ບັງກລາເທດ ຈັບເຈົ້າຂອງຄລີນິກ ອອກໃບຢັ້ງຢືນກວດໂຄວິດປອມ

299

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ບັງ ກລາເທດ ໄດ້ຈັບກຸມ ທ່ານ ໂມຮາເມັດ ຊາເຮດ ເຊິ່ງເປັນເຈົ້າຂອງຄລີນິກ 2 ແຫ່ງ ໃນບັງ ກລາເທດ ໃນຂໍ້ຫາອອກໃບຢັ້ງຢືນວ່າ ” ບໍ່ຕິດເຊື້ອໂຄວິດ – 19 ” ປອມຫຼາຍກວ່າ 6 ພັນໃບ, ໃນຂະນະທີ່ລາວກຳລັງຫຼົບໜີໄປປະເທດອິນເດຍ.

ລາຍງານລະບຸວ່າ: ທ່ານ ຊາເຮດ ເປັນໜຶ່ງໃນຜູ້ຖືກຫາທີ່ອອກໃບຢັ້ງຢືນການກວດເຊື້ອໂຄວິດ – 19 ປອມ ໂດຍເຈົ້າໜ້າທີ່ໄດ້ພະຍາຍາມກວາດລ້າງກຸ່ມແພດໝໍທີ່ອອກໃບຢັ້ງຢືນປອມດັ່ງກ່າວຕະຫຼອດກວ່າ 10 ວັນຜ່ານມາ.

ພາບປະກອບຂ່າວເທົ່ານັ້ນ

ເຈົ້າໜ້າທີ່ຕຳຫຼວດບັງກລາເທດ ເປີດເຜີຍວ່າ: ຄລີນິກ 2 ແຫ່ງ ຂອງທ່ານ ຊາເຮດ ໄດ້ອອກໃບຢັ້ງຢືນການກວດຫາເຊື້ອໂຄວິດ – 19 ໄປແລ້ວ 10.500 ໃບ, ໃນນີ້ 4.200 ໃບ ມີການກວດຫາເຊື້ອໂຄວິດ – 19 ແທ້ ແຕ່ອີກຈຳນວນ 6.300 ໃບ ເປັນໃບຢັ້ງຢືນປອມ ໂດຍບໍ່ໄດ້ຜ່ານການກວດຫາເຊື້ອໂຄວິດ – 19 ແຕ່ຢ່າງໃດ.

ຈາກບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສະພາບຈິດໃຈຂອງປະຊາຊົນ ໂດຍສະເພາະແມ່ນແຮງງານທີ່ຈະເດີນທາງໄປອອກແຮງງານຢູ່ຕ່າງປະເທດ ເຊິ່ງກຸ່ມແຮງງານຖືວ່າເປັນທ່າແຮງຫຼັກໜຶ່ງໃນໂຄງປະກອບເສດຖະກິດຂອງບັງກລາເທດ.
ມາຮອດຕອນເຊົ້າຂອງວັນທີ 17 ກໍລະກົດຜ່ານມານີ້ ບັງກລາເທດ ມີຜູ້ຕິດເຊື້ອໂຄວິດ – 19 ແລ້ວ 193.000 ຄົນ ແລະ ເສຍຊີວິດ 2.457 ຄົນ.