3 ເອັສ ເອັສດີຊີ ຈຸດເລີ່ມຕົ້ນຈາກພະນັກງານ 5 ຄົນ ກ້າວສູ່ບໍລິສັດໃຫຍ່ ໃສ່ໃຈຄຸນນະພາບຂອງງານ

139

ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ກໍເປັນອີກບໍລິສັດໜຶ່ງຂອງຄົນລາວທີ່ເລີ່ມຈາກສູນ ກໍຄືເລີ່ມຈາກພະນັກງານພຽງ 5 ຄົນ ໂດຍມີເປົ້າໝາຍສົ່ງເສີມ – ສ້າງບຸກຄະລາກອນ, ວິຊາການ, ນາຍຊ່າງ ແລະ ແຮງງານລາວໃຫ້ມີຄຸນນະພາບທຽບເທົ່າກັບສາກົນ ມາຮອດປັດຈຸບັນແມ່ນມີພະນັກງານທີ່ມີຄຸນນະພາບເຖິງ 200 ກວ່າຄົນ.

ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ແມ່ນໃຫ້ບໍລິການດ້ານການອອກແບບ ແລະ ວິເຄາະໂຄງສ້າງອາຄານ, ກໍ່ສ້າງອາຄານ, ອອກແບບຕິດຕັ້ງລະບົບສຸຂາພິບານ, ລະບົບດັບເພີງ, ອອກແບບກໍ່ສ້າງລະບົບຊົນລະປະທານ ແລະ ຂົວທາງ, ອອກແບບ ແລະ ກະຈາຍສາຍ ແລະ ໝໍ້ແປງໄຟຟ້າ, ອອກແບບຕິດຕັ້ງຕູ້ສະວິດເກຍ ຕູ້ເມນຈ່າຍໄຟ ຕູ້ຄວບຄຸມມໍເຕີ, ອອກແບບຕິດຕັ້ງຕູ້ປັບປຸງພະລັງງານໄຟຟ້າ, ອອກແບບຕິດຕັ້ງລະບົບໄຟຟ້າໂຮງງານ, ອາຄານ, ທີ່ພັກອາໄສ ແລະ ສະໜອງອຸປະກອນໄຟຟ້າລະບົບແຮງກາງ ແລະ ແຮງຕໍ່າ.

ທ່ານ ຄໍາປະສົງ ແກ້ວມະຫາວົງ ຮອງຜູ້ອໍານວຍການ ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ໃຫ້ສໍາພາດວ່າ: ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ສ້າງຕັ້ງປີ 2014 ໂດຍການຮວມຕົວຂອງໝູ່ເພື່ອນທີ່ເປັນນັກສຶກສາມະຫາວິທະຍາໄລນໍາກັນ ພາຍຫຼັງສຶກສາຈົບ ແລະ ຕ່າງຄົນໄດ້ໄປຫາປະສົບການຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ 3 – 4 ປີ ກໍໄດ້ມາຮວມຕົວ ແລະ ໄດ້ອອກທຶນຮອນກັນສ້າງຕັ້ງບໍລິສັດຂຶ້ນ ເຊິ່ງເບື້ອງຕົ້ນມີພະນັກງານ 5 ຄົນ ( ໝູ່ເພື່ອນຮ່ວມທຶນນໍາກັນ ) ໄດ້ແບ່ງໜ້າທີ່ກັນເຮັດເອງທຸກຢ່າງ.

“ ມາໄລຍະໜຶ່ງບໍລິສັດກໍຄ່ອຍໆພັດທະນາເຕີບໂຕຂຶ້ນມາ ຈຶ່ງໄດ້ເລີ່ມຈ້າງພະນັກງານມາຊ່ວຍຂະຫຍາຍຫ້ອງການ ແລະ ກ້າວມາສູ່ການສ້າງຫ້ອງການບໍລິສັດຢ່າງຖາວອນ. ປັດຈຸບັນພວກເຮົາມີບໍລິສັດໄຟຟ້າ ແລະ ບໍລິສັດກໍ່ສ້າງຢູ່ໃນເຄືອ ເຊິ່ງມີພະນັກງານຫຼາຍກວ່າ 200 ຄົນ.
ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ສ້າງຂຶ້ນໂດຍຄົນລາວ ມີເປົ້າໝາຍເພື່ອສົ່ງ ເສີມ – ສ້າງບຸກຄະລາກອນ, ວິຊາການ, ນາຍຊ່າງ ແລະ ແຮງງານລາວໃຫ້ມີຄຸນນະພາບທຽບເທົ່າກັບສາກົນ. ນອກນີ້, ໃນອະນາຄົດຍັງມີແຜນສ້າງແຮງງານທີ່ມີຄຸນນະພາບໄປຊ່ວຍບໍລິສັດຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຕື່ມອີກ ”, ທ່ານ ຄໍາປະສົງ ແກ້ວມະຫາວົງ ກ່າວ.

ຮອງຜູ້ອໍານວຍການ ຍັງກ່າວອີກວ່າ: ໄລຍະຜ່ານມາໂຄງການທີ່ພວກເຮົາໄດ້ຮັບສ່ວນໃຫຍ່ຈະເປັນໂຄງການຂອງຕ່າງປະເທດ ແຕ່ທຸກຢ່າງແມ່ນສ້າງມາດ້ວຍຜົນງານຂອງຄົນລາວ ແລະ ເອົາໃຈໃສ່ເປັນພິເສດດ້ານຄຸນນະພາບ ເປັນຕົ້ນໂຄງການທິບໂກ້ ( ໄທ ) ຢູ່ເຂດເສັ້ນທາງ 450 ປີ, ໂຮງໝໍທັນສະໄໝ ແຂວງ ຈໍາປາສັກ ( ໂອຕຣິດ ), ໂຄງການຂອງຈີນ ຢູ່ເຂດເສັ້ນທາງ 450 ປີ, ໂຄງການພັດຕາຄານເຊັນພິລາ ( ສີສົມບັດ ) ແລະ ໂຄງການອື່ນໆອີກ. ນອກນີ້, ພວກເຮົາຍັງມີຫຼາຍໂຄງການທີ່ມີໃນແຜນ ປັດຈຸບັນພວກເຮົາຕ້ອງສືບຕໍ່ສ້າງບຸກຄະລາກອນໃຫ້ຫຼາຍກວ່າເກົ່າ ເພື່ອຮອງຮັບໂຄງການຕ່າງໆທີ່ຈະເຂົ້າມາ ເພື່ອໃຫ້ຄົນລາວໄດ້ມີໂອກາດສະແດງທ່າແຮງຂອງຕົນໃຫ້ຊາວຕ່າງຊາດຮັບຮູ້ວ່າຄົນລາວ ກໍສາມາດຈັດຕັ້ງປະຕິບັດໂຄງການໃຫຍ່ໆໄດ້ຄືກັບຕ່າງປະເທດ.

ປັດຈຸບັນ ບໍລິສັດ 3 ເອັສ ແມ່ນກໍາລັງດຳເນີນງານຢູ່ທີ່ພັດຕາຄານເຊັນພິລາ ( ສີສົມບັດ ) ໄດ້ຮັບວຽກລະບົບໄຟຟ້າຕິດຕັ້ງເຄື່ອງສຽງ, ດອກໄຟ, ໝໍ້ແປງ ແລະ ວຽກອື່ນໆທີ່ກ່ຽວກັບລະບົບໄຟຟ້າໄດ້ຈັດຕັ້ງປະຕິບັດແຕ່ເດືອນເມສາ 2019 ປັດຈຸບັນໜ້າວຽກຄືບໜ້າຫຼາຍກວ່າ 80% ຄາດວ່າຈະໃຫ້ສໍາເລັດກ່ອນເດືອນຕຸລາ 2020. ຜ່ານການປະຕິບັດຕົວຈິງແມ່ນພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເນື່ອງຈາກເປັນໂຄງການໃຫຍ່ວຽກມີຄວາມສັບຊ້ອນ ເຊິ່ງຕ້ອງໄດ້ຖອດຖອນບົດຮຽນຈາກຈຸດນີ້ໃຫ້ຫຼາຍຂຶ້ນ ເພື່ອພັດທະນາຕົນເອງໃນຕໍ່ໜ້າ.