Facebook ເເພັດຟອມສ້າງຄວາມເຂັ້ມເເຂງໃຫ້ນັກທຸລະກິດຍິງໃນ ສປປ ລາວ

210

ປີນີ້ຄົບຮອບ 65 ປີ ວັນສ້າງຕັ້ງສະຫະພັນເເມ່ຍິງລາວ. ເປົ້າໝາຍຫຼັກຂອງອົງກອນດັ່ງກ່າວເເມ່ນເເນໃສ່ການສົ່ງເສີມສິດທິສະເໝີພາບຍິງ-ຊາຍ ເເລະ ສິດທິເເມ່ຍິງໃນປະເທດ. ຍ້ອນການໃຫ້ຄວາມເຂັ້ມເເຂງນີ້, ເເມ່ຍິງລາວຈຶ່ງໄດ້ມີໂອກາດສະເເດງຄວາມສາມາດ ເເລະ ສະມັດຖະພາບ ໃນທາງພາກລັດ ເເລະ ເອກະຊົນ, ຜ່ານຂະບວນການ ການພັດທະນາປະເທດຊາດ.


ພວກເຮົາໄດ້ພົບເຫັນເເມ່ຍິງລາວຫຼາຍຄົນໃນປະຫວັດສາດ ເເລະ ປັດຈຸບັນ ທີ່ໄດ້ສະເເດງຄວາມເປັນຜູ້ນຳໄດ້ດີເດັ່ນ ເເລະ ສາມາດນຳພາອົງກອນຂອງຕົນ ໄປເຖິງເປົ້າໝາຍທີ່ສຳເລັດຜົນ. ພວກເຂົາມີຄວາມສາມາດ ຮູ້ວິທີນຳໃຊ້ເຕັກໂນໂລຊີ, ໂດຍສະເພາະສື່ສັງຄົມອອນລາຍ, ເເລະ ນໍາໃຊ້ໃຫ້ເປັນເຄື່ອງມືໃນການພັດທະນາ ທຸລະກິດ.

ສື່ສັງຄົມອອນລາຍກະເເຈສູ່ໂອກາດ ເເລະ ຄວາມສຳເລັດ: ເວົ້າເຖິງຜູ້ປະກອບການຄື ທ່ານ ນາງ ມະໂນທິບ ສິຣິປະພັນ ຜູ້ກໍ່ຕັ້ງ ບໍລິສັດ ກະເປົາ ນາຣີ(NAREE)​ ເເລະ ທ່ານ ນາງ ດວງມະນີ ເຮືອງຄຳເເສນ, ຜູ້ກໍ່ຕັ້ງ ບໍລິສັດ ເຮີເວີກ (Her Works), ສື່ສັງຄົມອອອນລາຍ ດັ່ງ Facebook ໄດ້ເປັນກະເເຈອັນສຳຄັນ ໃນການພັດທະນາທຸລະກິດ ເເລະ ຍີ່ຫໍ້ຂອງເຂົາ. ທັງສອງທຸລະກິດໄດ້ ພິສູດໃຫ້ເຫັນວ່າ ຮູບເເບບທຸລະກິດທີ່ມີເອກະລັກເເບບນີ້ ສາມາດເປັນຜູ້ນຳໃນການດຳເນີນທຸລະກິດໃນປະເທດລາວ. ຍ້ອນຄຸນສົມບັດເຄື່ອງມືຟຣີຂອງເເພັດຟອມ Facebook, ທັງສອງຍີ່ຫໍ້ ຈຶ່ງສາມາດປະສົມປະສານ ຄວາມຄິດທີ່ເປັນ ວັດທະນະທຳ ເເລະ ຄວາມທັນສະໄໝເຂົ້ານຳກັນ, ເພື່ອສ້າງກະເປົາຜ້າຝ້າຍ ເເລະ ຜ້າໄໝ. ສຳລັບ ຍີ່ຫໍ້ ນາຣີ ເເລະ ເຄື່ອງນຸ່ງ ເເລະ ເຄື່ອງປະດັບເເບບຊົນເຜົ່າປະຍຸກ ສຳລັບຍີ່ຫໍ້ ເຮີເວີກ.


ທັງສອງໄດ້ກ່າວວ່າ: ໄດ້ນໍາໃຊ້ສື່ສັງຄົມອອນລາຍ ເພື່ອໃຫ້ເຂົາສາມາດເເຂ່ງຂັນໃນຕະຫຼາດ, ໂດຍສະເພາະໄລຍະການລະບາດຂອງພະຍາດໂຄວິດ-19.
‘ໃນໄລຍະທຳອິດທີ່ພະຍາດໂຄວິດ-19 ລະບາດ, ພວກເຮົາໄດ້ປັບປຸງວິທີການຂາຍ, ຈາກການສຸມໃສ່ພຽງເເຕ່ຕະຫຼາດຕ່າງປະເທດ ເເລະ ການສົ່ງອອກ, ສູ່ຕະຫຼາດພາຍໃນ. ສະນັ້ນ, ຈື່ງເຮັດການຖ່າຍຮູບ ເເລະ ການນຳໃຊ້ສື່ສັງຄົມອອນລາຍ Facebook ຫຼາຍຂຶ້ນຕື່ມ, ເພື່ອປູກຈິດສໍານຶກຂອງຍີ່ຫໍ້ ເຮີເວີກ ໃນກຸ່ມລູກຄ້າ’ ທ່ານ ນາງ ດວງມະນີໄດ້ກ່າວໄວ້.

‘ພວກເຮົາດຳເນີນທຸລະກິດໃນຮູບເເບບ ອອນລາຍ ສູ່ ອອຟລາຍ (Online to Offline). ພວກເຮົາມີເວັບໄຊ (www.naree.com) , ເພຈ Instagram (nareehandbags) ເເລະ ເພຈ Facebook (Naree handbags) ເເລະ ເປັນທີ່ເເນ່ນອນທີ່ ເພຈ Facebook ຂອງເຮົາສຳຄັນທີ່ສຸດ, ເພາະລູກຄ້າສ່ວນໃຫຍ່ 95 ສ່ວນ 100 ເເມ່ນລູກຄ້າຄົນລາວພາຍໃນປະເທດ ເເລະ ພວກເຮົາຕ້ອງມີການໂຄສະນາເລື້ອຍໆ ຢ່າງໜ້ອຍມື້ລະເທື່ອ’ ທ່ານ ນາງ ມະໂນທິບ ກ່າວ.

ຄໍາເເນະນໍາໃນການດໍາເນີນທຸລະກິດຂະໜາດນ້ອຍ ເເລະ ກາງ ໃນ ສປປ ລາວ: ສ້າງໂຕຕົນອອນລາຍ ໃນ Facebook ໃນເວລາສັ້ນໆ
ການສ້າງເພຈ Facebook ຈະຊ່ວຍໃຫ້ຫຼາຍກວ່າຄົນຈໍານວນ 2 ຕື້ ຄົນ ຄົ້ນຫາທຸລະກິດທ່ານໄດ້ ໃຫ້ຂໍ້ຄິດວ່າ ເພຈ Facebook ເປັນຮ້ານຄ້າເເບບດິຈິຕອລ. 6 ໃນ 10 ທຸລະກິດໄດ້ກ່າວວ່າ ການມີໂຕຕົນອອນລາຍ ສຳຄັນທີ່ສຸດໃນການສໍາເລັດຜົນໄລຍະຍາວ (ຈາກ: Facebook IQ).

ນີ້ເເມ່ນຂັ້ນຕອນການສ້າງ ເພຈ Facebook ໃຫ້ທຸລະກິດຂອງທ່ານ(ສ້າງເພຈ Facebook ໃຫ້ ທຸລະກິດຂອງທ່ານຜ່ານມືຖື)ດັ່ງນີ້:
1. ເປີດໜ້າ ຟີດຂ່າວ (newsfeed)
2. ກົດທີ່ປຸ່ມ Pages( ຖ້າບໍ່ມີເເທັບນີ້ ສາມາດ ເຂົ້າໄປທີ່ປຸ່ມ ເມນູ ເເລ້ວ ກົດໄປທີ່ Pages)
3. ກົດ +Create
4. ກົດ Get Started
5. ໃສ່ຊື່ ເເລະ ເພີ່ມໄດ້ເຖິງ 3 ປະເພດເພື່ອອະທີບາຍປະເພດຂອງເພຈເເລ້ວກົດ Next
6. ສາມາດເພີ່ມທີ່ຢູ່ໃຫ້ເເກ່ເພຈຂອງຮ້ານເພື່ອໃຫ້ການຄົ້ນຫາງ່າຍຂຶ້ນ ຫຼື ຖ້າບໍ່ມີກໍກົດ I don’t want to add an address. ກົດ Next. ເພື່ອເຮັດພາຍຫຼັງກົດ Skip.
7. ສາມາດໃສ່ຮູບໃຫ້ ໂປຣຟາຍ ເເລະ ໂຄເວີ ຂອງເພຈ. ກົດ Done
ພຽງເທົ່ານີ້ກໍເປັນການສຳລັດການສ້າງເພຈຂອງທ່ານເເລ້ວ