5 ປີ ເຊກອງ ມີຜູ້ເສຍຊີວິດ 200 ກວ່າຄົນ ຈາກອຸບັດເຫດ

184

ອຸບັດເຫດໃນທຸກວັນນີ້ເອີ້ນໄດ້ວ່າເປັນໄພອັນຕະລາຍທີ່ເກີດຂຶ້ນເກືອບທຸກມື້ ຕາມສາຍທາງທົ່ວແຂວງເຊກອງ ເຖິງແມ່ນວ່າທາງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງລົງກວດກາຕະຫຼອດໄລຍະຜ່ານມາ ແຕ່ຕົວເລກຍັງໜ້າເປັນຫ່ວງ ໂດຍໃນ 5 ປີຜ່ານມາ ຈໍານວນອຸບັດເຫດຢູ່ແຂວງເຊກອງເກີດຂຶ້ນ 890 ຄັ້ງ ແລະ ມີຜູ້ເສຍຊີວິດ 200 ກວ່າຄົນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ພັນເອກ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໃຫ້ຮູ້ວ່າ: ສະພາບໂດຍລວມການພັດທະນາເສດຖະກິດ – ສັງຄົມຢູ່ແຂວງເຊກອງ ເຫັນວ່າມີລັກສະນະເພີ່ມຂຶ້ນ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ ມາຮອດປັດຈຸບັນມີເສັ້ນທາງທັງໝົດ 286 ເສັ້ນ ທຽບໃສ່ປີ 2015 ເພີ່ມຂຶ້ນ 132 ເສັ້ນ ເຊິ່ງເຮັດໃຫ້ການສັນຈອນໄປ – ມາຫາສູ່, ການແລກປ່ຽນຊື້ – ຂາຍສິນຄ້າຂອງປະຊາຊົນພາຍໃນແຂວງນັບມື້ສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.

ແຕ່ຄຽງຄູ່ກັບການຂະຫຍາຍຕົວຂອງຖະໜົນຫົນທາງນັ້ນ, ດ້ານຍານພາຫະນະທຸກປະເພດ ກໍມີລັກສະນະເພີ່ມຂຶ້ນຢ່າງຫຼວງຫຼາຍ, ອັນໄດ້ເຮັດໃຫ້ການຈັນຈອນໄປ – ມາບາງຄັ້ງພົບ ຄວາມຫຍຸ້ງຍາກສັບສົນ, ຜູ້ຂັບຂີ່ຍານພາຫະນະບາງຄົນພັດຍັງບໍ່ທັນເປັນເຈົ້າການໃນການປະຕິບັດກົດລະບຽບການສັນຈອນ ພາໃຫ້ອຸບັດເຫດເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ.

ພາບປະກອບຂ່າວເທົ່ານັ້ນ

ນັບແຕ່ປີ 2016 – 2020 ມີອຸບັດເຫດເກີດຂຶ້ນທັງໝົດ 890 ຄັ້ງ, ມີຄົນໄດ້ຮັບບາດເຈັບ 3.551 ຄົນ ແລະ ມີຜູ້ເສຍຊີວິດ 241 ຄົນ, ຄິດເປັນມູນຄ່າການເສຍຫາຍທັງໝົດ 13 ຕື້ກວ່າກີບ. ບັນຫາການເກີດອຸບັດເຫດສ່ວນໃຫຍ່ແມ່ນເມົາແລ້ວຂັບຂີ່ ແລະ ຂັບຂີ່ລົດໄວເກີນຂອບເຂດ.

ພ້ອມດຽວກັນນີ້, ກອງບັນຊາການ ປກສ ແຂວງຍັງສາມາດມ້າງຄະດີຢາເສບຕິດໄດ້ 168 ເລື່ອງ, ກັກຕົວຖືກຫາໄດ້ 178 ຄົນ ຍິງ 17 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 39.445 ເມັດ, ຢາໄອສ໌ 4,81 ກຣາມ, ໂທລະສັບ 178 ໜ່ວຍ, ລົດໃຫຍ່ 4 ຄັນ ແລະ ວັດຖຸເງິນ – ຄໍາຈໍານວນໜຶ່ງ.

[ ຂ່າວ: ສັນຍາ ]