ຣັດເຊຍ ປະຕິເສດໂຈລະກຳຂໍ້ມູນວັກແຊັງຕ້ານໂຄວິດ

142

ສຳນັກຂ່າວ ທາສ ຂອງຣັດເຊຍລາຍງານວ່າ: ທ່ານ ດະມີ ທຣີ ເຟສຄ໊ອຟ ໂຄສົກລັດຖະບານຣັດເຊຍ ໄດ້ອອກມາປະຕິເສດຂໍ້ກ່າວຫາຂອງເຈົ້າໜ້າທີ່ຄວາມໝັ້ນຄົງຂອງຊາດຕາເວັນຕົກທີ່ກ່າວຫາວ່າ ແຮັກເກີ ທີ່ໄດ້ຮັບການສະໜັບສະໜູນຈາກໜ່ວຍງານຂ່າວກອງຂອງຣັດເຊຍ ກຳລັງພະຍາຍາມໂຈລະກຳ ( ລັກ ) ຂໍ້ມູນການວິໄຈວັກແຊັງຕ້ານໂຄວິດ – 19 ຈາກໜ່ວຍງານ ແລະ ສະຖາບັນຕ່າງໆໃນທົ່ວໂລກ.

ທັງນີ້, ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງສະຫະລັດ, ການາດາ ແລະ ສະຫະຣາຊະອານາຈັກ ໄດ້ອອກຖະແຫຼງການລະບຸວ່າ: ແຮັກເກີ ທີ່ໄດ້ຮັບການສະໜັບສະໜູນຈາກໜ່ວຍງານຂ່າວກອງຂອງຣັດເຊຍ ກຳລັງພະຍາຍາມລັກຂໍ້ມູນກ່ຽວກັບການວິໄຈວັກແຊັງຕ້ານໂຄ ວິດ – 19 ຈາກໜ່ວຍງານ ແລະ ສະຖາບັນຕ່າງໆທົ່ວໂລກ.

ພາບປະກອບຂ່າວເທົ່ານັ້ນ

ລາຍງານລະບຸວ່າ: ແຮັກເກີທີ່ມີຊື່ວ່າ APT29 ຫຼື ຮູ້ຈັກກັນໃນນາມ Cozy Bear ໄດ້ພະຍາຍາມໂຈມຕີສະຖາບັນວິໄຈຕ່າງໆ ໂດຍໃຊ້ມັລແວ ແລະ ເຕັກນິກທີ່ເອີ້ນວ່າ “ spear-phishing ” ຂໍ້ມູນດັ່ງກ່າວມາຈາກການເປີດເຜີຍຂອງກະຊວງຄວາມໝັ້ນຄົງ ແລະ ມາຕຸພູມຂອງສະຫະລັດ, ສູນຄວາມໝັ້ນຄົງດ້ານໄຊເບີ ຂອງສະຫະຣາຊະອານາຈັກ ລວມທັງສຳນັກງານຄວາມໝັ້ນຄົງແຫ່ງຊາດຂອງ ການາດາ.
ມີການຄາດການວ່າ Cozy Bear ໄດ້ເຂົ້າແຮັກຂໍ້ມູນຂອງພັກເດໂມແຄຣດ ກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ເມື່ອປີ 2016 ຜ່ານມາ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມຂໍ້ມູນຈາກອົງການອະນາໄມໂລກ ( WHO ) ໃຫ້ຮູ້ວ່າ: ປັດຈຸບັນມີສະຖາບັນ ແລະ ໜ່ວຍງານຕ່າງໆໃນທົ່ວໂລກກຳລັງພັດທະນາວັກແຊັງປ້ອງກັນໂຄວິດ – 19 ຈຳນວນ 100 ຊະນິດ, ໃນນັ້ນ 23 ຊະນິດຢູ່ໃນຂັ້ນຕອນທົດລອງໃຊ້ໃນຄົນ.