ໃຊ້ພູມປັນຍາສ້າງຜະລິດຕະພັນຈາກຕົ້ນມອນ ສ້າງລາຍຮັບ 100 ລ້ານກີບຕໍ່ປີ

204

ຜະລິດຕະພັນທີ່ໄດ້ຈາກການປູກມອນ – ລ້ຽງມ້ອນ ນອກຈາກຜະລິດເປັນໄໝແລ້ວຍັງສາມາດປຸງແຕ່ງເປັນຜະລິດຕະພັນຮັກສາສຸຂະພາບ, ຄວາມງາມ, ເຄື່ອງປະດັບອອກຈຳໜ່າຍສູ່ຕະຫຼາດສາມາດສ້າງລາຍຮັບໃຫ້ຄອບຄົວ 100 ລ້ານກີບຕໍ່ປີ ພ້ອມທັງເປັນຄອບຄົວຕົວແບບຂອງບ້ານ ແລະ ເປັນສິນຄ້າໂອດ໊ອບຂອງເມືອງອີກ.

ທ່ານ ນາງ ອິນ ຈັນທະລາດາ ກຸ່ມປູກມອນ – ລ້ຽງມ້ອນບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໃຫ້ສຳພາດວ່າ: ພວກເຮົາໄດ້ປູກມອນ – ລ້ຽງມ້ອນ ມາໄດ້ 20 ປີແລ້ວ ໂດຍມີການຂະຫຍາຍເນື້ອທີ່ປູກຕົ້ນມອນ ເກືອບ 2 ເຮັກຕາ, ສາມາດຜະລິດສິນຄ້າໄດ້ປະມານ 10 ລາຍການ ປະກອບມີ: ນ້ຳສະກັດຈາກໝາກມອນເພື່ອສຸຂະພາບ, ຊາໃບມອນ, ຊາຝຸ່ນມອນ, ຂັນໝາກເບັງນ້ອຍ, ໝາກກ້ວຍປະດັບເຮັດຈາກຟັກມ້ອນ, ພວງມະໄລ, ເສັ້ນໄໝມ້ອນ, ຫຼອດມ້ອນຄັດຜິວໜ້າ. ຫຼ້າສຸດໄດ້ຜະລິດກວນໝາກມອນ ຈົນກາຍໄດ້ຮັບສິນຄ້າໂອດ໊ອບ.

ໃນໄລຍະຜ່ານມາທາງພາກລັດ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ໃຫ້ຄວາມສະດວກ ແລະ ຊອກຕະຫຼາດຈຳໜ່າຍໃຫ້ກັບສິນຄ້າຂອງພວກເຮົາ ໂດຍການເຊີນເຂົ້າຮ່ວມວາງສະແດງສິນຄ້າຢູ່ສູນການຄ້າລາວ – ໄອເຕັກ, ຫໍປະຊຸມ, ງານບຸນທາດຫຼວງ ແລະ ງານສະແດງອື່ນໆ ເຊິ່ງການເຂົ້າຮ່ວມງານວາງສະແດງ ແລະ ຈຳໜ່າຍສິນຄ້າໃນແຕ່ລະຄັ້ງ ກໍສາມາດສ້າງລາຍຮັບປະມານ 9 – 10 ກວ່າລ້ານກີບ ຫຼື ບາງງານໄດ້ເກືອບ 20 ລ້ານກີບ ກໍມີສະເລ່ຍລວມແລ້ວສ້າງລາຍໄດ້ປະມານ 100 ລ້ານກີບຕໍ່ປີ.

ທ່ານ ນາງ ອິນ ຈັນທະລາດາ ກ່າວຕື່ມອີກວ່າ: ການເຮັດທຸລະກິດດັ່ງກ່າວນີ້ຖືວ່າເປັນຄວາມພາກພູມໃຈໜຶ່ງ ເນື່ອງຈາກເປັນທຸລະກິດສືບສານພູມປັນຍາຊາວບ້ານ ແລະ ຍັງມີຄວາມບຸກບືນພະຍາຍາມ, ດຸໝັ່ນຫ້າວຫັນອອກຫົວຄິດປະດິດສ້າງ ເພື່ອພັດທະນາຜະລິດຕະພັນອອກສູ່ສັງຄົມໄດ້ຕະຫຼອດ. ໃນຂະນະທີ່ແຜນການໃນຕໍ່ໜ້າແມ່ນຈະເນັ້ນປັບປຸງຄຸນນະພາບຜະລິດຕະພັນໃຫ້ມີຄວາມໂດດເດັ່ນເພີ່ມຄວາມສົນໃຈ ແລະ ເພີ່ມຂອດຈຳໜ່າຍຕື່ມອີກ.