ້ເປັນ ຖ້າພໍ່ແມ່ຝຶກຝົນວິໄນໃຫ້ລູກຕັ້ງແຕ່ນ້ອຍໆມີເວລາທີ່ຊັດເຈນວ່າຕ້ອງເຮັດວຽກບ້ານຈັກໂມງ ຫຼື ເວລາໃດຄວນອອກໄປຫຼິ້ນນອກບ້ານ ເດັກກໍຈະຮູ້ຈັກແບ່ງເວລາ.

5 ພໍ່ແມ່ຕ້ອງຊ່ວຍລູກຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ການເຮັດວຽກບ້ານພຽງ ຄົ້ນຂໍ້ມູນໃນກູ ເກິລກໍຈົບ ເດັກບາງຄົນຈະຄິດແບບນັ້ນ. ດັ່ງນັ້ນ, ຈຶ່ງເປັນໜ້າທີ່ຂອງພໍ່ແມ່ທີ່ຈະຊ່ວຍລູກຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ແນະນຳວ່າເວັບໄຊໃດທີ່ມີຂໍ້ມູນຖືກຕ້ອງ ປະກອບກັບຫາປຶ້ມຕ່າງໆ ມາໃຫ້ລູກເປີດໂລກຄວາມຮູ້ ແລ້ວຢ່າລືມໃຊ້ເວລາທີ່ມີຄຸນຄ່າຮ່ວມໄປກັບລູກດ້ວຍການສອນວຽກບ້ານລູກເລື້ອຍໆ.

ວິທີທີ່ດີທີ່ສຸດບໍ່ແມ່ນການເຮັດວຽກບ້ານໃຫ້ລູກ ແຕ່ຄືການໃຫ້ເວລາຮ່ວມກັບລູກໃຫ້ການຫາ ຄວາມຮູ້ຄົ້ນພົບຂໍ້ມູນໃໝ່ໆໄປພ້ອມກັນ ນອກຈາກຈະເປັນການຊ່ວຍລູກເຮັດວຽກບ້ານແລ້ວຍັງເປັນການເປີດໂລກຂອງພໍ່ແມ່ໃຫ້ໄດ້ຮຽນຮູ້ສິ່ງໃໝ່ໆຕື່ມອີກ.

( ທີ່ມາ: workingmother.com )