5 ປະໂຫຍດສຳຄັນຂອງສານຕ້ານອະນຸມູນອິດສະຫຼະ

94

ຫຼາຍຄົນອາດຈະເຄີຍໄດ້ຍິນວ່າອາຫານທີ່ມີສານຕ້ານອະນຸມູນອິດສະຫຼະສູງຈະດີຕໍ່ຮ່າງກາຍ ເພາະຈະຊ່ວຍໃນເລື່ອງຂອງຜິວພັນ. ແຕ່ທ່ານຮູ້ບໍ່ວ່າສານຕ້ານອະນຸມູນອິດສະຫຼະຍັງຊ່ວຍໃນການຫຼຸດຜ່ອນ ຫຼື ຫຼຸດຄວາມສ່ຽງຂອງການເປັນພະຍາດບາງຊະນິດໄດ້ພ້ອມ ກ່ອນເຮົາຈະໄປເລື່ອງຫຼຸດຄວາມສ່ຽງຂອງພະຍາດເຮົາມາຮູ້ຈັກກັບສານທີ່ມີຊື່ວ່າ “ ອະນຸມູນອິດສະຫຼະ ” ກັນກ່ອນ.

ອະນຸມູນອິດສະຫຼະແມ່ນຫຍັງ?

ອະນຸມູນອິດສະຫຼະ ( free radicals ) ໝາຍເຖິງໂມເລກຸນ ຫຼື ອາໂຕມ ທີ່ບໍ່ສະຖຽນສາມາດສ້າງຄວາມເສຍຫານຕໍ່ DNA ດ້ວຍການຍາດເອເລັກຕົງຂອງເຊລອື່ນໃນຮ່າງກາຍທີ່ເອີ້ນວ່າພາວະຄຽດ ເຮັດໃຫ້ໂມເລກຸນຂອງຮ່າງກາຍບໍ່ສະຖຽນເກີດຄວາມເສຍຫາຍທີ່ນຳໄປສູ່ການເກີດພະຍາດ ແລະ ຮິ້ວຮອຍຢູ່ຮ່າງກາຍຂອງເຮົາ. ສະນັ້ນ, ສານຕ້ານອະນຸມູນອິດສະຫຼະຈະຊ່ວຍເຮັດໃຫ້ໂມເລກຸນທີ່ບໍ່ສະຖຽນນີ້ມີຄວາມເປັນກາງ ແລະ ຊ່ວຍປົກປ້ອງຮ່າງກາຍຈາກການເສື່ອມໂຊມຂອງເຊລເຫຼົ່ານີ້ໄດ້.

ສານອະນຸມູນອິດສະຫຼະມັກຈະເກີດມາຈາກພາວະທາງອາກາດ, ການສູບຢາ, ເຄື່ອງດື່ມແອລ ກໍຮໍ, ອາຫານຈືນ, ຢາ ແລະ ສານເຄມີບາງຊະນິດ ແລະ ອື່ນໆ.

ເປັນຫຍັງເຮົາຈຶ່ງຕ້ອງການ “ ສານຕ້ານອະນຸມູນອິດສະຫຼະ ”?

ສານຕ້ານອະນຸມູນອິດສະຫຼະຈະສາມາດຊ່ວຍຫຼຸດຄວາມສ່ຽງຕໍ່ຫຼາຍພະຍາດໄດ້ ໂດຍສະເພາະພະຍາດຊໍ້າເຮື້ອ ເຊັ່ນ: ພະຍາດມະເຮັງ, ພະຍາດເບົາຫວານ, ພະຍາດຫົວໃຈ ແລະ ພະຍາດສະໝອງ ແລ້ວຍັງຊ່ວຍເຮັດໃຫ້ບາງຂະບວນການບາງຂັ້ນຕອນທີ່ເຮັດໃຫ້ຜູ້ອາຍຸສູງ ສາມາດກຳຈັດອະນຸມູນອິດສະຫຼະກ່ອນທີ່ມັນຈະໄປທຳລາຍໄດ້.

5 ປະໂຫຍດສຳຄັນຂອງ “ ສານຕ້ານອະນຸມູນອິດສະຫຼະ ”:

1 ຊະລໍອາຍຸ ເຮັດໃຫ້ຂະບວນການຜູ້ອາຍຸສູງຊ້າລົງ ( ເຖົ້າຊ້າ ).

2 ຫຼຸດຜ່ອນພະຍາດອັລໄຊເມີ້ ( Alzheimer ) ຫຼື ພະຍາດສະໝອງເສື່ອມ.

3 ຫຼຸດລະດັບໄຂມັນທີ່ບໍ່ດີໃນຮ່າງກາຍ.

4 ປ້ອງກັນເສັ້ນເລືອດໃນສະໝອງຕີບ.

5 ເປັນສານຕໍ່ຕ້ານມົນລະພິດຕ່າງໆຈາກສິ່ງແວດລ້ອມ.

( ທີ່ມາ: https://www.sanook.com/health )[ ຮຽບຮຽງ: ສຸພາລັກ ]