ຕົ້ນປີມີນັກທ່ອງທ່ຽວມາເມືອງຄູນຄໍາ ເກືອບ 10 ພັນຄົນ

132

ເມືອງຄູນຄໍາ ແຂວງຄໍາມ່ວນ ມີສະຖານທີ່ທ່ອງທ່ຽວທາງທໍາມະຊາດຫຼາຍແຫ່ງ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາໃນໄລຍະ 6 ເດືອນຕົ້ນປີ 9,5 ພັນຄົນ ສ້າງລາຍຮັບໄດ້ 600 ກວ່າລ້ານກີບ.

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງຄໍາມ່ວນ, ໄດ້ລົງຊຸກຍູ້ການທ່ອງທ່ຽວຂອງເມືອງຄູນຄໍາ ໃນວັນທີ 14 ກໍລະກົດ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄໍາໝັ້ນ ສໍປະເສີດ ເຈົ້າເມືອງຄູນຄໍາ ພ້ອມດ້ວຍບັນດາທ່ານໃນຄະນະນໍາຂອງເມືອງ, ຕະຫຼອດຮອດຕາງໜ້າຫ້ອງການ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງເມືອງ.

ທ່ານ ແກ້ວຍອດຄໍາ ແກ້ວມະນີ ຫົວໜ້າຫ້ອງການ ຖວທ ເມືອງຄູນຄໍາ ກ່າວວ່າ: ໄລຍະ 6 ເດືອນ ຕົ້ນປີ 2020 ມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງຄູນຄໍາ ຈໍານວນ 9.500 ກວ່າຄົນ, ໃນນັ້ນມີນັກທ່ອງທ່ຽວພາຍໃນ 2.000 ກວ່າຄົນ ເຊິ່ງສາມາດສ້າງລາຍຮັບໄດ້ 603 ລ້ານກວ່າກີບ, ພ້ອມດຽວກັນຍັງໄດ້ສະເໜີໃນພາກທິດທາງແຜນການ 6 ເດືອນ ທ້າຍປີ 2020 ໃນແຕ່ລະດ້ານ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າໄດ້ຮັບການເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງຄໍາມ່ວນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຂະແໜງການອ້ອມຂ້າງ, ເມືອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ນໍາເອົາຂໍ້ມູນ – ຂ່າວສານຜົນງານການເຄື່ອນໄຫວຕອບສະໜອງໃນການໂຄສະນາຜ່ານສື່ສະຖານີວິທະຍຸຂອງເມືອງໃຫ້ນັບມື້ຫຼາຍຂຶ້ນ ລວມເຖິງການມີສ່ວນຮ່ວມໃນການຈັດລາຍການທາງສະຖານີ ພ້ອມດຽວກັນນັ້ນ, ດ້ານວຽກງານວັດທະນະທຳກໍໃຫ້ເອົາໃຈໃສ່ໃນການຕິດຕາມກວດກາຄືນຄອບຄົວ ແລະ ບ້ານວັດທະນະທຳທີ່ໄດ້ປະກາດຮັບຮອງໃຫ້ຢູ່ໃນເງື່ອນໄຂມາດຖານທີ່ໄດ້ກໍານົດໄວ້, ລວມເຖິງການຄຸ້ມຄອງປ້າຍໂຄສະນາຕ່າງໆ. ຄຽງຄູ່ກັນນັ້ນ, ກໍຕ້ອງຕິດຕາມຊຸກຍູ້ສົ່ງເສີມຕື່ມໃນດ້ານວຽກງານການບໍລິການການທ່ອງທ່ຽວໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ເພື່ອສ້າງທ່າແຮງ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານດັ່ງກ່າວໃຫ້ນັບມື້ໄດ້ຮັບການພັດທະນະນາຢ່າງເປັນລະບົບຕໍ່ເນື່ອງ.

[ ຂ່າວ: ລັດສະໝີ ]