ນະຄອນຫຼວງໂຕກຽວຂອງຍີ່ປຸ່ນ ມີຜູ້ຕິດເຊື້ອປະຈຳວັນ ເກືອບ 300 ຄົນ

18 Jul 2020

ຄລິກແຊຣ໌ 0 Facebook WhatsApp

ເທສະບານນະຄອນຫຼວງໂຕກຽວຂອງຍີ່ປຸ່ນຢືນຢັນຜູ້ຕິດເຊື້ອໂຄວິດ-19 ເພິ່ມອີກ 290 ຄົນ 3 ວັນຕິດຕໍ່ກັນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 18 ກໍລະກົດ ວ່າ ສາທາລະນະສຸກໂຕກຽວ ຖະແຫຼງການເມື່ອວັນເສົາ ກ່ຽວກັບສະພາບການປະຈຳວັນຂອງໂຄວິດ-19 ໃນນະຄອນຫຼວງຍີ່ປຸ່ນ ຢືນຢັນກວດພົບຜູ້ປ່ວຍໃໝ່ 290 ຄົນ ເຊິ່ງຕິດເຊື້ອໃໝ່ເກືອບ 300 ຄົນ ເປັນວັນທີ 3 ຕິດຕໍ່ກັນ ແລະ ໃກ້ຄຽງກັບສະຖິຕິສູງສຸດຂອງວັນສຸກ ຜ່ານມາ ເຊິ່ງໄດ້ຢືນຢັນຜູ້ຕິດເຊື້ອ 293 ຄົນ.

ທັງນີ້, ຂໍ້ມູນຢືນຢັນຂອງຜູ້ຕິດເຊື້ອປະຈຳວັນເສົາ ສົ່ງຜົນໃຫ້ປັດຈຸບັນນະຄອນຫຼວງໂຕກຽວມີຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ສະສົມຢ່າງໜ້ອຍ 9.233 ຄົນ, ປິ່ນປົວເຊົາແລ້ວ 6.771 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 326 ຄົນ.

ຂະນະທີ່ ສະຖິຕິຜູ້ຕິດເຊື້ອທົ່ວປະເທດ 24.440 ຄົນ ປິ່ນປົວເຊົາແລ້ວ 19.096 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 985 ຄົນ ໂດຍພື້ນທີ່ກວດພົບຜູ້ເສຍຊີວິດສະສົມຫຼາຍເປັນອັນດັບ 2 ຮອງຈາກນະຄອນຫຼວງໂຕກຽວຄືເມືອງຮັອກໄກໂດ ສ່ວນແຂວງໂອຊາກາ ມີຜູ້ປ່ວຍສະສົມເປັນອັນດັບ 2 ຂອງປະເທດຮອງຈາກນະຄອນຫຼວງໂຕກຽວ.

ອີກປະການໜຶ່ງ, ທ່ານນາງຢູຣິໂກະ ໂຄອິເຄະ ເຈົ້າຄອງນະຄອນຫຼວງໂຕກຽວ ສັ່ງຍົກສູງການເຕືອນໄພຂອງໂຄວິດ-19 ໃນພື້ນທີ່ເປັນສີແດງ ເຊິ່ງເປັນລະດັບສູງສຸດຈາກທັງໝົດ 4 ລະດັບ ຕັ້ງແຕ່ວັນພຸດ ຜ່ານມາ. ຢ່າງໃດກໍ່ຕາມ, ທ່ານໄດ້ກ່າວວ່າ ການຍົກລະດັບດັ່ງກ່າວບໍ່ໄດ້ໝາຍຄວາມເຖິງການປິດເມືອງ ແຕ່ເປັນຄວາມປະສົງຂອງລັດຖະບານທີ່ຢາກໃຫ້ປະຊາຊົນໃຫ້ຄວາມສຳຄັນຕໍ່ວິກິດການດ້ານສາທາລະນະສຸກຄັ້ງນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ