ບໍລິສັດຝຶກຊ້ອມຍິງປືນຊ່ວຍລ້າ 1,4 ລ້ານໂດລາສ້າງສາງເກັບມ້ຽນຂອງກາງຄະດີຂອງກະຊວງປ້ອງກັນຄວາມສະຫງົບ

230

ບໍລິສັດບໍລິການຝືກຊ້ອມຍິງປືນໃຈໃຫຍ່ ໃຫ້ການຊ່ວຍເຫຼືອ1,4 ລ້ານໂດລາ ສ້າງກໍ່ສ້າງສາງເກັບມ້ຽນຂອງກາງຄະດີຂອງກະຊວງປ້ອງກັນຄວາມສະຫງົບ ພິທີມອບ-ຮັບຈັດຂຶ້ນໃນວັນ ທີ 17 ກໍລະກົດ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ, ລັດຖະມົນຕີກະຊວງປ້ອງ ກັນ ຄວາມສະຫງົບ.

ໃນພິທີ ທ່ານ ສີສະຫວາດ ແກ້ວມາລາວົງ ໄດ້ຕາງໜ້າບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈຳກັດ (ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ) ຂຶ້ນລາຍງານກ່ຽວກັບຄວາມເປັນມາຂອງໂຄງການດັ່ງກ່າວ ເຊີ່ງຕັ້ງຢູ່ບ້ານໂຊກຄໍາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ເລີ່ມລົງມືກໍ່ສ້າງເລີ່ມແຕ່ວັນທີ 3 ເດືອນພະຈິກ ປີ 2019 ແລະ ສຳ ເລັດໃນວັນທີ 3 ເດືອນກໍລະກົດ ປີ 2020 ໂດຍບໍລິສັດໄດ້ສຸມທຶນ, ນາຍຊ່າງ, ວິຊາການເຂົ້າໃນການດຳເນີນການກໍ່ ສ້າງ ດ້ວຍຄວາມຮັບຜິດຊອບສູງຈົນສຳເລັດຕາມຄາດໝາຍ.

ໂດຍອີງຕາມແບບການກໍ່ສ້າງອາຄານນີ້ ມີເນື້ອທີ່ອາຄານທັງໝົດ 4.800 ຕາແມັດ, ແບ່ງເປັນຫ້ອງການ 04 ຫ້ອງ, ສາງເກັບມ້ຽນຂອງກາງ 12 ຫ້ອງ, ພາຍໃນອາຄານມີສະຖານທີ່ຈອດລົດ ແລະ ເກັບມ້ຽນເຄື່ອງທົ່ວໄປ ຈຳນວນ 3.450 ຕາແມັດ. ສ່ວນດ້ານນອກຂອງອາຄານໄດ້ປູພື້ນຄອນກລີດ, ປູກຫຍ້າ, ປູກຕົ້ນໄມ້ ເພື່ອຄວາມສວຍງານ, ລວມມູນຄ່າທັງໝົດຂອງໂຄງການແມ່ນ 1.400.000 ໂດລາສະຫະລັດ ເຊີ່ງເປັນທຶນຊ່ວຍເຫລືອລ້າຈາກບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈຳກັດ.

ພົນຈັດຕະວາ ຄໍາກິ່ງ ຜຸຍຫຼ້າມະນີວົງ, ຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຂຶ້ນກ່າວຮັບໂຄງການ ເຊີ່ງທ່ານໄດ້ຍົກໃຫ້ເຫັນຄວາມຈໍາເປັນກ່ອນຈະມີໂຄງການນີ້ ຍ້ອນກະຊວງປ້ອງກັນຄວາມສະ ຫງົບ ຍັງບໍ່ທັນມີສາງເກັບມ້ຽນເຄື່ອງຂອງກາງຄະດີ, ຖ້າອີງໃສ່ງົບປະມານປຸກສ້າງກໍ່ມີຈໍາກັດ. ຍ້ອນເຫັນໄດ້ຄວາມຈໍາເປັນດັ່ງກ່າວ ບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈໍາກັດ ຈິ່ງໄດ້ໃຫ້ຄວາມຊ່ວຍເຫຼືອຊ່ວຍປຸກສ້າງສາງຂອງກາງຄະດີແຫ່ງນີ້ ເພື່ອປະກອບສ່ວນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກະຊວງປ້ອງກັນຄວາມສະຫງົບ.

ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບອົກຂອບໃຈມາຍັງປະທານບໍລິສັດດັ່ງກ່າວທີ່ໄດ້ຊຸກຍູ້ຊ່ວຍເຫຼືອລ້າໂຄງ ການກໍ່ສ້າງສາງເກັບມ້ຽນເຄື່ອງຂອງກາງຄະດີໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າ: ກະຊວງປ້ອງກັນຄວາມສະຫງົບ ຈະນໍາໃຊ້ສາງແຫ່ງນີ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃຫ້ເກີດປະ ໂຫຍດສູງສຸດ ແລະ ຈະປົກປັກຮັກສາບູລະນະໃຫ້ນໍາໃຊ້ໄດ້ຍາວນານ. ໂອກາດນີ້ ຍັງໄດ້ປະດັບຫລຽນໄຊພັດທະນາຊັ້ນ I ຂອງລັດຖະບານໃຫ້ ທ່ານ ປີຊາໄຊ ແກ້ວໄຊຍະຈັກ, ປະທານບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນ ຈຳກັດ ໂດຍການໃຫ້ກຽດປະດັບຫຼຽນໄຊຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ຂ່າວຈາກ: Lao National Radio