ຍີ່ປຸ່ນ ເປີດໂຄງການກະຕຸ້ນການທ່ອງທ່ຽວພາຍໃນ

55

ລັດຖະບານຍີ່ປຸ່ນ ໄດ້ເປີດໂຄງການ ທ່ອງທ່ຽວພາຍໃນປະເທດ ໂດຍມີຊື່ວ່າ Go To Travel ເຊິ່ງຈະເລີ່ມໃນວັນທີ 22 ກໍລະກົດນີ້ ໂດຍຫວັງຟື້ນຟູອຸດສາຫະກຳການທ່ອງທ່ຽວ ແຕ່ຍົກເວັ້ນນະຄອນຫຼວງໂຕກຽວ ເນື່ອງຈາກພົບຜູ້ຕິດເຊື້ອໂຄວິດ – 19 ເພີ່ມຂຶ້ນຫຼາຍມື້ຕິດຕໍ່ກັນ.

ທ່ານ ຄາຊູໂຢຊິ ອາກາບາ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ຂົນສົ່ງ ຂອງຍີ່ປຸ່ນ ເປີດເຜີຍວ່າ: ລັດຖະບານຍີ່ປຸ່ນ ຈະເດີນໜ້າສະໜັບສະໜູນການທ່ອງທ່ຽວພາຍໃນປະເທດ ໂດຍຈະເລີ່ມແຕ່ວັນທີ 22 ກໍລະກົດນີ້ເປັນຕົ້ນໄປ ແຕ່ບໍ່ລວມນະຄອນຫຼວງໂຕກຽວ ເນື່ອງຈາກກຳລັງມີການລະບາດຂອງພະຍາດໂຄວິດ – 19 ຢ່າງໜັກ ຈົນຕ້ອງໄດ້ຍົກລະດັບການເຕືອນໄພຂຶ້ນສູ່ລະດັບສູງສຸດ ເມື່ອວັນທີ 16 ກໍລະກົດຜ່ານມາ.

ພາບປະກອບຂ່າວ

ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ຂົນສົ່ງຂອງຍີ່ປຸ່ນ ກ່າວອີກວ່າ: ການເດີນທາງຂອງຜູ້ທີ່ອາໄສຢູ່ນະຄອນຫຼວງໂຕກຽວ ແລະ ຜູ້ທີ່ເດີນທາງເຂົ້າ – ອອກ ນະຄອນຫຼວງໂຕກຽວ ຈະບໍ່ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວນີ້ ເນື່ອງຈາກຍັງພົບຜູ້ຕິດເຊື້ອເພີ່ມຂຶ້ນ ໂດຍເມື່ອວັນທີ 17 ກໍລະກົດ ພົບຜູ້ຕິດເຊື້ອລາຍໃໝ່ 286 ຄົນ ເຊິ່ງສູງກວ່າສະຖິຕິສູງສຸດເມື່ອວັນທີ 10 ກໍລະກົດທີ່ມີຜູ້ຕິດເຊື້ອລາຍໃໝ່ ຈຳນວນ 243 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອລາຍໃໝ່ເກີນ 100 ຄົນຕໍ່ມື້ ເປັນມື້ທີ 8 ຕິດຕໍ່ກັນແລ້ວ ແລະ ລວມຍອດຜູ້ຕິດເຊື້ອສະສົມເພີ່ມເປັນ 8.640 ຄົນ.