ສປນວ ໃຫ້ປັບປຸງຄືນຮ່າງຂໍ້ຕົກລົງຄ່າຊົດເຊີຍໂຄງການພັດທະນາທ່າບົກ

245

ສປນວ ສະເໜີໃຫ້ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ວ່າດ້ວຍການກຳນົດຂອບເຂດ ແລະ ຮັບຮອງລາຄາທົດແທນຄ່າເສຍຫາຍໃຫ້ຜູ້ທີ່ຖືກຜົນກະທົບຈາກໂຄງການພັດທະນາ ທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ( ແບບຄົບວົງຈອນ ) ນຳເອົາຄວາມຄິດເຫັນ ແລະ ຂໍ້ສະເໜີຂອງບັນດາ ສສນວ ແລະ ສສຊ ເຂດເລືອກຕັ້ງທີ 1 ນຳໄປປັບປຸງເນື້ອໃນໃຫ້ມີຄວາມສົມບູນຊັດເຈນ, ຈະແຈ້ງ ແລະ ສ່ອດຄອງກັບສະພາບຄວາມເປັນຈິງ.

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປນວ) ຊຸດທີ I ຄັ້ງວັນທີ 17 ກໍລະກົດ 2020 ທ່ານ ຄຳຕັນ ແກ້ວຫາວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຂຶ້ນສະເໜີຮ່າງຂໍ້ຕົກລົງວ່າດ້ວຍການກຳນົດຂອບເຂດ ແລະ ຮັບຮອງລາຄາທົດແທນຄ່າເສຍຫາຍໃຫ້ຜູ້ທີ່ຖືກຜົນກະທົບຈາກໂຄງການພັດທະນາ ທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ( ແບບຄົບວົງຈອນ ) ຕໍ່ສະມາຊິກສະພາປະ ຊາຊົນ ນະຄອນຫຼວງວຽງຈັນ ( ສສນວ ) ແລະ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1.

ທ່ານ ຄຳຕັນ ແກ້ວຫາວົງ ກ່າວວ່າ: ຮ່າງຂໍ້ຕົກລົງດັ່ງກ່າວປະກອບມີ 10 ມາດຕາ ເຊິ່ງພາຍຫຼັງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າຫົວໜ່ວຍການທົດແທນສິດໃຊ້, ສິດນໍາໃຊ້ທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ( ແບບຄົບວົງຈອນ ) ແລະ ຕາມໜັງສືທາງລັດຖະການ ສະບັບເລກທີ 0837/ຈນວ ລົງວັນທີ 18 ກັນຍາ 2019.

ຈາກນັ້ນ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບອົງການປົກຄອງເມືອງ, ຄະນະກໍາມາທິການເສດຖະກິດແຜນການ ການເງິນສະພາປະຊາຊົນນະຄອນຫຼວງວຽງຈັນ, ພະແນກການອ້ອມຂ້າງ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລືແບ່ງຄວາມຮັບຜິດຊອບລົງສົມທົບກັບພື້ນຖານບ້ານ, ເຈົ້າຂອງສິດໃຊ້, ສິດນໍາໃຊ້ທີ່ດິນ, ເອົາຂໍ້ມູນການຊື້ – ຂາຍທີ່ດິນໃນແຕ່ລະເຂດຂອງໂຄງການພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ( ແບບຄົບວົງຈອນ ), ມີຈໍານວນ 3 ບ້ານ: ເມືອງຫາດຊາຍຟອງ ( ບ້ານດົງໂພສີ, ບ້ານທ່ານາແລ້ງ ແລະ ບ້ານດົງໂພນແຮ່ ), ມີຕອນດິນທີ່ຖືກຜົນກະທົບຈາກໂຄງການທັງໝົດ 90 ຕອນ, ມີເນື້ອທີ່ 51,10 ເຮັກຕາ, ຕາມການປະຕິບັດແມ່ນນໍາເອົາຂໍ້ມູນການຊື້ – ຂາຍທີ່ດິນຕົວຈິງທີ່ປາກົດຕົວໃນແຕ່ລະເຂດມາສະເລ່ຍກັບລາຄາປະເມີນຂອງລັດ ຕາມມາດຕາ 71, 72 ຂອງກົດໝາຍທີ່ດິນສະບັບເລກທີ 04/ສພຊ ລົງວັນທີ 21 ຕຸລາ 2003, ດໍາລັດສະບັບເລກທີ 84/ລບ ລົງວັນທີ 5 ເມສາ 2016 ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ.

ນອກຈາກນັ້ນ, ໄດ້ນໍາເອົາບັນດານິຕິກໍາດັ່ງກ່າວມາຄົ້ນຄວ້າເປັນບ່ອນອີງ ເພື່ອລົງເຜີຍແຜ່ກັບອົງການປົກຄອງເມືອງ, ບ້ານ ແລະ ຜູ້ຖືກຜົນກະທົບ ພ້ອມທັງໄດ້ປຸກລະດົມປະຊາຊົນທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງລັດຖະບານໃນການພັດທະນາ, ໃຫ້ມີຄວາມຈິງໃຈປະກອບສ່ວນສ້າງສາພັດທະນາ, ແນໃສ່ຮັບປະກັນໃຫ້ຜູ້ຖືກຜົນກະທົບໄດ້ຮັບການທົດເເທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ, ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ ຫຼື ເທົ່າເດີມຢ່າງສົມເຫດສົມຜົນ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການກໍານົດໄວ້, ສັງລວມລາຍງານຜ່ານກອງປະຊຸມຂອງອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງວັນທີ 26 ພຶດສະພາ 2020 ເຫັນດີໃຫ້ນໍາຮ່າງຂໍ້ຕົກລົງວ່າດ້ວຍການກໍານົດຂອບເຂດຫົວໜ່ວຍລາຄາທົດເເທນຄ່າເສຍຫາຍໃຫ້ຜູ້ຖືກຜົນກະທົບໃນໂຄງການພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ( ແບບຄົບວົງຈອນ ) ຜ່ານກອງປະຊຸມໃນຄັ້ງ ນີ້.

ເຖິງຢ່າງໃດກໍຕາມ, ບັນດາສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວ, ເຫັນວ່າຍັງມີບາງເນື້ອໃນທີ່ບໍ່ຄົບຖ້ວນ, ບໍ່ສອດຄ່ອງ ແລະ ແທດເໝາະກັບຄວາມເປັນຈິງ ໂດຍສະເພາະຂອບເຂດໂຄງການ, ເຂດທີ່ໄດ້ຮັບຜົນກະທົບ ແລະ ການຊົດເຊີຍ ຫຼື ການທົດແທນຄືນຄ່າເສຍຫາຍທີ່ຈະເກີດຂຶ້ນ.

ຜ່ານການລົງຄະແນນສຽງຮັບຮອງເອົາຮ່າງຂໍ້ຕົກລົງດັ່ງກ່າວ ສສນວ ເຫັນດີ ພຽງ 15%, ບໍ່ເຫັນດີ 85% ( ຖືວ່າບໍ່ຜ່ານ ). ດັ່ງນັ້ນ, ປະທານກອງປະຊຸມ ຈຶ່ງໄດ້ມອບໃຫ້ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງດັ່ງກ່າວນຳເອົາບັນດາຄຳຄິດເຫັນ ແລະ ຂໍ້ສະເໜີໄປປັບປຸງຕາມການສະເໜີຂອງ ສສນວ ແລະ ສສຊ ເຂດເລືອກຕັ້ງທີ 1 ໃຫ້ມີເນື້ອລະອຽດຄົບຖ້ວນສົມບູນແລ້ວນຳມາຜ່ານ ສປນວ ອີກຄັ້ງ.