ສະຫວັນນະເຂດ ເມືອງແຫ່ງສະເໜ່ຂອງລາວກຽມເຂົ້າຮ່ວມງານວາງສະແດງຈີນ – ອາຊຽນ

266

ກອງປະຊຸມຄົ້ນຄວ້າປຶກສາຫາລືກະກຽມຄວາມພ້ອມໃນການເຂົ້າຮ່ວມງານວາງສະແດງຈີນ – ອາຊຽນ ( CAE XPO ) ຄັ້ງທີ 17 ປີ 2020 ທີ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ໃນນາມແຂວງ ສະຫວັນນະເຂດ ເປັນຕົວແທນເມືອງແຫ່ງສະເໜ່ຂອງ ສປປ ລາວ ເຊິ່ງເປັນປະທານກອງປະຊຸມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ໄຊສົມເພັດ ນໍຣະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ – ການຄ້າ ( ອຄ ), ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ອຄ ແຂວງ, ບັນດາກຳມະການ, ກອງເລຂາ CAEXPO, ບໍລິສັດອອກແບບບຣູກາດ, ບໍລິສັດ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທີ່ຫ້ອງປະຊຸມພະແນກ ອຄ ແຂວງ ໃນວັນທີ 14 ກໍລະກົດ 2020ນີ້.

ໃນກອງປະຊຸມກໍໄດ້ລາຍງານຄວາມຄືບໜ້າໃນການກະກຽມເຂົ້າຮ່ວມງານວາງສະແດງຈີນ – ອາຊຽນ ຄັ້ງທີ 17 ແລະ ແຜນການກະກຽມໃນຕໍ່ໜ້າຂອງແຂວງສະຫວັນນະເຂດ, ເລີ່ມແຕ່ກອງປະຊຸມປຶກສາຫາລືຄັ້ງວັນທີ 13/5/ 2020 ຫາປັດຈຸບັນ ( ວຽກແບບຈຳລອງເມືອງແຫ່ງສະເໜ່, ວຽກສ້າງສາລະຄະດີ, ກຳນົດຮູບພາບ + ເນື້ອໃນຮູບພາບ, ການກະກຽມຄະນະສິລະປະ, ບັນຊີຮຽກການລົງທຶນແຂວງ ແລະ ວຽກລະດົມທຸລະກິດທີ່ມີທ່າແຮງຂອງແຂວງ ).

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາບາງໜ້າວຽກທີ່ກ່ຽວຂ້ອງກັບງານດັ່ງກ່າວ ເປັນຕົ້ນແມ່ນສາກຫຼັງຂອງຮ້ານວາງສະແດງ ຄວນຈະຕື່ມໂຕສັດຕ່າງໆທີ່ເປັນເອກະລັກຂອງແຂວງທີ່ບໍ່ຄືໃຜ ເປັນຕົ້ນ: ໄດໂນເສົາ, ລີງ, ນົກຍາງຂາວ, ໂອງ – ມັ່ງດ້ານການສະແດງຮູບພາບ, ວິດີໂອ, ການສ້າງສາລະຄະດີ ແລະ ຂໍ້ມູນ – ຂ່າວສານອື່ນໆ ແມ່ນໃຫ້ດຶງເອົາຈຸດເດັ່ນໆຂອງແຕ່ເມືອງທີ່ມີຄວາມແຕກຕ່າງກັນ ເຊິ່ງລ້ວນແລ້ວແຕ່ເປັນສະເໜ່ຂອງແຂວງສະຫວັນນະເຂດ ທີ່ຈະເປັນຈຸດໂຄສະນາດຶງດູດເອົານັກທ່ອງທ່ຽວ, ນັກລົງທຶນ ເພື່ອໃຫ້ເຂົ້າມາແຂວງ ພວກເຮົານັບມື້ເພີ່ມຂຶ້ນ.