ເສດຖະກິດຈີນ ໄຕມາດ 2 ຂະຫຍາຍຕົວເກີນຄາດ

103

ອີງຕາມອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດຈີນ ( NBS ) ລະບຸວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ໄຕມາດ 2 ( ເດືອນເມສາ – ມິຖຸນາ ) ເສດຖະກິດຂອງຈີນ ຂະຫຍາຍຕົວ 3,2% ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ກ່ອນໜ້ານີ້ຢູ່ທີ່ 2,5% ເຊິ່ງໄຕມາດ 1 ເສດຖະກິດຈີນຕິດລົບ 6,8%.

ລາຍງານລະບຸວ່າ: ໄຕມາດ 1 ເສດຖະກິດຈີນຕິດລົບ 6,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2019 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງເປັນການຫົດຕົວເປັນຄັ້ງທຳອິດ ໃນຮອບເກືອບ 30 ປີ.

ແນວໃດກໍຕາມ, ເຖິງວ່າເສດຖະກິດຈະດີຂຶ້ນ ແຕ່ກໍມີສັນຍານບົ່ງບອກວ່າ ອາດຕ້ອງໃຊ້ເວລາອີກໄລຍະໜຶ່ງກວ່າຈະກັບມາສູ່ປົກກະຕິ ເຊິ່ງເຫັນໄດ້ຈາກການບໍລິການ – ການຄ້າຂາຍ ລວມທັງຕົວຊີ້ບອກເຖິງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກພາຍໃນຍັງຕ່ຳກວ່າທີ່ຄາດການໄວ້ ເຊິ່ງເດືອນມິຖຸນາຜ່ານມາ ຫຼຸດລົງ 1,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2019 ນັ້ນໄດ້ຊີ້ໃຫ້ເຫັນວ່າ ປະຊາຊົນຍັງບໍ່ກ້າອອກໄປຈັບຈ່າຍໃຊ້ສອຍ ເຖິງແມ່ນວ່າຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ແລ້ວກໍຕາມ.

ປັດຈຸບັນການບໍລິໂພກພາຍໃນ ຖືວ່າເປັນໜຶ່ງໃນຫົວໃຈຫຼັກໃນການຍູ້ດັນເສດຖະກິດຈີນຂະຫຍາຍຕົວ ທ່າມກາງຄວາມຕ້ອງການຈາກຕະຫຼາດພາຍນອກຫຼຸດລົງ ຈີນຍິ່ງຕ້ອງການໃຫ້ມີການບໍລິໂພກພາຍໃນເພີ່ມຂຶ້ນ.